ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງສອງຄອນ ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການໃນລະ ຫວ່າງວັນທີ 12-13 ກຸມພາ 2025 ນີ້, ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານກິຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ; ມີສະຫາຍ ບົວສອນ ມະຫາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ; ສະຫາຍ ລິນທອງ ບຸນທະມາລີ ວ່າການເລຂາພັກເມືອງວ່າການເຈົ້າເມືອງສອງຄອນ, ບັນດາສະຫາຍໃນຄະນະພັກເມືອງ, ແຂກຖືກເຊີນເຂົ້າຮ່ວມຈາກຫ້ອງການຕ່າງໆອ້ອມຂ້າງເມືອງ, ຜູ້ແທນສົມບູນເຂົ້າຮ່ວມ.
ໃນວາລະປະຊຸມ,ພາຍຫຼັງທີ່ສະຫາຍ ລິນທອງ ບຸນທະມາລີ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ; ສະຫາຍ ຄຳສິງ ກຸເພັດວົງໄຊ ຮອງເລຂາພັກເມືອງ ໄດ້ຜ່ານຮ່າງບົດລາຍງານຕໍ່ກອງປະຊຸມຕໍ່ດ້ວຍແຜນພັດທະນາເສດຖະກິດ-ສັງຄົມສະເໜີໂດຍ ສະຫາຍ ດຣ ຄຳຜັ້ນ ອິນທະວົງ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງ ເຊິ່ງໄດ້ຍົກໃຫ້ເຫັນຜົນງານໃນໄລຍະ 5 ປີຜ່ານມາ (2020-2024), ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຄະນະເມືອງໄດ້ເອົາໃຈໃສ່ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຮັດໃຫ້ວຽກງານດັ່ງກ່າວກາຍເປັນສະຕິ ແລະຄວາມຮັບຜິດຊອບຂອງທົ່ວປວງຊົນຮອບດ້ານຢ່າງແທ້ຈິງ; ການພັດທະນາເສດຖະກິດ, ໄດ້ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ໂດຍຖືເອົາການພັດທະນາທາງດ້ານກະສິກໍາສະອາດສົ່ງອອກຕິດພັນກັບອຸດສາ ຫະກໍາປຸງແຕ່ງ ແລະ ການບໍລິການດ້ານຕ່າງໆເຮັດໃຫ້ເສດຖະກິດມະຫາພາກຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 6,05%, ລວມຍອດຜະລິດຕະພັນພາຍໃນບັນລຸ 2 ພັນກວ່າຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 20 ລ້ານກວ່າກີບເທົ່າກັບ 2,492 ໂດລາສະຫະລັດ.
ການພັດທະນາກະສິກໍາຕາມທິດສະອາດຍືນຍົງດ້ວຍການຫັນໄປສູ່ຂະບວນການຜະລິດທີ່ກ້າວໜ້າ ນໍາໃຊ້ວິທະຍາສາດ, ວິທະຍາການ-ເຕັກນິກໃໝ່ ແລະ ກົນຈັກທັນສະໄໝ, ປັບປຸງຂະຫຍາຍຈາກເນື້ອທີ່ນາໄຮ່ນ້ອຍເປັນນາໄຮ່ໃຫຍ່ໃນເຂດທີ່ມີເງື່ອນໄຂ; ດ້ານການສຶກສາ ແລະ ກິລາໄດ້ຈັດຕັ້ງປະຕິບັດແຜນພັດທະນາການສຶກສາແບບຍືນຍົງບັນລຸໄດ້ 50%, ສູ້ຊົນໃຫ້ປະຊາຊົນບັນດາເຜົ່າໄດ້ຮັບການບໍາລຸງຈົບຊັ້ນ ມປາຍ ໄດ້ 70 ຄົນ, ເທົ່າກັບ 50% ຂອງແຜນການ; ດ້ານສາທາລະນະສຸກໄດ້ເອົາໃຈໃສ່ປະຕິບັດວຽກງານອະນາໄມກັນພະຍາດ, ສົ່ງເສີມສຸຂະພາບເປັນຕົ້ນຕໍ, ປັບປຸງ ແລະຂະຫຍາຍຕາໜ່າງດ້ານສາທາລະນະສຸກໄປສູ່ຊົນນະບົດ, ພົ້ນເດັ່ນແມ່ນຈັດຕັ້ງປະຕິບັດ 11 ຕົວຊີ້ວັດໄດ້ 100%, ສ້າງບ້ານແບບຢ່າງສາທາລະນະສຸກໄດ້ 100%.
ພິເສດໄດ້ປະກາດເປັນເມືອງຢຸດຕິການຖ່າຍຊະຊາຍໃນຕົ້ນເດືອນກຸມພາ 2024 ຢ່າງເປັນທາງການ, ທົ່ວເມືອງໄດ້ສ້າງຄອບຄົວວັດທະນະທໍາໄດ້ 18 ພັນກວ່າຄອບຄົວ ຫຼື 93% ແລະ ບ້ານວັດທະນະທໍາເພີ່ມຂຶ້ນ 1 ບ້ານ ລວມເປັນ 99 ບ້ານ ຫຼື 100%, ພັດທະນາແຫຼ່ງທ່ອງທ່ຽວໄດ້ 4 ແຫ່ງສາມາດດຶງດູດນັກທ່ອງທ່ຽວໄດ້ 40 ພັນກວ່າຄົນ ແລະ ທົ່ວເມືອງສາມາດລຶບລ້າງຄອບຄົວທຸກຍາກໄດ້ 18,173 ຄອບຄົວຫຼາຍກວ່າ 99% ຂອງຄອບຄົວທຸກຍາກ,ສ້າງບ້ານພັດທະນາໄດ້ 86 ບ້ານ ເທົ່າກັບ 87%, ບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດໄດ້ 2 ບ້ານ.
ໃນວາລະປະຊຸມຍັງໄດ້ມີການປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ,ແຜນພັດທະນາເສດຖະກິດ-ສັງ ຄົມຂອງເມືອງ, ຂົງເຂດ ປກຊ-ປກສ ປະກອບຄຳເຫັນ, ຕາງໜ້າຂົງເຂດເສດຖະກິດປະກອບຄຳເຫັນ, ຕາງໜ້າຂົງເຂດວັດທະນະທຳ-ສັງຄົມປະກອບຄຳເຫັນ,ຕາງໜ້າກອງທຶນພັດທະນາບ້ານໜອງວັດ, ຕາງໜ້າໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ແລະ ຄອບຄົວຕົວແບບປະກອບຄຳເຫັນ. ໃນກອງປະຊຸມບັນດາຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງສອງຄອນຊຸດໃໝ່ນໍາອີກດ້ວຍ.