ສປປ ລາວ ກາຍເປັນປະເທດຄູ່ເຈລະຈາໃໝ່ຂອງ SCO

ໃນກອງປະຊຸມ ຄັ້ງທີ 25 ຂອງສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ທີ່ຈັດຂຶ້ນຢູ່ກຳແພງນະຄອນທຽນສິນຂອງຈີນ ໃນວັນທີ 1 ກັນຍາ 2025 ໄດ້ເຫັນດີເປັນເອກະພາບກັນຮັບເອົາ ສປປ ລາວ ເຂົ້າເປັນປະເທດຄູ່ເຈລະຈາ ປະເທດທີ 15 ຢ່າງເປັນທາງການ ເຮັດໃຫ້ມາຮອດປັດຈຸບັນ ອົງການຮ່ວມມືຊຽງໄຮ້ (SCO) ມີສະມາຊິກທັງໝົດ 10 ປະເທດ, ມີ 2 ປະເທດສັງເກດການ ແລະ 15 ປະເທດຄູ່ເຈລະຈາ (ລວມທັງ ສປປ ລາວ). ນອກນີ້ ຍັງມີຫຼາຍກວ່າ 10 ປະເທດພວມຮ້ອງຂໍເຂົ້າເປັນປະເທດສະມາຊິກ.

 

ການເຂົ້າເປັນຄູ່ເຈລະຈາ SCO ຂອງລາວໃນຄັ້ງນີ້, ນອກຈາກເປັນການເສີມຂະຫຍາຍການຮ່ວມມືທາງການທູດໃຫ້ເຂົ້າເຖິງຂົງເຂດຢູຣາເຊຍ, ສ້າງຄວາມຮັບຮູ້ອັນເລິກເຊິ່ງລະຫວ່າງລາວກັບປະເທດສະມາຊິກ ແລະ ຄູ່ຮ່ວມເຈລະຈາຂອງ SCO ໃຫ້ຫຼາຍຂຶ້ນຕື່ມ, ທັງຈະປະກອບສ່ວນສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ລວມເຖິງເຮັດໃຫ້ SCO ມີສະມາຊິກເພີ່ມຂຶ້ນ, ຍັງໄດ້ສະແດງໃຫ້ເຫັນເຖິງມົນສະເໜ່ທີ່ມີເອກະລັກພິເສດຂອງກົນໄກຮ່ວມມືດັ່ງກ່າວທີ່ໄດ້ຮັບການພັດທະນາມາເປັນເວລາ 24 ປີ ນັ້ນກໍຄື “ເປີດກວ້າງແຕ່ບໍ່ປັດເຂ່ຍປະເທດອື່ນ, ກວມລວມແຕ່ບໍ່ປິດປະຕູ” ເພື່ອສ້າງຄວາມໝັ້ນທ່ຽງ ແລະ ພະລັງທາງບວກຢ່າງບໍ່ຢຸດຢັ້ງໃຫ້ແກ່ໂລກປັດຈຸບັນທີ່ມີການຜັນແປຢ່າງສັບສົນ.


ທັ້ງນີ້, ຍ້ອນ SCO ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານທີ່ໄດ້ຮັບການສ້າງ ຕັ້ງຂຶ້ນໃນປີ 2001 ທີ່ນະຄອນຊຽງໄຮ້, ສປ ຈີນ ໂດຍມີຈຸດປະສົງເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບພາຍໃນພາກພື້ນ, ພ້ອມທັງສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການແລກປ່ຽນວັດທະນະທໍາ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໂດຍມີແນວຄວາມຄິດ “ນ້ຳໃຈຊຽງໄຮ້” ເປັນພື້ນຖານໃນການເຕົ້າໂຮມຄວາມສາມັກຄີ. “ໄວ້ເນື້ອເຊື່ອໃຈກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສະເໝີພາບກັນ, ປຶກສາຫາລືກັນ, ເຄົາລົບອະລິຍະທຳທີ່ມີຄວາມຫຼາກຫຼາຍ ແລະ ສະແຫວງຫາການພັດທະນາຮ່ວມກັນ” ເຊິ່ງກາຍເປັນແບບຢ່າງດ້ານການຮ່ວມມືສາກົນທີ່ຢູ່ເໜືອການພົວພັນສາກົນແບບດັ້ງເດີມ.


