ໂດຍ: ຜາຕຸງ
ທຸກໆປະເທດໃນໂລກມະນຸດນີ້ ລ້ວນແຕ່ມີຄວາມປາຖະໜາຢາກມີຄວາມສຸກ ຄວາມສະຫງົບປອດໄພ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ປະຊາຊົນດຳລົງຊີວິດຢູ່ຮ່ວມກັນຢ່າງສາມັກຄີປອງດອງ, ລັດຖະບານຂອງແຕ່ລະປະເທດຈຶ່ງເລັ່ງໃສ່ສ້າງທຸກເງື່ອນໄຂເຮັດໃຫ້ປະເທດຊາດມີສະຫງົບປອດໄພ ເປັນທີິ່ສົນ ໃຈ ແລະ ດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງສະບາຍໃຈ ເປັນເງື່ອນໄຂນຳເອົາລາຍຮັບມາສູ່ປະປະເທດຊາດ ແລະ ປະຊາຊົນຂອງຕົນໃຫ້ຮັ່ງມີເຂັ້ມແຂງຂຶ້ນເລື້ອຍໆ.
ສປປ ລາວ ຕິດ 1 ໃນ10ປະເທດທີ່ສະຫງົບສຸກ ແລະ ປອດໄພທີ່ສຸດໃນອາຊີ ໂດຍໄດ້ຮັບການຍອມຮັບຈາກສະຖາບັນເສດຖະກິດ ແລະ ສັນຕິພາບ ຫລື Institue for Eonomics&Peace (IEP) ຢ່າງເປັນທາງການວ່າເປັນໜຶ່ງໃນດິນແດນທີ່ສະຫງົບສຸກ ແລະ ປອດໄພທີ່ສຸດຂອງທະວີບອາຊີ, ສະຖາບັນເສດຖະກິດ ແລະ ສັນຕິພາບ ຫລື IEP ໄດ້ເປີດເຜີຍລາຍງານດັດສະນີສັນຕິພາບໂລກ ຫລື Global Peace Index ປະຈຳປີ 2025 ເຊິ່ງລາວຖືກຈັດຢູ່ໃນອັນດັບທີ10ຂອງກຸ່ມປະເທດ ທີ່ມີສັນຕິພາບທີ່ສຸດໃນອາຊີ.
ລາຍງານສະບັບຫລ້າສຸດນີ້ ເປັນການປະເມີນສະຖານະການໃນ 163 ປະເທດທົ່ວໂລກ ຈາກການໃຊ້ຕົວຊີ້ວັດ 23 ດ້ານ ຊຶ່ງລາວເຮົາໄດ້ຮັບຄະແນນສັນຕິພາບຢູ່ທີ່ 1,783 ລາຍງານລະບຸວ່າຄະແນນນີ້ມັນສະທ້ອນໃຫ້ເຫັນເຖິງລະດັບຄວາມຂັດແຍ້ງທີ່ຕ່ຳ ອັດຕາ ອາສຍາກຳມີໜ້ອຍ ແລະ ຄວາມມີສະຖຽນລະພາບທາງການເມືອງຢູ່ໃນລະດັບດີ, ສຳລັບ10ປະເທດ ທີ່ໄດ້ຮັບການຈັດອັນດັບວ່າ ມີຄວາມສະຫງົບແລະ ມີສັນຕິພາບທີ່ສຸດໃນອາຊີປະຈຳປີ 2025 ມິຄື: ສິງກະໂປ, ຍີ່ປຸ່ນ, ມາເລເຊຍ, ພູຖານ, ມົງໂກລີ, ຫວຽດນາມ, ໄຕ້ຫວັນ, ສ.ເກົາຫຼີ, ຕີມໍເລດສເຕ ແລະ ສປປ ລາວ, ໄອສະແລນ ຍັງເປັນອັນດັບໜຶ່ງ ປະເທດທີ່ມີຄວາມສະຫງົບ ສັນຕິພາບທີ່ສຸດໃນໂລກ.
ສຳລັບ ສປປ ລາວ ການທີ່ໄດ້ຮັບການຍອມຮັບວ່າເປັນປະເທດທີ່ມີຄວາມສະຫງົບແລະປອດໄພທີ່ສຸດຂອງທະວີບອາຊີ ໃນຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍ ໂດຍທີ່ລາຍງານໄດ້ລະບຸວ່າ ການຈັດອັນດັບດັ່ງກ່າວບໍ່ພຽງແຕ່ສະທ້ອນເຖິງຄວາມກ້າວໜ້າເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນປະເທດ ແຕ່ມັນຍັງຊ່ວຍສົ່ງເສີມພາບລັກທີ່ດີຂອງປະເທດ ໃນຖານະທີ່ມີຈຸດໝາຍປາຍທາງທ່າແຮງສຳລັບ ການທ່ອງທ່ຽວ ການລົງທຶນ ແລະ ການຮ່ວມມືລະຫວ່າງປະເທດໃນອະນາຄົດ.
ນີ້ມັນແມ່ນຄວາມພາກພູມໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມໂລກໂດຍສະເພາະ ແມ່ນສະຖາບັນເສດຖະກິດ ແລະ ສັນຕິພາບ ຫລື Institue for Eonomics&Peace (IEP) ໃຫ້ການຍອມຮັບ ດັດຊະນີສັນຕິພາບ ແລະ ຄວາມໝັ້ນຄົງປອດໄພຂອງ ສປປ ລາວ ເມື່ອເປັນຄືແນວນີ້ແລ້ວ ປະຊາຊົນລາວບັນດາເຜົ່າຍິ່ງຈຳເປັນຕ້ອງໄດ້ເພີ່ມທະວີໃນການຮັກສາສັນຕິພາບ ຄວາມສະຫງົບ ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ສູງຂຶ້ນກວ່າເກົ່າ ສິ່ງສຳຄັນແມ່ນທຸກຄົນຕ້ອງເປັນເຈົ້າການໃນການກຳຈັດປາກົດການຫຍໍ້ທໍ້ໃນສັງຄົມໃຫ້ໝົດໄປ ນຳເອົາຄວາມສີວິໄລຮັ່ງມີເຂັ້ມແຂງມາສູ່ປະເທດຊາດ ແລະ ແະຊາຊົນຢ່າງຈິງຈັງ.