ຮສສ ສະເຫນີສ້າງກົດໝາຍວ່າດ້ວຍສັງຄົມສົງເຄາະ

ທ່ານນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສະເໜີກ່ຽວກັບການສ້າງກົດໝາຍວ່າດ້ວຍສັງຄົມສົງເຄາະ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ມິຖຸນາ 2025 ນີ້ .
ທ່ານ ນາງ ແກ້ວ ຈັນທະວີໄຊ ໃຫ້ຮູ້ວ່າ: ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງກົດໝາຍ ກໍຄື ວຽກງານສັງຄົມສົງເຄາະ ເປັນໜຶ່ງໃນນະໂຍບາຍດ້ານມະນຸດສະທຳຂອງພັກ ແລະ ລັດ ແມ່ນໜຶ່ງໃນ 3 ເສົາຄໍ້າໃນລະບົບສະຫວັດດີການສັງຄົມເຊັ່ນ: ການປະກັນສຸຂະພາບ, ປະກັນສັງຄົມ ແລະ ສັງຄົມສົງເຄາະຊຶ່ງໄດ້ມີການຈັດຕັ້ງປະຕິ ບັດນັບແຕ່ໄລຍະການປະຕິວັດຊາດ ປະຊາທິປະໄຕເປັນຕົ້ນມາ ໂດຍເຮັດບົດບາດໃນການເບີກຈ່າຍວັດຖຸພັນໃຫ້ນັກຮົບ, ພະນັກງານ-ພາລະກອນ ແລະ ປະຊາຊົນບັນດາເຜົ່າທີ່ປະສົບຄວາມຫຍຸ້ງຍາກ ເປັນຕົ້ນຕໍ, ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາໃນວັນທີ 2 ທັນວາ 1975 ເປັນຕົ້ນມາ, ການພັດທະນາດ້ານເສດຖະກິດ-ສັງຄົມໄດ້ກ້າວເຂົ້າສູ່ໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະໄລຍະການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ໄດ້ມີການໄລ່ລຽງໄປຕາມກົນໄກເສດຖະກິດຕະຫຼາດ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ. ບັນຫາສັງຄົມຍັງມີທ່າອ່ຽງເພີ່ມຂຶ້ນ, ແບບແຜນວິຖີການດຳລົງຊີວິດຂອງປະຊາຊົນມີການປ່ຽນແປງ ອັນໄດ້ເຮັດໃຫ້ປະຊາຊົນຈໍານວນບໍ່ໜ້ອຍ ບໍ່ສາມາດປັບຕົວຕໍ່ກັບການປ່ຽນແປງດັ່ງກ່າວ ໂດຍສະເພາະຜູ້ທຸກຍາກ, ຜູ້ດ້ອຍໂອກາດ ຊຶ່ງມີຄວາມຈໍາເປັນທີ່ລັດຖະບານຕ້ອງໄດ້ດັດສົມລາຍໄດ້ຈາກໝາກຜົນຂອງການພັດທະນາ ເພື່ອກະຈາຍໄປຊ່ວຍເຫຼືອກຸ່ມຄົນເຫຼົ່ານີ້ໃຫ້ເຂົາເຈົ້າສາມາດປັບປຸງຊີວິດການເປັນຢູ່ຂອງຕົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ໃນໄລຍະຜ່ານມາ, ການໃຫ້ການຊ່ວຍເຫຼືອ, ການບໍລິການທາງດ້ານວັດຖຸ, ຈິດໃຈ ແລະ ການພັດທະນາຕໍ່ປະຊາຊົນກຸ່ມເປົ້າໝາຍສັງຄົມສົງເຄາະ ຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການໃນການດໍາລົງຊີວິດທີ່ຈໍາເປັນຂັ້ນພື້ນຖານ, ກົນໄກການປະສານງານ, ຄວາມຮັບຜິດຊອບຂອງຂະ ແໜງການ ແລະ ທ້ອງຖິ່ນ ລວມທັງການມີສ່ວນຮ່ວມຂອງສັງຄົມໃນວຽກສັງຄົມສົງເຄາະຍັງຈຳກັດ ບໍ່ລວມສູນເຮັດໃຫ້ການຕິດຕາມ-ຄຸ້ມຄອງການຊ່ວຍເຫຼືອສັງຄົມສົງເຄາະຍັງບໍ່ເປັນລະບົບ. ພ້ອມກັນນັ້ນ, ການຊ່ວຍເຫຼືອ, ການບໍລິ ການຕ່າງໆຕໍ່ປະຊາຊົນກຸ່ມເປົ້າໝາຍ ມີລັກສະນະໃຫ້ການຊ່ວຍເຫຼືອບັນເທົາທຸກສຸກເສີນເທົ່ານັ້ນ, ສ່ວນດ້ານການບໍລິການ ແລະ ການພັດທະນາເປົ້າໝາຍດ້ວຍການໃຫ້ຄໍາປຶກສາ, ຄໍາແນະນໍາທັກສະ ການດໍາລົງຊີວິດໃນເວລາທີ່ມີການປະເຊີນກັບບັນຫາຕ່າງໆທີ່ເກີດຂຶ້ນແມ່ນຍັງເຮັດໄດ້ໜ້ອຍ ອັນເນື່ອງຈາກນັກວິຊາການ ລວມທັງຄວາມເຂົ້າໃຈຂອງສັງຄົມ ແລະ ການສະໜອງງົບປະມານເຂົ້າໃສ່ວຽກດັ່ງກ່າວຍັງຈຳກັດ.
ສໍາລັບຮ່າງກົດໝາຍສະບັບນີ້ ປະກອບມີ 10 ພາກ, 8 ໝວດ 62 ມາດຕາ; ຫາກກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໄຊ້ ຄາດວ່າຈະເຮັດໃຫ້ມີເຄື່ອງມືໃນການຄຸ້ມຄອງວຽກງານສັງຄົມສົງເຄາະທີ່ມີຜົນບັງຄັບໃຊ້ຢ່າງໜັກແໜ້ນ ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກສັງຄົມສົງເຄາະຢູ່ພາຍໃນ ແລະ ສອດຄ່ອງກັບມາດຕະຖານຂອງພາກພື້ນ ແລະ ສາກົນ; ບັນດາອົງການຈັດຕັ້ງລັດ, ອົງການປົກຄອງທ້ອງຖິ່ນ, ພາກສ່ວນທີ່ເຄື່ອນໄຫວວຽກງານສັງຄົມສົງເຄາະ, ກຸ່ມເປົ້າໝາຍສັງຄົມສົງເຄາະມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມໃນວຽກນີ້ຫຼາຍຂຶ້ນ; ການຈັດສັນງົບປະມານທີ່ເປັນໝາກຜົນຂອງການພັດທະນາເຂົ້າໃນວຽກງານສັງຄົມສົງເຄາະ ເປັນລະ ບົບກ່ວາເກົ່າ ຊຶ່ງຈະເຮັດໃຫ້ກຸ່ມເປົ້າໝາຍໄດ້ຮັບການພັດທະນາຢ່າງເປັນລະບົບ ແລະ ມີຄວາມຍືນຍົງ; ສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາກົນຕໍ່ລະບົບປົກປ້ອງສັງຄົມ ກໍຄືວຽກງານສັງຄົມສົງເຄາະ, ການຮຽນ-ການສອນໃນການສ້າງນັກສັງຄົມສົງເຄາະດີຂຶ້ນ.