ບໍ່ວ່າອາຊີບໃດກໍ່ຕາມຖ້າເຮັດແລ້ວມີຄວາມສຸກ, ບໍ່ຄັດກັບລະບຽບກົໝາຍບ້ານເມືອງ, ບວກໃສ່ມີຄວາມດຸໝັ່ນຂະຫຍັນພຽນ, ຮູ້ປະຫຍັດມັດທະຢັດ ຈະເຮັດໃຫ້ຄອບຄົວມີການພັດທະນານັບມື້ດີຂຶ້ນ. ຄືດັ່ງຄອບຄົວ ທ່ານນາງ ແສງຈັນ ວິໄລທອງ ອາຍຸ 42 ປີ ອາຊີບຊາວນາ, ປັດຈຸບັນຢູ່ບ້ານຜາຮ່ອມ, ກຸ່ມຜາຕັ້ງ, ເມືອງວັງວຽງ, ແຂວງວຽງຈັນ ທີ່ໄດ້ຍຶດຖືເອົາການປູກພືດເປັນສິນຄ້າ ເຊິ່ງສາມາດສ້າງລາຍຮັບໄດ້ 50-60 ລ້ານກີບຕໍ່ປີ.
ທ່ານ ນາງ ແສງຈັນ ວິໄລທອງ ເຊິ່ງເປັນຄອບຄົວຕົວແບບໃນການປູກພືດເປັນສິນຄ້າ ໄດ້ຂຶ້ນປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວັງວຽງ ຄັ້ງທີ VIII ທີ່ຈັດຂຶ້ນໃນວັນທີ 27-28 ກຸມພາ 2025 ນີ້ວ່າ: ຄອບຄົວຂອງຕົນມີສະມາຊິກທັງໝົດ 5 ຄົນ, ຍິງ 2 ຄົນ ໃນນັ້ນ, ແຮງງານຕົ້ນຕໍມີ 2 ຄົນ ເຊິ່ງໄດ້ລິເລີ່ມຍຶດຖືການປູກພືດເປັນສິນຄ້າມາຕັ້ງແຕ່ປີ 2014 ເປັນຕົ້ນມາ; ສາຍເຫດ ແລະ ແຮງຈູງໃຈທີ່ເຮັດໃຫ້ຂ້າພະເຈົ້າ ຍຶດຖືເອົາການປູກພືດເປັນສິນຄ້າ ເນື່ອງຈາກວ່າ ຄອບຄົວຂອງຂ້າພະເຈົ້າໄດ້ປະກອບອາຊີບເປັນຊາວນາ ຖືເອົາການ ປູກຝັງ ເພື່ອລ້ຽງຊີບມາແຕ່ດັ່ງເດີມ. ໃນເບື້ອງຕົ້ນໄດ້ເລີ່ມປູກຜັກກະລໍ່າປີ ແລະ ຜັກອື່ນໆແຕ່ຍັງບໍ່ທັນປູກເປັນຈຳນວນຫຼາຍ ເນື່ອງຈາກວ່າບໍ່ທັນມີຕະຫຼາດຮອງຮັບ, ພຽງແຕ່ປູກເພື່ອຮັບໃຊ້ຄອບຄົວ ເຫຼືອກິນຈຶ່ງຂາຍອອກທົ່ວໄປ ແລະ ຍັງປູກ ແບບປະຖົມປະຖານ ບໍ່ທັນຮູ້ນໍາເອົາເຕັກນິກວິທະຍາສາດເຂົ້າມາຊ່ວຍເປັນຕົ້ນແມ່ນ: ການໃສ່ຝຸ່ນ, ປຸຍ, ການປ້ອງກັນ ພະຍາດ ແລະ ສັດຕູພືດຕ່າງໆ ເຮັດໃຫ້ຜົນຜະລິດບາງປີກໍ່ໄດ້ຮັບຜົນ ແລະ ບາງປີກໍບໍ່ໄດ້ຮັບຜົນເທົ່າທີ່ຄວນ.
