ລາວໂທລະຄົມ ມອບລົດໃຫຍ່ໃຫ້ຜູ້ໂຊກດີຂູດບັດລຸ້ນໂຊກ

  ວັນທີ 29 ເມສາຜ່ານມາທີ່ເດີ່ນຜາມໄຊແຄມຂອງທ່າວັດຈັນນະຄອນຫຼວງວຽງຈັນລາວໂທລະຄົມໄດ້ຈັດພິທີມອບລາງວັນລົດໃຫຍ່ໂຕໂຍຕ້າຣີໂວ (Toyota Revo) ໃຫ້ລູກຄ້າຜູ້ໂຊກດີໃຫ້ກຽດມອບໂດຍທ່ານ ຈິດປະສົງ ໜູແກ້ວ ໄກສອນ ຮອງຜູ້ອຳນວຍການບໍລິສັດລາວໂທລະຄົມມະນາຄົມມະຫາຊົນຮັບໂດຍທ່ານ ຄຳແດງ ໄທແກ່ນ ຢູ່ບ້ານໃໝ່ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຜູ້ໂຊກດີໄດ້ຮັບລາງວັນລົດໃຫຍ່ຈາກການຂູດບັດຕື່ມເງິນລາຄາ 10 ພັນກີບ ຊຶ່ງມີບັນດາ ພາກສ່ວນທີ່ກ່ຽວຂ້ອງ ແລະສື່ມວນຊວນເຂົ້າຮ່ວມ.

 ລາງວັນລົດໃຫຍ່ໂຕໂຍຕ້າຣີໂວຄັນດັ່ງກ່າວເປັນຄັນທຳອິດທີ່ມີລູກຄ້າໂຊກດີຂູດພົບໃນບັດຕື່ມເງິນຂອງລາວໂທລະຄົມສະເພາະໃນປີ 2019 ແລະເປັນລາງວັນລົດໃຫຍ່ຄັນທີ 9 ທີ່ລາວໂທລະຄົມໄດ້ ມອບເປັນການຄືນກຳໄລໃຫ້ກັບລູກຄ້າ ນັບແຕ່ເລີ່ມຕົ້ນເຖິງປະຈຸບັນ, ຊຶ່ງໂຄງ ການຂູດບັດລຸ້ນໂຊກຂອງລາວໂທລະຄົມ

ແມ່ນເລີ່ມມາຕັ້ງແຕ່ວັນທີ 25 ພະຈິກ 2011 ປະຈຸບັນມີລູກຄ້າຖືກຂອງລາງວັນ ຈາກລາວໂທລະຄົມທົ່ວປະເທດລວມທັງ ໝົດຫຼາຍກວ່າ 5 ລ້ານລາງວັນ ໃນນີ້ມີລົດໃຫຍ່ໂຕໂຍຕ້າຟໍຈຸນເນີ 3 ຄັນ, ໂຕໂຍຕ້າຣີໂວ 1 ຄັນທີ່ມອບໃນຄັ້ງນີ້, ລົດໃຫຍ່ Hyundai Accent Blue 2 ຄັນ, Chevrolet sail Hatc hback 3 ຄັນ, ລົດຈັກຮອນດ້າເວບ 100 ຫລາຍ ກວ່າ 350 ຄັນ ແລະລາງວັນອື່ນໆອີກ ຫຼາຍຢ່າງ.

  ທັງນີ້ລາວໂທລະຄົມຂໍເຊີນທ່ານຮ່ວມຊິງໂຊກນຳກັນຕໍ່ໄປວ່າທ່ານໃດຈະເປັນເຈົ້າຂອງລົດໃຫຍ່ຄົນຕໍ່ໄປເພາະວ່າຍັງມີເຄື່ອງລາງວັນອື່ນໆອີກຕື່ມຢ່າງຫຼວງຫຼາຍລໍຖ້າທ່ານໂດຍສະເພາະລາງວັນລົດໃຫຍ່ໂຕໂຍຕ້າຟໍຈຸນເນີ 1 ຄັນ, ລົດໂຕໂຍຕ້າຣີໂວ 1 ຄັນ ແລະລົດເກັງອໍນິວວີອັອດ (All New Vios) 2 ຄັນ.

ພາບຂ່າວ

ໂດຍ: ໜັງສືພິມເສດຖະກິດ-ສັງຄົມ