ໃນວັນທີ 24 ກັນຍາ 2025, ແຂວງຈຳປາສັກ ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX. ກອງປະຊຸມຈັດຂຶ້ນຢູ່ສະໂມສອນແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ຜູ້ຊີ້ນໍາວຽກງານຮອບດ້ານແຂວງຈຳປາສັກ, ສະຫາຍ ປອ.ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັກ, ສະຫາຍ ປອ.ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ. ມີຄະນະຜູ້ແທນແຂວງສາລະວັນ, ແຂວງເຊກອງ ແລະ ຄະນະຮັບຜິດຊອບບຸກຄະລາກອນ ຈາກຄະນະຈັດຕັ້ງສູນສູນກາງ ພ້ອມດ້ວຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ອະດີດການນໍາແຂວງ, ພະນັກງານອາວຸໂສ - ບໍານານ, ຜູ້ຊົງຄຸນວຸດທິ ແລະ ຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 472 ສະຫາຍ,ໃນນັ້ນຜູ້ແທນສົມບູນ 439 ສະຫາຍ, 65 ສະຫາຍ ເຊິ່ງເປັນຕົວແທນສະມະມາຊິກພັກທົ່ວແຂວງ ຈໍານວນ 31.547 ສະຫາຍ, ຍິງ 8.953 ສະຫາຍ.
ໂອກາດກ່າວເປີດກອງປະຊຸມ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ມີຄໍາເຫັນວ່າ: ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນບັນດາເຜົ່າໃນທົ່ວແຂວງຈຳປາສັກ ອອກແຮງສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ - ສັງຄົມ ຂອງລັດຖະບານ ກໍຄື ຂອງແຂວງ ດ້ວຍຈິດໃຈຟົດຟື້ນປະຕິວັດ ແລະ ເຕັມໄປດ້ວຍຜົນສຳເລັດໃນຫຼາຍດ້ານທີ່ເປັນໜ້າພາກພູມໃຈ. ມື້ນີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວອົງຄະນະພັກແຂວງຈໍາປາສັກ ຄັ້ງທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ສະຫງ່າຜ່າເຜີຍ. ຕະຫຼອດໄລຍະ 5 ປີ ແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຈໍາປາສັກ ໃນທ່າມກາງສະພາບແວດລ້ອມສາກົນ ແລະ ອະນຸພາກພື້ນ ຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ ທີ່ສົ່ງຜົນກະທົບໂດຍກົງ ຕໍ່ປະເທດເຮົາ ກໍຄືແຂວງຈໍາປາສັກ ໄດ້ປະເຊີນກັບໄພພິບັດທາງທໍາມະຊາດ ແລະ ການລະບາດຂອງພະຍາດຕາມລະດູການ; ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ - ການເງິນ ທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ຂອງພວກເຮົາ; ແນວໃດກໍຕາມ ຍ້ອນແນວທາງນະໂຍບາຍອັນສະຫຼາດ, ສ່ອງໃສຂອງພັກ - ລັດຖະບານ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມຕັດສິນໃຈ, ຄວາມຮັບຜິດຊອບສູງຂອງຄະນະພັກ, ອົງການປົກຄອງແຂວງ, ບັນດາສະຫາຍສະມາຊິກພັກ - ພະນັກງານ ແລະ ຄວາມເປັນເຈົ້າການຂອງປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ຈຶ່ງເຮັດໃຫ້ພວກເຮົາສາມາດຜ່ານຜ່າອຸປະສັກ, ຂໍ້ຫຍຸ້ງ ໄດ້ຢ່າງໜ້າເພິ່ງພໍໃຈ; ພວກເຮົາມີຄວາມປຶ້ມປິຕິຍິນດີທີ່ເຫັນວ່າ ທົ່ວແຂວງຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ເສດຖະກິດພັດທະນາກ້າວຂຶ້ນ ດ້ວຍທ່ວງທ່າທີ່ໝັ້ນທ່ຽງ; ປະຊາຊົນລາວບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ - ລັດ ກໍຄືຂອງອົງຄະນະພັກແຂວງ; ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງຍົກສູງຂຶ້ນເປັນກ້າວໆ; ຖັນແຖວສະມາຊິກພັກ -ພະນັກງານ - ລັດຖະກອນ ແລະ ກຳລັງປະກອບອາວຸດ ໄດ້ຮັບການບໍາລຸງສ້າງທາງດ້ານທິດສະດີ - ວິຊາສະເພາະ ແລະ ຜ່ານໃນຂະບວນການວິວັດໃນວຽກງານຕົວຈິງ ເປັນຈໍານວນຫຼວງຫຼາຍ, ສະແດງອອກໃນຜົນງານການຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງມະຕິກອງປະຊຸມໃຫຍ່ວາງອອກໃນແຕ່ລະໄລຍະ
ສະຫາຍ ປອ.ອາລຸນໄຊ ສູນນະລາດ ກ່າວຕື່ມວ່າ: ເພື່ອຮັກສາ, ສືບຕໍ່ໝາກຜົນ ແລະ ຜົນງານ ທີ່ຍາດມາໄດ້ທັງໝົດນັ້ນ ແມ່ນໜ້າທີ່ສໍາຄັນທີ່ກອງປະຊຸມໃຫຍ່ຄັ້ງນີ້ ຕ້ອງໄດ້ສືບຕໍ່ປະຕິບັດດ້ວຍຄວາມຮັບຜິດຊອບສູງ ແລະ ຕ້ອງເປັນເຈົ້າການປະຕິບັດໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ ແລະ ບາງດ້ານ ກໍໃຫ້ລື່ນຄາດໝາຍທີ່ວາງໄວ້; ດ້ວຍເຫດນັ້ນ ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວອົງຄະນະພັກແຂວງຈໍາປາສັກ ຄັ້ງທີ IX ນີ້ ແມ່ນການປະຕິບັດຢ່າງເຄັ່ງຄັດຕໍ່ກົດລະບຽບຂອງພັກ ກໍຄື ຫຼັກການ ແລະ ທິດນຳຂອງການກໍ່ສ້າງພັກ ໃຫ້ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນ; ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າຮັບຮອງເອົາເອກະສານ ທີ່ເປັນຍຸດທະສາດຂອງແຂວງ ແລະ ພ້ອມກັນເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອເປັນແກ່ນສານນໍາພາທົ່ວອົງຄະນະພັກແຂວງ ໃນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ແລະ ປະຕິບັດແຜນພັດທະນາເສດຖະກິດ - ສັງຄົມຂອງແຂວງ ສໍາລັບໄລຍະຮອດປີ 2030 ໃຫ້ປະກົດຜົນເປັນຈິງ. ຍ້ອນແນວນັ້ນ, ຂໍຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມກັນເຊີດຊູຄວາມຮັບ ຜິດຊອບ, ເສີມຂະຫຍາຍລັກສະນະປະຊາທິປະໄຕຢ່າງຕັ້ງໜ້າ, ສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າ ແລະ ປະກອບຄວາມເຫັນໃຫ້ເລິກເຊິ່ງຖືກຕ້ອງ, ພ້ອມກັນຕຶກຕອງບັນຫາຢ່າງຖີ່ຖ້ວນ, ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ດໍາເນີນໄປບົນພື້ນຖານຄວາມສາມັກຄີເປັນເອກະພາບທີ່ໜັກແໜ້ນ ແລະ ມີຜົນສໍາເລັດຕາມ ລະດັບຄາດໝາຍຢ່າງຈົບງາມ.
ພ້ອມນີ້, ສະຫາຍ ປອ.ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຊວງ ຍັງໄດ້ຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ. ຕໍ່ມາ, ສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຈໍາປາສັກ ກໍໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ X. ຈາກນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ປະກອບຄໍາ ຕໍ່ຮ່າງບົດລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ - ສັງຄົມ. ນອກນີ້, ຜູ້ແທນກອງປະຊຸມໃຫຍ່ ຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອນໍາພາ - ຊີ້ນໍາວຽກງານໃນຕໍ່ໜ້າ.
ຂ່າວ-ພາບ: ທູນທອງໃຈ