ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ສິງຫາ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 29 ສິງຫາ 2025 ນີ້, ທີ່ສະໂມສອນໃຫຍ່ຂອງແຂວງ, ພາຍໃຕ້ການເປັນປະທານ ຂອງສະຫາຍ ບຸນຫລາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງ ຮັກສາການແທນເຈົ້າແຂວງເຊກອງ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ; ມີແຂກຖືກເຊີນຈາກສູນກາງ, ແຂວງສາລະວັນ, ຈໍາປາສັກ ແລະ ແຂວງອັດຕະປື ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ບັນດາຜູ້ແທນກອງປະຊຸມ ໄດ້ມີຄວາມເປັນເອກະພາບສູງຕໍ່ເນື້ອໃນເອກະສານຮ່າງບົດລາຍງານການເມືອງ; ບົດສະຫລຸບການພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງາຍພັກແຂວງ ສະໄໝທີ X ທີ່ໄດ້ວິເຄາະວິໄຈ ແລະ ຕີລາຄາຢ່າງພາວະວິໄສດ້ານດີ, ດ້ານອ່ອນ ແລະ ບົດຮຽນຖອດຖອນໄດ້. ພ້ອມກັນນັ້ນ, ຍັງໄດ້ເປັນເອກະພາບຮັບຮອງເອົາທິດທາງແຜນການ, ມາດຕະການ ແລະ ວິທີການແກ້ໄຂບັນຫາຕ່າງໆໃນຕໍ່ໜ້າ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ເພື່ອສືບຕໍ່ພັດທະນາແຂວງເຊກອງໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ.
ໃນໂອກາດນີ້, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 172 ສະຫາຍ, ຍິງ 33 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກ 11,080 ສະຫາຍໃນທົ່ວແຂວງ; ຜູ້ແທນສົມບູນໄດ້ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງ ສະໄໝທີ XI ຈໍານວນ 33 ສະຫາຍ, ຍິງ 7 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາຄະນະປະຈໍາພັກແຂວງ 11 ສະຫາຍ, ຍິງ 2 ສະຫາຍ ແລະ ເລືອກເອົາ ສະຫາຍ ບຸນຫລາຍ ບຸດທິ ເປັນເລຂາຄະນະພັກແຂວງ, ສະຫາຍ ຂັນຕີ ສີລະວົງສາ ແລະ ສະຫາຍ ສີສຸພັນ ມະຫາວົງ ເປັນຮອງເລຂາຄະນະພັກແຂວງ; ເລືອກເອົາ ສະຫາຍ ສາກົນ ພອນປະເສີດ ເປັນປະທານກວດກາພັກແຂວງ, ສະຫາຍ ອ່ອນມະນີວັນ ຈັນດາວົງ, ສະຫາຍ ສົມສະຫວັນ ຊຸມພົນພັກດີ ແລະ ສະຫາຍ ສົມບູນ ບຸນປອນ ເປັນຮອງປະທານກວດກາພັກແຂວງ. ພ້ອມນີ້, ກອງປະຊຸມໄດ້ເລືອກເອົາຜູ້ແທນສົມບູນ ຈຳນວນ 19 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມເນັ້ນໜັກໃຫ້ຄະນະພັກຊຸດໃໝ່, ຜູ້ແທນກອງປະຊຸມ ກໍຄືສະມາຊິກພັກໃນທົ່ວແຂວງ ເພີ່ມທະວີຄວາມສາມັກຄີເອກະພາບ, ຍົກສູງຄວາມສາມາດໃນການນໍາພາ, ຄວາມເປັນແບບຢ່າງນໍາໜ້າ ຂອງຄະນະພັກທຸກຂັ້ນ, ເສີມຂະຫຍາຍມູນເຊື້ອວິລະຊົນເຂົ້າໃນທຸກຂົງເຂດວຽກງານ, ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ສ້າງພື້ນຖານເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ແກ້ໄຂບັນຫາເຄັ່ງຮ້ອນ ກໍຄືຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງ ແນໃສ່ການວາງແຜນພັດທະນາເຂດແຄວ້ນຢ່າງມີຈຸດສຸມທີ່ຊັດເຈນ; ເອົາໃຈໃສ່ການພັດທະນາດ້ານວັດທະນະທໍາ-ສັງຄົມ ໂດຍສຸມໃສ່ປະຕິບັດບັນດາຄາດໝາຍຕົວຊີ້ວັດການພັດທະນາແບບຍືນຍົງ; ຍູ້ແຮງວຽກງານສ້າງຕັ້ງຕາແສງ ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ຕິດພັນກັບວຽກງານພັດທະນາຊົນນະບົດຮອບ ດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ປະກົດຜົນເປັນຈິງ.
ຂ່າວ: ສັນຍາ, ພາບ: ອັດສະວິນ