TOYOTA ລາວ ສະເໜີຜະລິດຕະພັນໃໝ່

 ບໍລິສັດໂຕໂຢຕ້າລາວຈຳກັດ ນຳສະເໜີຜະລິດຕະພັນໃໝ່ທີ່ເປັນອັນດັບໜຶ່ງດ້ານຍານຍົນຈາກປະເທດຍີ່ປຸ່ນ ທີ່ເປັນລົດຕູ້ອະເນກປະສົງ ຊຶ່ງໄດ້ຮັບການອອກແບບ ແລະພັດທະນາໃໝ່ທັງໝົດໃນ ຮອບ 15 ປີ ທັງພາຍໃນ ແລະພາຍນອກອາຄານລົດ ທີ່ສາມາດຕອບໂຈດການໃຊ້ງານຢ່າງຄຸ້ມຄາແຂງແກ່ງທົນທານ ແລະ ປະຢັດນ້ຳມັນພ້ອມທັງສິ່ງອຳນວຍຄວາມສະດວກສະບາຍໃນຫ້ອງຜູ້ໂດຍສານໃນນີ້ປະກອບມີລົດຕູ້ໂຕໂຢຕ້າໄຮເອສຄອມ ມິວເຕີ້ ທີ່ເປັນຮູບໂສມໃໝ່ 2 ລຸ້ນ ຄື High Roof ແລະ Standard Roof.

  ການນໍາສະເຫນີໄດ້ມີຂຶ້ນເມື່ອວັນທີ 27 ເມສາ 2019  ທີ່ສູນການຄ້າວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ ເປັນປະທານໃນພິທີ ໂດຍທ່ານ ຈູນ ໂອຊາໂກະ ຮອງອຳນວຍການ ບໍລິສັດ ໂຕໂຢຕ້າລາວ ຈຳກັດ ມີທ່ານ ຄຳສຸກ ໂກມຸດທະວົງ ຜູ້ຈັດການພະແນກການຕະຫຼາດ ແລະຂາຍບໍລິສັດ ໂຕໂຢຕ້າລາວ ຈຳກັດ ມີພະນັກງານວິຊາການຂອງບໍລິສັດ ແລະພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.

  ຜູ້ຈັດການພະແນກການຕະຫຼາດ ແລະ ຂາຍ ບໍລິສັດ ໂຕໂຢຕ້າລາວ ຈຳກັດ ໃຫ້ຮູ້ວ່າ: ໂຕໂຢຕ້າໄຮເອສຄອມມິວເຕີ້ (Toyota Hiace Commuter) ເປັນລົດຕູ້ອະເນກປະສົງທີ່ໄດ້ຮັບການອອກແບບ ແລະ ພັດທະນາໃໝ່ທັງໝົດ ບໍ່ວ່າຈະເປັນພາຍໃນ ແລະພາຍນອກອາຄານລົດທີ່ຕອບສະໜອງທຸກຄວາມຕ້ອງການໃຊ້ງານທີ່ເພີ່ມຄວາມນຸ່ມນວນໃນການຂັບຂີ່ໂດຍສະເພາະແມ່ນການປັບປຸງການຊົງຕົວການເກັບສຽງພ້ອມສິ່ງອຳນວຍຄວາມສະດວກສະບາຍໃຫ້ກັບຜູ້ໂດຍສານດ້ວຍການອອກແບບດ້ານໜ້າເຄິ່ງຝາກະໂປ່ງເຄື່ອງຈັກໄດ້ຖືກຈັດວາງໄວ້ກ້ອງເບາະນັ່ງດ້ານໜ້າຄົົນຂັບໂດຍເລື່ອນໄປໜ້າເລັກໜ້ອຍຈະຊ່ວຍໃຫ້ພື້ນທີ່ຫ້ອງໂດຍສານໃຫ້ມີຄວາມຫງຽບ ແລະມີລະບົບແອປັບອາກາດ Manual ທີ່ສາມາດຄວບຄຸມອຸນຫະພູມໄດ້ພ້ອມນີ້ຍັງມີຊ່ອງລະບາຍອາກາດເທິງຫຼັງຄາທີ່ສ້າງຄວາມເຢັນສະບາຍໃຫ້ກັບຜູ້ໂດຍສານ, ສ່ວນການເຂົ້າ-ອອກລົດປະຕູເລື່ອນດ້ານຂ້າງໄດ້ຖືກອອກແບບໃໝ່ໃຫ້ກວ້າງຂຶ້ນພ້ອມມີໄຟສ່ອງໃສ່ບ່ອນຢຽບຂຶ້ນ-ລົງ ຊຶ່ງເຮັດໃຫ້ການເຂົ້າ-ອອກຂອງຜູ້ໂດຍສານສະດວກສະບາຍໃນເວລາກາງຄືນ.

  ເພື່ອທັດສະນະວິໄສໃນການຂັບຂີ່ທີ່ດີເລີດປະຕູຂ້າງໜ້າໄດ້ອອກແບບໃຫ້ຕ່ຳລົງ ແລະໄດ້ຕິດຕັ້ງແວ່ນຂະໜາດໃຫຍ່ເພື່ອຊ່ວຍໃຫ້ເບິ່ງເຫັນໄດ້ກວ້າງຂຶ້ນລວມທັງ ເພີ່ມແວ່ນເສີມເພື່ອຊ່ວຍໃຫ້ສາມາດເບິ່ງໃນມຸມມອງດ້ານລຸ່ມໄດ້ດີສ່ວນເຄື່ອງຈັກແມ່ນ 1GD-FTV ໃຊ້ turbocharger ກັບ intercooler ຊຶ່ງຈະຊ່ວຍສ້າງປະສິດທິພາບການໃຊ້ງານແບບໄດມາມິກທີ່ຊ່ວຍໃການປະຢັດນ້ຳມັນລວມທັງມີລະບົບຊ່ວງລ່າງເບກລະບົບກັນສະເທືອນ MacPhesonstrut ໄດ້ຖືກນຳມາປັບໃຊ້ກັບດ້ານໜ້າ ແລະຊ່ວງລ່າງຂອງແໜບດ້ານຫຼັງຊຶ່ງຊ່ວຍໃຫ້ເກີດຄວາມທ່ຽງຕົງຂອງລົດ ພ້ອມກັບເຕັກໂນໂລຊີທີ່ຫຼາກຫຼາຍເພື່ອຄວາມປອດໄພໃນການໃຊ້ງານເພີ່ມຂຶ້ນຖ້າທ່ານສົນໃຈກໍສາມາດເຂົ້າເບິ່ງລົດ ແລະສອບຖາມລາຍລະອຽດຕ່າງໆໄດ້ທີ່ຫ້ອງຂາຍໂຕໂຢຕ້າທຸກສາຂາທົ່ວປະເທດ.

ພາບຂ່າວ

ໂດຍ: ໜັງສືພິມເສດຖະກິດ-ສັງຄົມ