ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ

ໃນວັນທີ 28 ສິງຫາ 2025 ຢູ່ສະໂມສອນນໍ້າກຶນ, ເມືອງແປກ, ແຂວງຊຽງຂວາງ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX ພາຍໃຕ້ການເປັນປະທານຂອງສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຊຽງຂວາງ ໂດຍການເຂົ້າຮ່ວມຂອງສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງຊຽງຂວາງ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ບັນດາສະຫາຍການນໍາ ຜູ້ຕາງໜ້າຈາກແຂວງອ້ອມຂ້າງ ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາສະຫາຍຜູ້ແທນສົມບູນ ຈໍານວນ 260 ສະຫາຍ, ຍິງ 36 ສະຫາຍ ເຊິ່ງເປັນຕົວແທນ ແລະ ຕາງໜ້າໃຫ້ແກ່ສະມາຊິກພັກຈໍານວນ 19,995 ສະຫາຍ, ຍິງ 6,065 ສະຫາຍ ໃນທົ່ວແຂວງຊຽງຂວາງ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ບຸນຈັນ ສີວົງພັນ ໄດ້ກ່າວໄຂກອງປະຊຸມໃຫຍ່ ເຊິ່ງມີເນື້ອໃນບາງຕອນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ອໍານາດການປົກຄອງທຸກຂັ້ນພາຍໃນແຂວງຊຽງຂວາງ ໄດ້ອອກແຮງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ ຄັ້ງ​ທີ IX ຂອງ​ແຂວງ​ຊຽງຂວາງ ເຊິ່ງໄດ້ປະເຊີນ​ໜ້າ ກັບສິ່ງທ້າທາຍທົດສອບຫຼາຍບັນ​ຫາ ເປັນຕົ້ນ: ການລະບາດຂອງພະຍາດໂຄວິດ-19, ບັນຫາໄພເງິນເຟີ້, ການເໜັງເຕີງຂອງລາຄາສິນຄ້າ ແລະ ບັນຫາອື່ນໆ ແຕ່ພາຍໃຕ້ການນຳ​ພາ-ຊີ້​ນຳ ຂອງກົມການເມືອງສູນກາງພັກ, ລັດຖະບານ ບວກກັບຄວາມເປັນເຈົ້າການ ຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ ກໍຄື ປະຊາຊົນບັນດາເຜົ່າຊາວແຂວງຊຽງຂວາງວິລະຊົນທຸກທົ່ວໜ້າ ເຄີຍມີມູນເຊື້ອພິລະອາດຫານ, ດຸໝັ່ນຂະຫຍັນພຽນ-ອົດທົນ ແລະ ມີຄວາມສາມັກຄີປອງດອງຢ່າງແໜ້ນແຟ້ນ ຈິ່ງເຮັດໃຫ້ແຂວງ ສືບຕໍ່ມີຄວາມສະຖຽນລະພາບການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດສືບຕໍ່ຂະຫຍາຍຕົວ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ; ພ້ອມດຽວກັນນັ້ນ ຍັງໄດ້ຫັນພະນັກງານ-ສະມາຊິກພັກ ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ, ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງ ຄຽງຄູ່ກັບການ ປັບປຸງປົວແປງພາຍໃນພັກ, ເປີດບັ້ນດໍາເນີນຊີວິດການເມືອງ ຢ່າງກ້ວາງຂວາງ, ໄດ້ດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ຄະນະພັກຮາກຖານ ສໍາເລັດ 100%; ສໍາລັບການກະກຽມກອງປະຊຸມໃຫຍ່ຂອງແຂວງ ແມ່ນໄດ້​ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ໃນ​ການຄົ້ນຄວ້າປະກອບຄຳຄິດ-ຄໍາເຫັນ ເຂົ້າໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ຮ່າງບົດສໍາຫຼວດການນໍາພາຂອງອົງຄະນະພັກແຂວງ ແລະ ທາບທາມບຸກຄະລາກອນຜູ້ທີ່ຈະສະໝັກ ເຂົ້າໃນຄະນະບໍລິຫານງານພັກແຂວງຊຸດໃໝ່ ຕາມກົດລະບຽບຂອງພັກ; ສະຫາຍ ບຸນຈັນ ສີວົງພັນ ຍັງໄດ້ກ່າວຕື່ມອີກວ່າ: ຕະຫຼອດໄລຍະດໍາເນີນກອງປະຊຸມໃຫຍ່ຄັ້ງນີ້, ນອກຈາກຈະໄດ້ຮັບຟັງຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແລ້ວ ຍັງຈະໄດ້ຄົ້ນຄວ້າລົງເລິກຕີລາຄາ​ບັນ​ດາ ຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາ​ເຫດ ແລະ ບົດ​ຮຽນ​ທີ່​ຖອດ​ຖອນ​ໄດ້ ​ແລະ ຈະໄດ້ຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ ແລະ ຮ່າງບົດສໍາຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII ພ້ອມທັງ ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຕົວແທນຈາກກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບຈຳນວນໜຶ່ງຕື່ມອີກ.

ບັນ​ຫາ​ສຳ​ຄັນ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ບັນດາຜູ້ແທນກອງປະຊຸມ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້; ກອງປະຊຸມໃຫຍ່ຄັ້ງນີ້ ເປັນກຽດຢ່າງສູງ ທີ່ຈະໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ກິແກ້ວ ໄຂຄຳພິທູນ ທີ່ໄດ້ຕາງໜ້າກົມການເມືອງສູນກາງພັກ ເພື່ອເປັນ​ເຂັມ​ຊີ້ທິດເຍືອງທາງໃນການຈັດຕັ້ງປະຕິບັດໃຫ້ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ ກໍ່ຄື ການປະຕິບັດພາລະກິດປົກປັກຮັກສາ ແລະ ພັດທະນາແຂວງຊຽງຂວາງ ວິລະຊົນ ໃຫ້ໜັກ ​ແໜ້ນ, ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໂອກາດນີ້, ສະຫາຍ ບຸນຈັນ ສີວົງພັນ  ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມ​ໃຫຍ່ ຈົ່ງພ້ອມ​ກັນ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ສູງ, ເສີມຂະຫຍາຍສິດປະຊາທິປະ​ໄຕ ​ຢ່າງ​ແຂງ​ແຮງ ​ແລະ ສຸມ​ສະຕິ​ປັນຍາ​ເຂົ້າ​ໃສ່​ໃນການ​ຄົ້ນຄວ້າ ​ແລະ ຕົກລົງ​ບັນຫາ​ຕ່າງໆ​ ຢ່າງ​​ເລິກເຊິ່ງ​ເຖິງ​ຖອງ, ​ຖືກຕ້ອງຕາມ​ແນວທາງ​ຂອງ​ພັກ ​ແລະ ສອດຄ່ອງ​ກັບ​ທ່າ​ແຮງ​ບົ່ມ​ຊ້ອນ, ສະພາບ ​ແລະ ຈຸດ​ພິ​ເສດ​ຕົວ​ຈິງ​ຂອງ ​ແຂວງ​ຊຽງຂວາງ ເພື່ອ​ເຮັດ​ໃຫ້​ກອງ​ປະຊຸມ​ໃຫຍ່ຄັ້ງ​ນີ້ ​ບັນລຸ​ຜົນຢ່າງ​ສະຫງ່າ​ງາມ.

ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