ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝຂອງອົງຄະນະພັກແຂວງ ແລະທາບທາມຄະນະບໍລິຫານງານພັກແຂວງສະຫວັນນະເຂດ ສະໄໝທີ X(ຮອບທີ3) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-23 ສິງຫາ 2025 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ແລະສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ-ນະຄອນ, ເລຂາຄະນະພັກກອງບັນຊາການ ປກຊ-ປກສ ແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ສະຫາຍເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ກໍ່ໄດ້ກ່າວເປີດກອງປະຊຸມດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງສະໄໝທີ IX ຢ່າງເປັນທາງການ, ເຊິ່ງໃນກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ຮັບຟັງການຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງສະໄໝທີ IX, ຫຼັງຈາກນັ້ນກໍ່ຈະໄດ້ພ້ອມກັນປະກອບຄຳເຫັນໃສ່ບົດສຳຫຼວດການນຳພາລວມຄະນະບໍລິຫານງານພັກແຂວງ, ມີການແບ່ງຈຸສຳຫຼວດບຸກຄົນໃນຄະນະບໍລິຫານງານພັກແຂວງ(ໃນແຕ່ລະຈຸແມ່ນສະຫາຍເລຂາ-ຮອງເລຂາພັກແຂວງ ເປັນຜູ້ນຳພາສຳຫຼວດ), ໃນກອງປະຊຸມ ສະຫາຍເລຂາພັກແຂວງ-ຮອງເລຂາພັກແຂວງ ແລະສະຫາຍຄະນະປະຈຳພັກແຂວງ ຍັງໄດ້ຜ່ານບົດສຳຫຼວດຕົນເອງ ພ້ອມທັງໄດ້ຊີ້ແຈງຄຳເຫັນສົ່ງຂ່າວ, ຈາກນີ້ກໍ່ຈະໄດ້ມີການສະຫຼຸບຜົນການດຳເນີນຊີວິດການເມືອງທ້າຍສະໄໝໃນຄັ້ງນີ້ ອັນສຳຄັນແມ່ນພວກເຮົາຈະໄດ້ພ້ອມກັນສຳຫຼວດກວດກາຄືນເຖິງການປະຕິບັດໜ້າທີ່ການເມືອງຂອງແຕ່ລະສະຫາຍຄະນະບໍລິຫານງານພັກແຂວງໃນໄລຜ່ານມາ ເພື່ອຊອກໃຫ້ເຫັນດ້ານດີ-ຕັ້ງໜ້າເພື່ອເສີມຂະຫຍາຍ, ຊອກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງອັນໃດທີ່ຍັງບໍ່ທັນສຳເລັດ ເພື່ອຖອດຖອນບົດຮຽນໃຫ້ຄະນະພັກຊຸດໃໝ່ສືບຕໍ່ນຳພາແກ້ໄຂ. ທັງໝົດນີ້ ກໍ່ເພື່ອເປັນການປັບປຸງປົວແປງພັກພາຍໃນອົງຄະນະພັກແຂວງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ເພື່ອນຳພາ-ຊີ້ນຳແຂວງສະຫວັນນະເຂດ ໃຫ້ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມດຽວກັນນີ້ ບັນດາສະຫາຍທີ່ເຂົ້າຮ່ວມ ຍັງຈະໄດ້ປະກອບຄຳເຫັນໃສ່ເນື້ອໃນເອກະສານກອງປະຊຸມໃຫຍ່ ເປັນຄັ້ງສຸດທ້າຍ ແລະໃນວາລະສຸດທ້າຍຈະໄດ້ມີການປ່ອນບັດທາບທາມຄະນະບໍລິຫານງານພັກແຂວງສະໄໝທີ X ຮອບທີ 3 ແລະທາບທາມຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ ແລະປະທານ-ຮອງປະທານກວດກາພັກແຂວງ ຮອງທີ 2.
ໃນພິທີ, ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ໃຫ້ກຽດກ່າວມີຄຳເຫັນໂອ້ລົມໃນຫຼາຍບັນຫາສຳຄັນຕໍ່ບັນດາສະຫາຍຄະນະພັກແຂວງ ແນໃສ່ເພື່ອສືບຕໍ່ປັບປຸງປົວແປງພາຍໃນອົງຄະນະພັກແຂວງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ທັງເປັນການຍົກສູງການນຳພາຂອງອົງຄະນະພັກແຂວງສະຫວັນນະເຂດໃຫ້ສູງເດັ່ນຂຶ້ນ ສາມາດຍາດໄດ້ຜົນງານໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ
ທີ່ມາ: ສະຫວັນພັດທະນາ ຂ່າວ