ບົນເວທີດັ່ງກ່າວ, ປະເທດຕ່າງໆ ລ້ວນແຕ່ສາມາດເຂົ້າຮ່ວມການປຶກສາຫາລືຢ່າງສະເໝີພາບກັນ ບໍ່ວ່າຈະເປັນປະເທດນ້ອຍ ຫຼື ປະເທດໃຫຍ່, ພ້ອມທັງໄດ້ປະຖິ້ມລັດທິເຈົ້າອຳນາດ ແລະ ແນວຄິດສົງຄາມເຢັນ. ການເຄົາລົບອະທິປະໄຕ ແລະ ມີຄວາມກວມລວມແບບນີ້ ແມ່ນສອດຄ່ອງກັບຄວາມປາດຖະໜາຂອງຫຼາຍປະເທດໃນໂລກ, ທີ່ສ້າງລະບຽບສາກົນທີ່ຍຸຕິທຳ ແລະ ກາຍເປັນອົງການຮ່ວມມືທີ່ປະເທດຕ່າງໆ ຕ້ອງການເຂົ້າຮ່ວມ.


ໃນໄລຍະຜ່ານມາ ກໍຄື ປັດຈຸບັນ, ການພັດທະນາເສດຖະກິດ-ສັງຄົມຂອງລາວພົບຄວາມຫຍຸ້ງຍາກຫຼາຍຢ່າງ ເຊັ່ນ: ບັນຫາການລັກລອບຄ້າຂາຍຢາເສບຕິດ, ອາດຊະຍາກຳຂ້າມຊາດ, ຄວາມປອດໄພທາງອິນເຕີເນັດ, ສິ່ງທ້າທາຍຕໍ່ຄວາມສະຫງົບປອດໄພ ແລະ ອື່ນໆ. ຂະນະທີ່ SCO ຖືເອົາການປົກປ້ອງຄວາມໝັ້ນຄົງໃນພາກພື້ນ ແລະ ການປາບປາມ “3 ລັດທິ” ຄື: ລັດທິກໍ່ການຮ້າຍ, ລັດທິແບ່ງແຍກ ແລະ ລັດທິຫົວຮຸນແຮງເປັນໜ້າທີ່ສຳຄັນກວ່າໝູ່ຕັ້ງແຕ່ຫົວທີ. ສະນັ້ນ, ການໄດ້ເຂົ້າເປັນຄູ່ເຈລະຈາຂອງ SCO ຈະເຮັດໃຫ້ປະເທດລາວສາມາດເຊື່ອມຕໍ່ອົງການຕໍ່ຕ້ານການກໍ່ການຮ້າຍ, ອົງການປາບປາມຢາເສບຕິດ ແລະ ເວທີການຮ່ວມມືດ້ານຂໍ້ມູນຂ່າວສານ ແລະ ຄວາມໝັ້ນຄົງ ເພື່ອສ້າງຄວາມໝັ້ນຄົງເພີ່ມຕື່ມໃຫ້ແກ່ຄວາມໝັ້ນຄົງ ກໍຄື ວຽກງານຮັກສາຄວາມສະຫງົບປອດໄພພາຍໃນປະ ເທດຂອງຕົນ.


ນອກຈາກນີ້, ພາຍໃນ 5 ປີຕໍ່ໜ້າ, ຈີນ ມີແຜນຈະສ້າງ3 ເວທີການຮ່ວມມືໃຫຍ່ລະຫວ່າງຈີນກັບອົງການຮ່ວມມືຊຽງໄຮ້ ຄື: ເວທີການຮ່ວມມືດ້ານພະລັງງານ, ເວທີການຮ່ວມມືດ້ານອຸດສາຫະກຳສີຂຽວ ແລະ ເວທີການຮ່ວມມືດ້ານເສດຖະກິດດິຈິຕອນ, ພ້ອມນີ້ ຈະສ້າງສູນການຮ່ວມມື 3 ແຫ່ງທີ່ສຳຄັນ ຄື: ສູນການຮ່ວມມືການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ສູນການຮ່ວມມືດ້ານການສຶກສາຊັ້ນສູງ ແລະ ສູນການຮ່ວມມືດ້ານອາຊີວະສຶກສາ, ລວມເຖິງ ຈະຮ່ວມມືກັບປະເທດສະມາຊິກອົງການດັ່ງກ່າວສ້າງໂຄງການໃໝ່ “ການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ 10 ລ້ານກິໂລວັດ” ແລະ “ການຜະລິດໄຟຟ້າດ້ວຍພະລັງງານລົມ 10 ລ້ານກິໂລວັດ”. ສິ່ງດັ່ງກ່າວນີ້, ຖືເປັນການສ້າງຊ່ອງທາງ ໃໝ່ດ້ານການລະດົມທຶນ ແລະ ເຕັກໂນໂລຊີໃຫ້ແກ່ປະເທດລາວ ເພື່ອປະຕິບັດຕາມຍຸດທະສາດ “ຫັນປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດ” ແລະ ຈະສ້າງໂອກາດພັດທະນາໃໝ່ໃຫ້ແກ່ປະເທດລາວໃນຖານະເປັນ “ແຫຼ່ງຜະລິດພະລັງງານໄຟຟ້າທີ່ສໍາຄັນຂອງອາຊີຕາເວັນອອກສຽງໃຕ້”.


