ເປັນອີກພາບ ທີ່ໜ້າປະທັບໃຈ ສໍາລັບຊາວນະຄອນຫຼວງວຽງຈັນ ທີ່ໄດ້ເຫັນຂະບວນລົດເມ ບີອາທີ (BRT) ໄດ້ອອກແລ່ນທົດສອບລະບົບ ໃນເສັ້ນທາງເປັນທີຮຽບຮ້ອຍ ເພື່ອໃຫ້ສົມການຄອງຄອຍການເປີດບໍລິການ ຢ່າງເປັນທາງການໃນມໍ່ໆນີ້
ການທົດລອງ ແລ່ນ ລົດເມ ບີອາທີ BRT ເປັນການທົດສອບເສັ້ນທາງ, ສະຖານີ, ຜູ້ຂັບລົດ, ກໍານົດເວລາ, ຄວາມໄວ, ເພືື່ອຮັບປະກັນ ຄຸນນະພາບ ແລະ ຄວາມວ່ອງໄວ ໃນການບໍລິການພໍ່ແມ່ປະຊາຊົນ
ເຊິ່ງລົດເມ ບີອາທີ (BRT) ຈະສົ່ງຜົນປະໂຫຍດແກ່ຜູ້ເດີນທາງ ທີ່ບໍ່ມີພາຫະນະເປັນຂອງຕົນເອງ, ໂດຍສະເພາະນັກທ່ອງທ່ຽວ ແລະ ປະຊາຊົນ ທີ່ອາໃສໃກ້ເສັ້ນທາງແລ່ນຂອງລົດເມ ບີອາທີ (BRT).
ການປັບຕົວ ຂອງທຸກຄົນ ຈະຊ່ວຍສະໜັບສະໜູນ ໃຫ້ໂຄງການນີ້ໄປສູ່ຄວາມສໍາເລັດ ຕາມເປົ້າໝາຍ, ການເດີນທາງສະອາດ ໃຊ້ລົດພະລັງງານໄຟຟ້າ, ລຸດຜ່ອນການໃຊ້ລົດສ່ວນຕົວໃນເຂດຕົວເມືອງ, ແລະ ປ້ອງກັນອຸບັດຕິເຫດ.
ພາບ: ປະກາດ