ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 6

 ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 6 ຈັດຂຶ້ນໃນຕອນເຊົ້າວັນທີ 24 ກັນຍາ 2025 ທີ່ໂຮງແຮມລາດຊະວົງ ວັນດາວິສຕ້າ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ. ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະປະຈໍາພັກກະຊວງ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກໍາມະການພັກກະຊວງ, ສະມາຊິກພັກ ແລະພາກສ່ວນກ່ຽວຂ້ອງ.

 ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ມີຄໍາເຫັນໄຂກອງປະຊຸມ ແລະ ຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງໄລຍະ 5 ປີຜ່ານມາວ່າ:  ຕະຫຼອດໄລຍະທີ່ໄດ້ອອກແຮງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ກໍຄືໄລຍະສ້າງຂະບວນການເພື່ອເປັນຜົນງານຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ, ພວກເຮົາໄດ້ປະເຊີນໜ້າກັບສິ່ງທ້າທາຍທົດສອບຫຼາຍປະການ ແຕ່ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດ ແລະ ແທດເຖິງຂອງກົມການເມືອງສູນກາງພັກ ບວກກັບຄວາມເປັນເຈົ້າການຂອງບັນດາຮາກຖານພັກທຸກຂັ້ນ ກໍຄືສະມາຊິກພັກ-ພະນັກງານກະຊວງໂຍທາທິການ ແລະ ຂົນສົ່ງທຸກຄົນ ທີ່ມີມູນເຊື້ອຫ້າວຫັນ, ອົດທົນ ແລະ ມີຄວາມສາມັກຄີປອງດອງຢ່າງໜັກແໜ້ນ, ຈຶ່ງສາມາດຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ພ້ອມກັນອອກແຮງສຸມໃສ່ເຮັດສໍາເລັດໜ້າທີ່ການເມືອງ ຂອງຕົນໄດ້ເປັນຢ່າງດີ, ຄະນະພັກ, ສະມາຊິກພັກ-ພະນັກງານກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຊີດຊູຄວາມສາມັກຄີປອງດອງພາຍໃນຢ່າງໜັກແໜ້ນ, ເອົາໃຈໃສ່ຊຸກຍູ້ວຽກງານ 3 ສ້າງ, ພ້ອມທັງປັບປຸງປົວແປງພາຍໃນພັກ, ເປີດບັ້ນເຊື່ອມຊຶມຮໍ່າຮຽນເອກະສານມະຕິຄຳສັ່ງຂອງພັກ, ສ້າງຂະບວນການ ແລະ ລົງຕິດຕາມກວດກາການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ, ໄດ້ຊຸກຍູ້ການດຳເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກຮາກຖານ ແລະ ສາມອົງການຈັດຕັ້ງມະຫາຊົນສຳເລັດໂດຍພື້ນຖານ ຕິດພັນກັບການເສີມຂະຫຍາຍປະຊາທິປະໄຕພາຍໃນພັກ,ໃຫ້ສະມາຊິກພັກໄດ້ເຂົ້າຮ່ວມຄົ້ນຄວ້າປະກອບຄຳເຫັນເຂົ້າໃສ່ຮ່າງລາຍງານການເມືອງ, ແຜນພັດທະນາ 5 ປີຂອງຂະແໜງກາຍໂຍທາທິການ ແລະ ຂົນສົ່ງ ໃນຊຸມປີຕໍ່ໜ້າຮອດປີ 2030 ລວມທັງເອກະສານສຳຄັນຕ່າງໆ ແລະ ຄົ້ນຄວ້າບຸກຄະລາກອນຮັບສະໜັກ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ຖືກຕ້ອງຕາມກົດລະບຽບຂອງພັກ ແລະ ບົດແນະນຳຕ່າງໆຂອງຂັ້ນເທິງ.

 ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 6, ບັນດາຜູ້ແທນສະມາຊິກພັກຈະໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ເພື່ອຕີລາຄາຜົນສຳເລັດ, ຂໍ້ຂາດຕົກບົກຜ່ອງ ແລະ ຊອກໃຫ້ເຫັນສາເຫດ ເພື່ອນຳໄປແກ້ໄຂໃຫ້ຖືກຕ້ອງວ່ອງໄວທັນການ, ຖອດຖອນໄດ້ບົດຮຽນທີ່ດີເພື່ອນຳພາ-ຊີ້ນຳວຽກງານໃນຕໍ່ໜ້າ, ບົນພື້ນຖານການວິເຄາະ, ວິໄຈສະພາບຄວາມເປັນຈິງ ແລະ ແທດເໝາະກັບແນວທາງນະໂຍບາຍຂອງພັກ. ກອງປະຊຸມໃຫຍ່ຈະໄດ້ຮັບຮອງເອົາຄຳຂວັນ, ທິດທາງລວມຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກງານແຕ່ລະດ້ານໃນຊຸມປີຕໍ່ໜ້າ ເພື່ອປະຕິບັດແນວທາງຂອງພັກ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດຖະບານ ໃນຕໍ່ໜ້າ. ສ່ວນທິດທາງທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກເປັນການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຢູ່ພາຍໃນພັກ, ຂຸດຄົ້ນ ແລະ ນຳໃຊ້ກຳລັງແຮງສັງລວມ ແລະ ທ່າແຮງບົ່ມຊ້ອນທີ່ມີ ເພື່ອເຮັດໃຫ້ການສ້າງສາພັດທະນາປະເທດຊາດບັນລຸຕາມຄາດໝາຍທີ່ກຳນົດໄວ້. ຜູ້ແທນກອງປະຊຸມໃຫຍ່ ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນດຳເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງຊຸດໃໝ່ ສະໄໝທີ VI ເພື່ອເປັນການນຳສູງສຸດຂອງກະຊວງ, ເປັນໃຈກາງເຕົ້າໂຮມຄວາມສາມັກຄີປອງດອງ ແລະ ຄວາມເປັນເອກະພາບພາຍໃນພັກ, ນໍາພາ-ຊີ້ນຳທົ່ວອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນ ເຂົ້າສູ່ຂະບວນການຕົວຈິງ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ທີ່ມາ: ວສລ