ກອງປະຊຸມທາບທາມບຸກຄະລາກອນ ເຂົ້າໂຄງປະກອບກອງປະຊຸມໃຫຍ່ອົງຄະນະພັກແຂວງບໍ່ແກ້ວ ສະໄໝທີ VII ຮອບ 3 ຈັດຂຶ້ນວັນທີ 24 ກັນຍາ 2025 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ, ຮັກສາການເຈົ້າແຂວງບໍ່ແກ້ວ, ເປັນກຽດເຂົ້າຮ່ວມ ໂດຍມີ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ສຸກຄຳເພັດ ເຮືອງບຸດດີ ຮອງປະທານຄະນະກວດກາສູນກາພັກ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ-ຮອງເລຂາພັກເມືອງ 5 ເມືອງ, ເລຂາ-ຮອງເລຂາຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ມີເຫັນວ່າ: ກອງປະຊຸມທາບທາມບຸກຄະລາກອນ ໃນຮອບ III ແມ່ນມີຄວາມສໍາຄັນຫລາຍ ຮຽກຮ້ອງບັນດາຜູ້ແທນຈົ່ງສຸມສະຕິ ແລະ ໃຊ້ປະຊາ ທິປະໄຕຂອງຕົນ ເລືອກເຟັ້ນເອົາບຸກຄະລາກອນຜູ້ທີ່ມີມາດຖານ ເງື່ອນໄຂຄົບຖ້ວນ ເຂົ້າໃນໂຄງປະ ກອບກອງປະຊຸມໃຫຍ່ອົງຄະນະພັກແຂວງ ສະໄໝທີ VII ຄົບຕາມມາດຖານ ທີ່ຄະນະກຳມະການບຸກຄະລາກອນກອງປະຊຸມໃຫຍ່ໄດ້ກຳນົດໄວ້, ເພື່ອບັນຈຸບຸກຄະລາກອນເຂົ້າໂຄງປະກອບໃຫ້ຄົບຊຸດ.
ຈາກນັ້ນ, ສະຫາຍ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ ໄດ້ຜ່ານບົດສຳຫລວດການນຳພາລວມ ໂດຍຍົກໃຫ້ເຫັນດ້ານດີ, ຜົນງານການຈັດຕັ້ງປະ ຕິບັດນຳພາ-ຊີ້ນຳໃນໄລຍະຜ່ານມາ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ. ຕະຫລອດໄລຜ່ານມາ ຄະນະບໍລິຫານງານພັກແຂວງ ແມ່ນມີຄວາມຮັບຜິດຊອບສູງໃນການຊີ້ນຳ ແລະ ນຳພາຢ່າງຕັ້ງໜ້າ ເຮັດໃຫ້ແຂວງບໍ່ແກ້ວ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະ ຫງົບ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ ເຊິ່ງສະແດງອອກໃນແຕ່ລະດ້ານ ເປັນຕົ້ນ ດ້ານການເມືອງນຳພາແນວຄິດ, ດ້ານການຈັດຕັ້ງ-ປັບປຸງແບບແຜນນຳພາ ແລະ ວິທີການເຮັດວຽກຢ່າງມີຄວາມຮັບຜິດຊອບສູງ, ເສດຖະກິດມີການຂະຫຍາຍຕົວໃນລະດັບ 4,5% ການກໍ່ສ້າງພື້ນຖານໂຄງລ່າງ, ການຜະລິດ, ການບໍລິການ, ການທ່ອງທ່ຽວມີທ່າອ່ຽງດີຂຶ້ນ. ສຳລັບຄາດໝາຍສູ້ຊົນໃນຕໍ່ໜ້າແມ່ນມີ 7 ແຜນວຽກຈຸດສຸມ ທີ່ຈະໄດ້ເພີ່ມຄວາມເອົາໃຈໃສ່ແກ້ໄຂໃຫ້ສຳເລັດຢ່າງຕັ້ງໜ້າ.
ໃນກອງປະຊຸມ ສະຫາຍ ສຸກຄຳເພັດ ເຮືອງບຸດດີ ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ລົງສະໝັກເລືອກຕັ້ງ ເຂົ້າເປັນຄະນະບໍລິຫານງານພັກແຂວງບໍ່ແກ້ວ ຊຸດໃໝ່ ໂດຍຜູ້ລົງສະໝັກຕ້ອງເປັນຜູ້ທີ່ມີທັດ ສະນະຫລັກໝັ້ນທາງດ້ານການເມືອງໜັກແໜ້ນ, ມີຄວາມຊື່ສັດບໍລິສຸດ, ມີຄວາມຈົງຮັກພັກດີຕໍ່ພັກຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ, ເຮັດວຽກງານເປັນໝູ່ຄະນະ, ມີແບບແຜນການດຳລົງຊີວິດທີ່ປອດໃສ, ບໍ່ສວຍໃຊ້ຖານະຕຳແໜ່ງ, ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ, ຈຸ້ມເຈື້ອເຊື້ອສາຍພັກພວກ, ຕ້ອງເປັນຜູ້ທີ່ມີອຸດົມການຕໍ່ແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກຢ່າງແທ້ຈິງ ເພື່ອນຳພາປະເທດຊາດໃຫ້ຫລຸດພົ້ນອອກຈາກການດ້ອຍພັດທະນາ ກໍຄື ການພັດທະນາແຂວງບໍ່ແກ້ວ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສີວິໄລ ໃນອະນາຄົດ. ຈາກນັ້ນ, ຄະນະຮັບຜິດຊອບໄດ້ອະທິບາຍ ແລະ ແນະນໍາກ່ຽວກັບການຂີດບັດທາບທາມ, ພ້ອມທັງດໍາເນີນການປ່ອນບັດຕາມວາລະກອງປະຊຸມ.
ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກໍໄດ້ມີຄຳເຫັນຊີ້ນຳກອງປະຊຸມວ່າ: ການດຳ ເນີນກອງປະຊຸມທາບທາມບຸກຄະລາກອນໃນຮອບ III ນີ້ ແມ່ນເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ ເພື່ອບັນຈຸເຂົ້າໂຄງປະກອບ ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍ່ແກ້ວ ສະໄໝທີ VII ໃຫ້ຄົບຊຸດ, ຜູ້ທີ່ສະໝັກເປັນຄະນະບໍລິຫານງານພັກແຂວງບໍ່ແກ້ວ ຕ້ອງມີຜູ້ເກົ່າ, ຜູ້ໃໝ່, ຕ້ອງຮັບປະກັນ 3 ຮຸ່ນ( ອາວຸໂສ, ກາງ, ໜຸ່ມ) ມີເພດ, ມີຊົນເຜົ່າ ເຂົ້າໃນໂຄງປະກອບຕາມເງື່ອນໄຂຕົວຈິງ ແນໃສ່ຮັບປະກັນລັກນະສືບທອດປ່ຽນແທນຢ່າງຕໍ່ເນື່ອງ.
ຂ່າວ: ບຸນຈັນ ມະນີໄຊ