ການເຂົ້າຮ່ວມກອງປະຊຸມ ຄັ້ງທີ 25 ຂອງສະພາມົນຕີປະມຸກລັດປະເທດສະມາຊິກ SCO ທີ່ປະເທດຈີນໃນຄັ້ງນີ້ ແມ່ນເປັນຄັ້ງປະຖົມມະລືກສໍາລັບປະເທດລາວໃນເວທີນີ້ ແລະ ການໄດ້ເຂົ້າເປັນຄູ່ເຈລາຈາຂອງ SCO ຖືເປັນໜຶ່ງໃນຫຼາຍເຫດການສໍາຄັນໃນການພົວພັນຮ່ວມມືກັບຕ່າງປະເທດຂອງລາວ, ເຊິ່ງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກ່າວປາໄສສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກ SCO ທີ່ໃຫ້ການສະໜັບສະໜູນ ແລະ ໄວ້ເນື້ອເຊື່ອໃຈຕໍ່ ປະເທດລາວ. ພ້ອມທັງຢືນຢັນວ່າ “ສປປ ລາວ ໃຫ້ຄວາມສໍາຄັນຕໍ່ຫຼັກການ ແລະ ເປົ້າໝາຍຂອງ SCO ທີ່ມີຄວາມສອດຄ່ອງກັບແນວທາງ ແລະ ນະໂຍບາຍການຕ່າງປະເທດຂອງລາວທີ່ຍາມໃດກໍຍຶດໝັ້ນຫຼັກການສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ທັງໄດ້ເນັ້ນຢໍ້າຢ່າງໜັກແໜ້ນວ່າ: ສປປ ລາວ ພ້ອມທີ່ຈະມີສ່ວນຮ່ວມໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງພາຍໃນພາກພື້ນ ແລະ ການພັດທະນາແບບຍືນຍົງ”.


ຄວາມຈິງແລ້ວທຸກປະເທດໃນໂລກ, ບໍ່ມີປະເທດໃດຈະສາມາດພັດທະນາປະເທດຂອງຕົນໃຫ້ຈະເລີນຮຸ່ງເຮືອງໄດ້ດ້ວຍຕົນເອງພຽງຜູ້ດຽວ, ແຕ່ມັນຮຽກຮ້ອງໃຫ້ມີການພົວພັນຮ່ວມມືກັບປະເທດອື່ນໃນຂົງເຂດຕ່າງໆ ທີ່ແທດຕົວຈິງ ຫຼື ຕາມເງື່ອນໄຂທີ່ເໝາະສົມ, ເຊັ່ນດຽວກັບປະເທດລາວ ທີ່ຕັ້ງຢູ່ໃຈກາງອະນຸພາກພື້ນແມ່ນ້ຳຂອງ, ເປັນຈຸດປະສານກັນລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP, ທັງເປັນຄູ່ຮ່ວມຊະຕາກໍາກັບຈີນ ໂດຍມີເສັ້ນທາງລົດໄຟ ລາວ-ຈີນ ທີ່ກາຍເປັນຂໍກຸນແຈສໍາຄັນໃນເຄືອຂ່າຍທາງລົດໄຟໃນພາກພື້ນອາຊີ. ພ້ອມນີ້, ລາວ ແລະ ປະເທດສະມາຊິກສ່ວນໃຫຍ່ຂອງ SCO ໄດ້ສ້າງການພົວພັນຮ່ວມມືທີ່ແໜ້ນແຟ້ນ, ບວກກັບລາວມີຄວາມຕ້ອງການຢ່າງຮີບດ່ວນໃນການຮ່ວມມືດ້ານພື້ນຖານໂຄງລ່າງ, ການຫັນເປັນທັນສະໄໝດ້ານກະສິກຳ ແລະ ເສດຖະກິດດີຈີຕອນ.


ດັ່ງນັ້ນ, ການທີ່ ສປປ ລາວ ໄດ້ກາຍເປັນປະເທດຄູ່ເຈລະຈາໃໝ່ຂອງອົງການຮ່ວມມືຊຽງໄຮ້ ຫຼື SCO ຖືເປັນການສະແຫວງຫາການພົວພັນກັບຕ່າງປະເທດທີ່ດີທີ່ສຸດ ເຊິ່ງນອກຈາກຈະເປັນການປະກອບສ່ວນສໍາຄັນໃນການເສີມຂະຫຍາຍ “ນ້ຳໃຈຊຽງໄຮ້” ຍັງຈະປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວຕາມກົນໄກການຮ່ວມມືຂອງອົງການດັ່ງກ່າວ, ທັງຈະເປັນການເພີ່ມຊື່ສຽງ ແລະ ຖານະບົດບາດຂອງລາວໃນເວທີສາກົນນັບມື້ດີຂຶ້ນເລື້ອຍໆ.
ທີ່ມາ: ວສລ