ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ X ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ, ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ຮັບຄວາມໄວ້ວາງໃຈເປັນເລຂາພັກແຂວງ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ X ໄດ້ສຳເລັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 3 ກັນຍາ 2025 ທີ່ຫໍວັດທະນະທໍາໄກສອນພົມວິຫານ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ພາຍໃຕ້ການເປັນປະທານກອງປະຊຸມຂອງສະຫາຍ ສະຫາຍ ບຸນໂຈມ ອຸບົນປະເສີດ  ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຕາງໜ້າຈາກສູນກາງ, ຄະນະພັກ-ຄະນະນຳຈາກແຂວງຄໍາມ່ວນ, ແຂວງສາລະວັນ, ແຂວງຈໍາປາສັກ, ກອງພົນທະຫານຮາບທີ 4 ແລະບັນດາສະຫາຍຜູ້ແທນສົມບູນຈຳນວນ 481 ສະຫາຍ, ຍິງ 86 ສະຫາຍ ທີ່່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວແຂວງຈຳນວນທັງໝົດ 35,453 ສະຫາຍ, ຍິງ 10,412 ສະຫາຍເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ສະຫາຍເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ໄດ້ກ່າວເປີດກອງປະຊຸມໃຫຍ່ຄັ້ງທີ X ຢ່າງເປັນທາງການ ພ້ອມທັງໄດ້ຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ ເພື່ອຕີລາຄາຄືນການນຳພາ-ຊີ້ນຳວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງຊຸດທີ IX ໃນໄລຍະ 5 ປີຜ່ານມາ(2021-2025) ແລະວາງທິດທາງແຜນການໃນ 5 ປີຕໍ່ໜ້າ, ເຊິ່ງຄະນະພັກພວກເຮົາໄດ້ນໍາພາ-ຊີ້ນໍາ ແລະຫັນເອົາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ໄປຈັດຕັ້ງຜັນຂະຫຍາຍດ້ວຍການໂຄສະນາເຂົ້າສູ່ລວງເລິກ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ກາຍເປັນໜ້າທີ່ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ; ດ້ານເສດຖະກິດ: ຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ຂຸດຄົ້ນຂີດຄວາມສາມາດ ແລະທ່າແຮງບົ່ມຊ້ອນຂອງແຂວງ ບວກກັບກໍາລັງແຮງຂອງທຸກພາກສ່ວນສັງຄົມ ເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຂອງແຂວງ ຂະຫຍາຍຕົວດ້ວຍອັດຕາການເຕີບໂຕສະເລ່ຍ ໃນລະດັບ 8%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 40,698 ຕື້ກີບ, ສະເລ່ຍລາຍໄດ້ 35.79 ລ້ານກີບຕໍ່ຄົນຕໍ່ປີ, ການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 15,844 ຕື້ກີບ, ເທົ່າກັບ 135.78%  ແລະການຄຸ້ມຄອງລາຍຈ່າຍປະຕິບັດໄດ້ 5,175 ຕື້ກີບ, ເທົ່າກັບ 96.57% ຂອງແຜນ, ແຫຼ່ງທຶນພັດທະນາແຂວງ ບັນລຸໄດ້ 52,708 ຕື້ກີບ ຫຼື ເທົ່າກັບ 155.66%, ພື້ນຖານໂຄງລ່າງ, ການບໍລິການຄົມມະນາຄົມ ແລະ ຂົນສົ່ງ ໄດ້ຮັບການປັບປຸງກໍ່ສ້າງອອກສູ່ຊົນນະບົດ, ເສັ້ນທາງແຕ່ເທສະບານແຂວງຫາບັນດາເມືອງ ແລະເມືອງຫາບ້ານທຽວໄດ້ສອງລະດູ ເພີ່ມຂຶ້ນມາເປັນ 878 ບ້ານ, ເທົ່າກັບ 84.91% ຂອງບ້ານທັງໝົດໃນທົ່ວແຂວງ, ຍັງເຫຼືອ 78 ບ້ານ ທີ່ຍັງບໍ່ສາມາດທຽວໄດ້ 2 ລະດູ, ການຂະຫຍາຍຕາໜ່າງໄຟຟ້າເຂົ້າບ້ານໃຫ້ປະຊາຊົນ ໄດ້ເພີ່ມຂຶ້ນຈຳນວນ 32 ບ້ານ, ລວມເປັນ 1,002 ບ້ານ, ເທົ່າກັບ 96.90% ຂອງບ້ານທົ່ວແຂວງ, ໄດ້ຊຸກຍູ້ສົ່ງເສີມການເອື້ອອໍານວຍຄວາມສະດວກ ແລະຍາດແຍ່ງເອົາການລົງທຶນຕ່າງປະເທດ ເຂົ້າໃນເຂດເສດຖະກິດພິເສດແຂວງເພີ່ມຂຶ້ນ 51 ຫົວໜ່ວຍ, ລື່ນແຜນການ 27.50%, ດ້ວຍມູນຄ່າການລົງທຶນ 97.40 ລ້ານໂດລາສະຫະລັດ, ນອກຈາກນີ້ ຍັງໄດ້ສຸມໃສ່ປະຕິບັດຍຸດທະສາດ ແລະນະໂຍບາຍການສຶກສາ ເຊິ່ງມີຜົນສໍາເລັດບັນລຸໄດ້ 9 ຄາດໝາຍ ແລະຍັງ 7 ຄາດໝາຍ, ວຽກງານສາທາລະນະສຸກ ແມ່ນໄດ້ຮັບການຂະຫຍາຍຕົວພັດທະນາຢ່າງຕໍ່ເນື່ອງ ແລະທົ່ວເຖິງໂດຍພື້ນຖານ, ສາມາດຈັດຕັ້ງປະຕິບັດບັນລຸໄດ້ 10 ຄາດໝາຍ ແລະ ຍັງ 1 ຄາດໝາຍ, ມາຮອດປະຈຸບັນ ທົ່ວແຂວງ ມີທັງໝົດ 1,034 ບ້ານ, ມີ 174,668 ຄອບຄົວ, ໃນນັ້ນມີ: ຄອບຄົວພົ້ນທຸກ ກວມເອົາຫຼາຍກວ່າ 88%,  ບ້ານພົ້ນທຸກ 823 ບ້ານ, ກວມ 79.59%, ມີບ້ານພັດທະນາ 304 ບ້ານ, ກວມ 29.43%, ສ້າງເມືອງພົ້ນທຸກ ເພີ່ມຂຶ້ນ 5 ເມືອງ, ລວມເປັນ 11 ເມືອງ ແລະມີເງື່ອນໄຂຈະພົ້ນທຸກໃນຕໍ່ໜ້າ 4 ເມືອງຄື: ນອງ, ເຊໂປນ, ພີນ ແລະເມືອງພະລານໄຊ, ສ້າງເມືອງເຂັ້ມແຂງຮອບດ້ານມີ: ນະຄອນໄກສອນພົມວິຫານ ແລະເມືອງສອງຄອນ; ສ່ວນການສ້າງເງື່ອນໄຂໃຫ້ເມືອງນອງ ກາຍເປັນເມືອງພົ້ນທຸກ ປະຕິບັດໄດ້ 20 ບ້ານ, ເທົ່າກັບ 29.41% ຂອງບ້ານທັງໝົດໃນທົ່ວເມືອງ.

