ເປີດຂຶ້ນຢ່າງເປັນທາງການ ງານສັບປະດາດີຈີຕອນລາວ ປີ 2025

ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດງານສັບປະດາດີຈີຕອນລາວ ປະຈໍາປີ 2025 (Digital Week 2025) ຂຶ້ນໃນວັນທີ 2 ຫາ 6 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ຄໍາຂວັນ “ພັດທະນາພື້ນຖານໂຄງລ່າງດີຈີຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ”, ເປັນກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເຈົ້າຄອງ-ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ແລະ ບັນດາແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວເປີດງານ ວ່າ: ປະຈຸບັນ ເຕັກໂນໂລຊີດີຈີຕອນ ໄດ້ຮັບການພັດທະນາດ້ວຍຈັງວະທີ່ກ້າວກະໂດດຢ່າງໄວວາ ແບບບໍ່ເຄີຍມີມາກ່ອນ ແລະ ໄດ້ກາຍເປັນກໍາລັງຂັບເຄື່ອນ ການພັດທະນາເສດຖະກິດ-ສັງຄົມ ຂອງມວນມະນຸດ ແລະ ເປັນປັດໄຈທີ່ສໍາຄັນ ໃຫ້ຄົນເຮົາສາມາດເຊື່ອມຈອດກັນໂດຍບໍ່ມີພົມແດນ ຕອບສະໜອງໄດ້ຄວາມວ່ອງໄວ, ຄວາມຖືກຕ້ອງ, ຊັດເຈນ ແລະ ທັນການ. ຍິ່ງໄປກວ່ານັ້ນ, ການພັດທະນາເຕັກໂນໂລຊີໃໝ່ ໂດຍສະເພາະ ເຕັກໂນໂລຊີປັນຍາປະດິດ ໄດ້ເປັນກະແສຟອງໃໝ່ຂອງການປະຕິວັດ ໃນຂະແໜງການ ແລະ ທຸກຂົງເຂດໃນທົ່ວໂລກ ຊຶ່ງ ສປປ ລາວ ກໍ່ບໍ່ອາດຈະຫຼີກລ້ຽງໄດ້. ດັ່ງນັ້ນ, ເພື່ອຫັນປ່ຽນການພັດທະນາປະເທດຊາດ ກ້າວໄປສູ່ຄຸນນະພາບໃໝ່, ສປປ ລາວ ກໍ່ໄດ້ຮັບການພັດທະນາໃນຫຼາຍດ້ານ, ຫຼາຍຂົງເຂດ ເລີ່ມຈາກພາກລັດ ກໍ່ໄດ້ຈັດຕັ້ງຜັນຂະຫຍາຍຫຼາຍແຜນງານ ແລະ ໂຄງການ ໃນການພັດທະນາເຕັກໂນໂລຊີ ສໍາລັບການບໍລິຫານ ແລະ ການບໍລິການລັດ, ພາກເອກະສານ ກໍ່ໄດ້ຫັນການບໍລິຫານຜ່ານອອນລາຍຫຼາຍຂຶ້ນ, ສ່ວນປະຊາຊົນ ກໍຮູ້ນໍາໃຊ້ເຕັກໂນໂລຊີໃໝ່ ເຂົ້າໃນຊີວິດປະຈໍາວັນ ນັບມື້ນັບກວ້າງຂວາງ. ໃນຍຸກປະຈຸບັນ ການຫັນເປັນດີຈີຕອນ ບໍ່ແມ່ນທາງເລືອກ ແຕ່ເປັນຄວາມຈໍາເປັນພາວະວິໄສ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ເຊີ່ງລັດຖະບານ ສປປ ລາວ ໄດ້ກໍານົດຍຸດທະສາດ ການຫັນເປັນດີຈີຕອນແຫ່ງຊາດ ໂດຍອີງໃສ່ 3 ເສົາຄໍ້າຍຸດທະສາດຫຼັກຄື: ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.
ງານສັບປະດາດີຈີຕອນລາວ ປະຈໍາປີ 2025 ຄັ້ງນີ້ ຈະເປັນເວທີແລກປ່ຽນ ແລະ ເປີດໂອກາດໃຫ້ສັງຄົມລາວ ໂດຍສະເພາະ ແມ່ນຜູ້ປະກອບການ, ນັກຮຽນ, ນັກສຶກສາ, ນັກວິຊາການດ້ານເຕັກໂນໂລຊີ, ໂທລະຄົມ ແລະ ຄວາມປອດໄພໄຊເບີ ໄດ້ມາສະແດງທັດສະນະຄໍາຄິດ-ຄໍາເຫັນ ແລະ ວາງສະແດງແລກປ່ຽນຜະລິດຕະພັນ, ເປັນໂອກາດແລກປ່ຽນຄວາມຮູ້, ປະສົບການ ໃນການພັດທະນາເຕັກໂນໂລຊີໃໝ່ ຂອງຜູ້ເຂົ້າຮ່ວມໃນງານ ເພື່ອນໍາໄປຜັນຂະຫຍາຍທຸລະກິດຂອງຕົນ. ພາຍໃນງານຍັງມີຫຼາກຫຼາຍສີສັນ ແລະ ຫຼາກຫຼາຍກິດຈະກໍາທີ່ສໍາຄັນ ເປັນຕົ້ນ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງຄໍາປາໄສ ຂອງທ່ານນາຍົກລັດຖະມົນຕີ, ປະທານຄະນະກໍາມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ ຂອງ ສປປ ລາວ ເພື່ອເປັນທິດຊີ້ນໍາ ໃນການຫັນເປັນດີຈີຕອນ ຂອງປະເທດເຮົາໃຫ້ທົ່ວສັງຄົມນໍາໄປຈັດຕັ້ງຜັນຂະຫຍາຍ; ມີເວທີສໍາມະນາ ແລະ ຝຶກອົບຮົມ; ມີການສະແດງສິນຄ້າ ແລະ ນະວັດຕະກໍາ ທາງດ້ານດີຈີຕອນ; ມີການແຂ່ງຂັນ ແລະ ກິດຈະກໍາອື່ນໆອີກຫຼາກຫຼາຍ ເຊີ່ງການຈັດງານຄັ້ງນີ້ ໄດ້ຮັບການສະໜັບສະໜູນ ແລະ ອຸປະຖໍາຈາກພາກສ່ວນຕ່າງໆ ເປັນຕົ້ນ ບັນດາກະຊວງ, ບໍລິສັດ ແລະ ບັນດາຜູ້ປະກອບການດ້ານໂທລະຄົມ ແລະ ດີຈີຕອນຈາກພາຍໃນ ແລະ ຕ່າງປະເທດ. ຈາກນັ້ນ, ໃນພິທີທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍແຂກຖືກເຊີນ ໄດ້ພ້ອມກັນກົດປຸ່ມເປີດ ງານສັບປະດາດີຈີຕອນລາວ ປະຈໍາປີ 2025 (Digital Week 2025) ຢ່າງເປັນທາງການ ພ້ອມທັງເລາະຊົມບູດວາງສະແດງສິນຄ້າ ອີກດ້ວຍ.

ຂ່າວ: ສາວລາວໃຕ້