ມາຮອດປີ 2018-2019 ເລີ່ມມີໂຄງການສົ່ງເສີມກະສິກຳ ເຂົ້າມາບ້ານຜາຮ່ອມ, ຄອບຄົວຂ້າພະເຈົ້າຈຶ່ງຕັດສິນ ໃຈເຂົ້າຮ່ວມກັບໂຄງການດັ່ງກ່າວ ແລະ ກໍ່ໄດ້ຜ່ານການຝຶກອົບຮົມດ້ານເຕັກນິກການປູກພືດ, ການບົວລະບັດຮັກສາ ແລະ ການປ້ອງກັນພືດ. ຈາກນັ້ນ, ຈຶ່ງເລີ່ມມີການຂະຫຍາຍເນື້ອທີ່ປູກພືດແຕ່ລະຊະນິດໃຫ້ກວ້າງອອກ ເພື່ອເຮັດໃຫ້ ຜົນລະປູກກາຍເປັນສິນຄ້າ ຈາກເນື້ອທີ່ 1 ໄລ່ ກາຍເປັນ 6 ໄລ່ ຫຼື ເທົ່າກັບ 1 ເຮັກຕາ ແລະ ໄດ້ປູກເປັນຂະບວນການຢູ່ພາຍໃນບ້ານ. ໃນນັ້ນ, ເດັ່ນກວ່າໝູ່ແມ່ນປູກຜັກກະລໍ່າປີ, ຜັກກາດຊອມ, ຜັກກາດນ້ຳ, ໝາກເຜັດ, ສາລີ ແລະ ອື່ນໆ ຕາມຄວາມຮຽກຮ້ອງ ຕ້ອງການໃນທ້ອງຕະຫຼາດ ເຊິ່ງນັບແຕ່ນັ້ນມາ ກໍ່ເລີ່ມມີແມ່ຄ້າ-ຊາວຂາຍມາພົວພັນ ເກັບຊື້ຢູ່ກັບທີ່ ໂດຍບໍ່ໄດ້ໄປສົ່ງ ອອກຕະຫຼາດ ແລະ ນັ່ງຂາຍທົ່ວໄປ ເຊິ່ງສະເລ່ຍລາຍຮັບຈາກການຂາຍຜົນຜະລິດ ໄດ້ 50,000,000 ຫາ 60,000,000 ກີບຄອບຕໍ່ປີ. ດ້ວຍການປະຫຍັດມັດທະຢັດ ແລະ ສະສົມລາຍຮັບດັ່ງກ່າວນັ້ນ ເຮັດໃຫ້ຊີວິດການເປັນຢູ່ຂອງ ຄອບຄົວນັບມື້ນັບດີຂຶ້ນເທື່ອລະກ້າວ ເຊິ່ງສະແດງອອກ: ມີເຮືອນຢູ່ຖາວອນ, ມີພາຫະນະຮັບໃຊ້ຄອບຄົວ, ສາມາດສົ່ງເສີມລູກເຂົ້າຮຽນ ແລະ ມີເງິນແຮ່ໄວໃຊ້ຈ່າຍໃນເວລາຈຳເປັນອີກຈຳນວນໜຶ່ງ.
ພ້ອມນີ້ທ່ານຍັງໄດ້ຍົກໃຫ້ເຫັນ ຄວາມຫຍຸ້ງຍາກໃນການຜະລິດ ແລະ ສະໜອງສິນຄ້າໃນທ້ອງຕະຫຼາດ ເຊັ່ນ: ລາຄາສິນຄ້າມີການປ່ຽນແປງຢູ່ຕະຫຼອດເວລາ (ລາຄາຂຶ້ນ-ລົງຕາມໃຈແມ່ຄ້າຄົນກາງ), ຕະຫຼາດຮັບຮອງບໍ່ແນ່ນອນ, ການຜະລິດໄດ້ແຕ່ລະດູແລ້ງ, ສໍາລັບລະດູຝົນເປັນໄລຍະທີ່ພືດ-ຜັກ ໄດ້ລາຄາສູງ ແຕ່ກົງກັນຂ້າມບໍ່ສາມາດປູກພືດຜັກໄດ້ຕາມຄວາມຕ້ອງການ ຍ້ອນວ່າເຮືອນຮົ່ມບໍ່ພຽງພໍ, ຕົ້ນທຶນໜ້ອຍ ແລະ ການສື່ສານກັບກຸ່ມການຜະລິດຊະນິດພືດ-ຜັກດຽວກັນ ຢູ່ພາຍໃນປະເທດຍັງ ບໍ່ທັນມີ, ພຽງແຕ່ພ້ອມກັນປູກຕາມລະດູການ ຈຶ່ງເຮັດໃຫ້ບາງໄລຍະເກີດມີພືດ-ຜັກຫຼາຍ ລາຄາສິນຄ້າໃນທ້ອງຕະຫຼາດຕົກຕໍ່າ ແລະ ບາງໄລຍະຂາດຜົນລະປູກ ເຮັດໃຫ້ລາຄາສິນຄ້າສູງຂຶ້ນ. ໃນຕໍ່ໜ້າຈະສືບຕໍ່ປັບປຸງຮູບແບບ ແລະ ວິທີການຜະລິດໃຫ້ໄປຕາມເຕັກນິກ, ວິຊາການ ເຮັດໃຫ້ສະມັດຕະພາບຜົນຜະລິດສູງຂຶ້ນກວ່າເກົ່າ, ພົວພັນກັບການ ຕະຫຼາດໃຫ້ກວ້າງຂວາງ ແລະ ເລືອກເອົາພືດທີ່ຕະຫຼາດມີຄວາມຕ້ອງການສູງ, ຄຽງຄູ່ກັນນັ້ນຕ້ອງໄດ້ມີການສຶກສາ-ແລກປ່ຽນກັບແຕ່ລະກຸ່ມການຜະລິດ ໃນແຕ່ທ້ອງຖິ່ນທັງຢູ່ພາຍໃນເມືອງ, ແຂວງ ແລະ ຕ່າງເມືອງ, ຕ່າງແຂວງໃຫ້ຫຼາຍຂຶ້ນ ເພື່ອວາງແຜນການວິທີການປູກພືດ-ຜັກຊະນິດຕ່າງໆ ໃນລະດູການດຽວກັນ ເພື່ອຮັບປະກັນເຮັດໃຫ້ລາຄາຜົນ ຜະລິດບໍ່ຕົກຕໍ່າ ຄືໃນໄລຍະຜ່ານມາ.