ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບກຽດຕ້ອນຮັບຄະນະຕົວແທນຈາກບໍລິສັດ ກວ່າງດົງ ຣາຍຊິງ ໂຮລດິງ ກຼຸບ (GDRH) ຊຶ່ງເປັນຜູ້ຖືຮຸ້ນຂອງພວກເຮົາ, ນັກຝຶກອົບຮົມ ແລະ ຜູ້ເຂົ້າຮ່ວມຈາກ GDRM ນັບແຕ່ວັນທີ 19 ຫາ 24 ສິງຫາຜ່ານມາ. ວັດຖຸປະສົງຂອງການມາຢ້ຽມຢາມຂອງຄະນະດັ່ງກ່າວ ແມ່ນເພື່ອກວດກາການຜະລິດ ແລະ ການດໍາເນີນການຂຸດຄົ້ນ, ແລະ ເພື່ອປະເມີນຊັບສິນໃນການຂຸດຄົ້ນຂອງບໍລິສັດ ພູເບ້ຍ ມາຍນິງ ປະຈໍາປີ ຊຶ່ງເປັນສ່ວນໜຶ່ງຂອງບໍລິສັດ ແພນອອສ໌, ແລະ ເປັນບໍລິສັດໃນເຄື່ອຂອງ (GDRH).
ສະມາຊິກຂອງຄະນະດັ່ງກ່າວ ລວມມີທ່ານ ເຈຍ ອິງເຫວີຍ (Jia Yingwei), ຜູ້ອໍານວຍການຝ່າຍປະສານງານພາຍນອກຂອງກຸ່ມບໍລິສັດ ແລະ ທ່ານ ຊຽວ ອານານ (Qiao Yanan), ຫົວໜ້າພະແນກກົດໝາຍຂອງກຸ່ມບໍລິສັດ GDRH. ທ່ານ ເດວິດ ຣີດ, ຜູ້ອໍານວຍການ ທັງເປັນຜູ້ຈັດການໃຫຍ່ຝ່າຍຜະລິດຂອງບໍລິສັດ ພູເບ້ຍ ມາຍນິງ, ກໍ່ໄດ້ຮ່ວມເດີນທາງກັບຄະນະດັ່ງກ່າວເພື່ອໄປຢ້ຽມຢາມໂຄງການຂຸດຄົ້ນ-ປງຸແຕ່ງ ທອງ-ຄໍາ ພູຄໍາ ແລະ ໂຄງການຂຸດຄົ້ນ-ປງຸແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ.
ໃນລະຫວ່າງການຢ້ຽມຢາມໂຄງການ ພູຄໍາ ແລະ ບ້ານຫ້ວຍຊາຍ, ຄະນະດັ່ງກ່າວໄດ້ທ່ຽວຊົມຫ້ອງຄວບຄຸມທີ່ທັນສະໄໝ, ໂຮງງານຜະລິດ-ປຸງແຕ່ງ, ບໍ່ເປີດ, ເຂດ LCT ແລະ ໂຄງການໃຕ້ດິນ ແລະ ພາກຂະຫຍາຍບ້ານຫ້ວຍຊາຍ. ນອກຈາກນັ້ນ ທາງຄະນະກໍ່ໄດ້ຮັບຟັງການລາຍງານສະພາບລ້າສຸດກ່ຽວກັບແຜນງານປະຕິບັດທີ່ດີເລີດລະດັບສາກົນໃນການດູແລ ແລະ ຄຸ້ມຄອງສິ່ງແວດລ້ອມ, ການຝຶກອົບຮົມ ແລະ ພັດທະນາບຸກຄະລາກອນໃຫ້ພະນັກງານຄົນລາວ ແລະ ການປະກອບສ່ວນທາງດ້ານເສດຖະກິດ-ສັງຄົມໃຫ້ແກ່ບັນດາຊຸມຊົນທ້ອງຖິ່ນ. ຄະນະຢ້ຽມຢາມຍັງໄດ້ເຫັນຕົວຢ່າງຕ່າງໆຢູ່ບັນດາເຂດດໍາເນີນງານຂອງບໍລິສັດ ພູເບ້ຍ ມາຍນິງວ່າທີມງານຕ່າງໆກໍາລັງຈັດຕັ້ງປະຕິບັດ ແລະ ນໍາເອົາຄຸນນະທໍາຫຼັກຂອງ GDRH ວ່າດ້ວຍການສຸມໃສ່, ການປະຕິບັດ, ນະວັດຕະກໍາ, ເຕັກໂນໂລຊີ ແລະ ວາງຄົນເປັນທີ່ຕັ້ງ ມາໃຊ້ໃນຄວາມພະຍາຍາມຂອງພວກເຂົາເພື່ອປັບປຸງຂັ້ນຕອນຕ່າງໆ ແລະ ປະສິດທິພາບຢ່າງຕໍ່ເນື່ອງທົ່ວບໍລິສັດ.
ທ່ານ ດາລິງ ເຊັງ, ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິຫານຂອງບໍລິສັດ ແພນອອສ໌, ໄດ້ກ່າວເຖິງການຢ້ຽມຢາມທີ່ສໍາຄັນຂອງຄະນະຕົວແທນໃນຄັ້ງນີ້.
“ການຢ້ຽມຢາມໂຄງການຂອງບໍລິສັດ ພູເບ້ຍ ມາຍນິງ ເປັນເວລາສອງມື້ນີ້ ຊ່ວຍໃຫ້ຄະນະດັ່ງກ່າວໄດ້ເຫັນຕົວຈິງວ່າບໍລິສັດ ກວ່າງດົງ ຣາຍຊິງ ໂຮລດິງ ກຼຸບ ສືບຕໍ່ປະຕິບັດ ແລະ ຮັກສາການປະຕິບັດຕາມລະບຽບການລົງທຶນລັດວິສາຫະກິດຈີນ ແລະ ບັນດາຂໍ້ກໍານົດໃນການຄຸ້ມຄອງຂອງລັດຖະບານລາວ.”
ທ່ານ ເດວິດ ຣີດ ໄດ້ໃຫ້ຮູ້ຕື່ມອີກວ່າ “ທ່ານ ເຈຍ ອິງເຫວີຍ (Jia Yingwei) ແລະ ຄະນະ ຍັງໄດ້ເຫັນໂອກາດຕ່າງໆທາງທຸລະກິດທີ່ດີ ຢູ່ລາວ ໃນຂະນະທີ່ດໍາເນີນການທົບທວນການລົງທຶນທີ່ມີຄຸນນະພາບຂອງບໍລິສັດ GDRH. ຄະນະດັ່ງກ່າວສໍາເລັດການຢ້ຽມຢາມດ້ວຍການສະໜັບສະໜູນອັນເຂັ້ມແຂງ ສໍາລັບການລົງທຶນຂອງລັດຈີນ ໃນປັດຈຸບັນ ແລະ ໃນຕໍ່ໜ້າ.”