  ພາຍໃນກອງປະຊຸມ ຍັງໄດ້ຮັບຟັງການຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ(2025-2030) ຈາກສະຫາຍ ແສນສັກ ສຸລິສັກ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ; ຮັບຟັງການປະກອບຄຳຄິດຄຳເຫັນຈາກຕາງໜ້າຂົງເຂດ ປກສ ແຂວງ ກ່ຽວກັບການສ້າງບ້ານປ້ອງກັນຊາດເຂັ້ມແຂງ-ປ້ອງກັນຄວາມສະຫງົບດີ ຕິດພັນກັບການສ້າງບ້ານປອດຢາເສບຕິດ ຢູ່ແຂວງ, ການພັດທະນາຊົນນະບົດແບບໃໝ່ຮອບດ້ານຢູ່ຈຸດສຸມຈຽງຕູບ ເມືອງເຊໂປນ, ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການປູກ ແລະຜະລິດເບ້ຍຢາງພາລາ ໃຫ້ກາຍເປັນສິນຄ້າ ຢູ່ບ້ານນາແດງ  ເມືອງໄຊບູລີ, ການຜະລິດເຂົ້າໜຽວລາວຄຸນະພາບ ເພື່ອສົ່ງອອກຕ່າງປະເທດ ຂອງກຸ່ມບໍລິສັດໂຊກໄຊ ບ້ານນາຄໍານົນ ເມືອງສອງຄອນ ແລະຮັບຟັງການລາຍງານຈາກ ສະຫາຍ ເກຍ ອູ໊ສິດທິເດດ ວິລະຊົນແຮງງານ ເຈົ້າຂອງໂຮງງານນ້ຳດື່ມ ແລະນ້ຳກ້ອນໂລມາຄຳ ໃນຫົວຂໍ້: ການປະກອບສ່ວນທຶນຮອນສ່ວນຕົວ ເຂົ້າໃສ່ການພັດທະນາພື້ນຖານໂຄງລ່າງແກ້ໄຂຄວາມທຸກຍາກຢູ່່ເຂດຊົນນະບົດ, ຫ່າງໄກສອກຫຼີກ ແລະທຸລະກັນດານພາຍໃນແຂວງ.

 ໂອກາດນີ້, ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ພ້ອມກັນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດທີ X ຈຳນວນ 41 ສະຫາຍ, ຍິງ 6 ສະຫາຍ, ໃນນີ້ມີຄະນະປະຈຳພັກແຂວງຈຳນວນ 13 ສະຫາຍ, ຍິງ 1 ສະຫາຍດັ່ງນີ້: ສະຫາຍ ບຸນໂຈມ ອຸບົນປະເສີດ ເປັນເລຂາພັກແຂວງ, ສະຫາຍ ໂພໄຊ ໄຂຄຳພິທູນ ແລະສະຫາຍ ນາງ ດາວວອນ ໄຊສຸລຽນ ເປັນຮອງເລຂາພັກແຂວງ, ສະຫາຍ ແສນສັກ ພິມວົງສາ ເປັນປະທານກວດກາພັກແຂວງ, ສະຫາຍ ຄຳວິໄສ ຜຸຍຍະວົງ, ສະຫາຍ ປອ ແສນສັກ ສຸລິສັກ, ສະຫາຍ ທອງໃສ ໄຊຍະວົງຄຳດີ, ສະຫາຍ ຄຳຜຸຍ ສີບຸນເຮືອງ, ສະຫາຍ ວາລິຍະ ສີຈັນທອງທິບ, ສະຫາຍ ສາລີ ວິນລາວັນ, ສະຫາຍ ພູລຳພອນ ສີຫາວົງ, ສະຫາຍ ພົຈວ ພັນວິໄລ ລາດສະຍົນ ແລະສະຫາຍ ພັອ ລຳພົງ ໄຊທອງ, ພ້ອມນີ້ ໃນກອງປະຊຸມ ຍັງໄດ້ມີການປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງສູນກາງພັກຈຳນວນ 47 ສະຫາຍນຳອີກ.

ທີ່ມາ: ສະຫວັນພັດທະນາ ຂ່າວ

    ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນຳໃນຫຼາຍບັນຫາສຳຄັນຕໍ່ຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຊຸດທີ X ເພື່ອພ້ອມກັນນຳພາ-ຊີ້ນຳພາແຂວງໃຫ້ສືບຕໍ່ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງຕາມທິດທາງແຜນການທີ່ພັກວາງໄວ້./.