ໄລຍະ 6 ເດືອນຕົ້ນປີ 2025 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດເກັບລາຍຮັບໄດ້ ທັງໝົດ 117 ຕື້ກວ່າກີບ ເທົ່າກັບ 81.36% ຂອງແຜນການປີ, ເທົ່າກັບ 162.50% ຂອງແຜນການ 6 ເດືອນຕົ້ນປີ, ທຽບໃສ່ໄລຍະດຽວ ເຫັນວ່າເພີ່ມຂຶ້ນ 91.29%. ໃນຄະນະດຽວກັນ ໃນສົກງົບປະມານ ປີ 2025 ດ່ານພາສີສາກົນພູເກືອ ໄດ້ຮັບຕົວເລກມອບໝາຍແຜນລາຍຮັບ ຈາກພາສີປະຈໍາແຂວງ ກໍ່ຄືກົມພາສີ ຈຳນວນ 144 ຕື້ກີບ, ແຜນການ 6 ເດືອນຕົ້ນປີ 2025 ຈໍານວນ 72 ຕື້ກວ່າກີບ.
ທ່ານ ສີມອນ ອຸທິຄູນ ຫົວໜ້າດ່ານພາສີສາກົນພູເກືອ ໄດ້ໃຫ້ສໍາພາດຫວ່າງບໍ່ດົນແລ້ວນີ້ໃຫ້ຮູ້ວ່າ: ສາເຫດທີ່ພາໃຫ້ການຈັດເກັບລາຍຮັບ ຢູ່ດ່ານພາສີສາກົນພູເກືອ ໄດ້ຕາມແຜນການ ແມ່ນຍ້ອນໄດ້ຮັບການຊີ້ນໍາຢ່າງໄກ້ຊິດຕິດແທດຈາກ ຄະນະພັກ, ຄະນະນຳ ສູນກາງ ຕະຫຼອດຮອດທ້ອງຖິ່ນ ແລະ ຄວາມເປັນເອກະພາບ ເອົາໃຈໃສ່ຮ່ວມໄມ້ ຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງ, ມີຄວາມເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ມີຄວາມຮັບຜິດຊອບສູງ, ຈິ່ງເຮັດໃຫ້ມີຜົນສໍາເລັດຫຼາຍດ້ານ. ພ້ອມນີ້ ກໍມີບັນດາກົດໝາຍ, ບົດແນະນໍາ, ຄໍາສັ່ງ, ແຈ້ງການຕ່າງໆ ເປັນບ່ອນອີງການຈັດຕັ້ງປະຕິບັດຈຶ່ງເຮັດໃຫ້ການຈັດເກັບລາຍຮັບພາຍ ໃນ 6 ເດືອນຜ່ານມາ ລື່ນແຜນການວາງອອກ ເທົ່າ 179.52% ເປັນຕົ້ນ ແມ່ນ ກົມພາສີ ບໍ່ໃຫ້ບໍລິສັດທີ່ມີກິດຈະການສົ່ງເສີມການລົງທືນຍົກເວັ້ນພັນທະຕ່າງໆ ສຳລັບສີນຄ້າ, ເຄື່ອງຂອງທີ່ເຂົ້າມາຮັບໃຊ້ໂຄງການຂອງບໍລິສັດ ແລະ ເກັບຈາກການນຳເຂົ້ານ້ຳມັນເຊື້ອໄຟ.
ທ່ານ ສີມອນ ອຸທິຄູນ ຫົວໜ້າດ່ານພາສີສາກົນພູເກືອ ແຂວງອັດຕະປື ໄດ້ໃຫ້ຮູ້ຕື່ມວ່າ: ທິດທາງໃນຕໍ່ໜ້າ ຈະສືບຕໍ່ການນໍາພາ-ຊີ້ນຳ ດ້ານການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນ ເຈົ້າໜ້າທີ່ພາສີ ຢ່າງເປັນປົກກະຕິ, ຕໍ່ເນື່ອງດ້ວຍຫຼາຍຮູບການ ໂດຍການເຜີຍແຜ່, ເຊື່ອມຊືມ, ຄຳສັ່ງ ແລະ ລະບຽບການຕ່າງໆທີ່ ພັກ-ລັດວາງອອກໃນແຕ່ລະໄລຍະ ເພື່ອໃຫ້ເຂົາເຈົ້າມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໜັ້ນຕໍ່ການນຳພາ, ນັບຖືລະບຽບວິໃນ, ມີຄວາມສາມັກຄີກັນເປັນເອກະພາບໃນທຸກດ້ານ, ມີຄວາມຫ້າວຫັນ ແລະ ສາມາດເຮັດຫຼ້ອນໜ້າທີ່ທີ່ຂັ້ນເທິງມອບໜາຍໃຫ້, ເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ຂອບເຂດພາຍໃນດ່ານ ແລະ ນອກດ່ານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ປະສະຈາກສ່ອງຫວ່າງ ແລະ ຮັບປະກັນໄດ້ຕໍ່ກັດໝາຍລະບຽບການກໍານົດ, ສຸມໃສ່ການກວດກາ ລາດຕາເວນສະກັດກັ້ນສີນຄ້າເຄື່ອງຂອງລັກລອບໜີພາສີ ໃນທຸກຮູບແບບ ທັງພາຍໃນດ່ານ ແລະ ນອກດ່ານ, ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານວິຊາສະເພາະໃນແຕ່ລະກຸ່ມວຽກໃຫ້ເຂັ້ມແຂງ ແລະ ຮັບປະກັນການບໍລິການດ້ວຍຄວາມວ່ອງໄວຖືກຕ້ອງ ແລະ ທ່ວງທັນເວລາ, ສູ້ຊົນຈັດເກັບລາຍຮັບໃຫ້ໄດ້ຕາມຄາດໝາຍ ທີ່ທາງການຈັດຕັ້ງມອບໝາຍໃຫ້, ເອົາໃຈໃສ່ ປະຕິບັດມະຕິກອງປະຊຸມຂອງກົມພາສີ ສະບັບເລກທີ 16289/ກພສ, ລົງວັນທີ 25 ທັນວາ 2024 ໃຫ້ໄດ້ຮັບໝາກຜົນ, ສືບຕໍ່ເລັ່ງທວງ ສະສາງລະບອບ IM8 ແລະ IM5 ທີ່ຍັງຄ້າງສະສາງໃນປີຜ່ານມາ, ສືບຕໍ່ສະ ເໜີຫາກົມພາສີກ່ຽວກັບການຈົດຮັບ-ຈົດຈ່າຍ ເງີນມອມທີ່ຍັງຄ້າງສະສາງ, ສືບຕໍ່ ແນະນຳ, ພັກດັນຊຸກຍູ້ໃຫ້ບໍລິສັດ ທີ່ມາເຄື່ອນໄຫວ ນຳເຂົ້າສົ່ງ-ອອກ ໃຫ້ມີເງື່ອນໄຂກ້າວສູ່ ບໍລິສັດມາດຖາ AEO ແລະ ສູ້ຊົນຕົວເລກແຜນການຈັດເກັບລາຍຮັບໃນ 6 ເດືອນທ້າຍປີ 2025 ໃຫ້ໄດ້ 71 ຕື້ກວ່າກີບ.
ຂ່າວ-ພາບ: ມະນີວອນ