ກຸ່ມຜະລິດພືດຜັກເປັນສິນຄ້າ ບ້ານດອນນາງລອຍ ມີຜົນຜະລິດເພີ່ມຂຶ້ນເລື້ອຍໆ

ບ້ານດອນນາງລອຍ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງມູນລະປາໂມກ ແຂວງຈໍາປາສັກ ມີເນື້ອທີ່ທັງໝົດ 674.4 ເຮັກຕາ ປະກອບມີ 4 ຄຸ້ມ, 317 ຄົວເຮືອນ, ມີພົນລະເມືອງທັງໝົດ 1,958 ຄົນ, ຍິງ 992 ຄົນ ປະຊາຊົນສ່ວນໃຫຍ່ແມ່ນຕັ້ງບ້ານເຮືອນລຽບແຄມນໍ້າຂອງ ມີອາຊີບເຮັດນາເປັນຕົ້ນຕໍ, ປູກຝັງ-ລ້ຽງສັດ, ຫາປາ, ຄ້າຂາຍເປັນອາຊີບສໍາຮອງ ເພື່ອແກ້ໄຂຄອບຄົວ, ການດໍາລົງຊີວີດແມ່ນອາໃສທໍາມະຊາດເປັນຕົ້ນຕໍລາຍຮັບບໍ່ແນນອນ.

ພາຍຫຼັງມີແນວທາງນະໂຍບາຍຂອງພັກ-ລັດຖະບານໃນການຊຸກຍູ້ສົ່ງເສີມປະຊາຊົນຜະລິດເປັນສິນຄ້າໂດຍສະເພາະແມ່ນມະຕິກອງປະຊູມໃຫຍ່ສະໄໝທີ VIII ຂອງອົງຄະນະພັກ ເມືອງມູນລະປະໂມກ ວາງອອກ, ຫ້ອງການກະສິກໍາ-ປ່າໄມ້ເມືອງ ໄດ້ລົງມາຊຸກຍູ້ສົ່ງເສີມອົງການປົກຄອງບ້ານດອນນາງລອຍຈຶ່ງໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືກັບປະຊາຊົນຜູ້ປູກຜັກຈັດຕັ້ງເປັນກຸ່ມຜະລິດພືດຜັກເປັນສິນຄ້າ ເລີ່ມແຕ່ປີ 2020 ເປັນຕົ້ນມາ. ຈາກນັ້ນຈຶ່ງມີການວາງແຜນຕາມຄວາມຕ້ອງການຂອງຕະຫຼາດ, ແບ່ງຄວາມຮັບຜິດຊອບນໍາໃຊ້ເຕັກນິກວິທະຍາສາດ, ເອົາໃຈໃສ່ການບົວລະບັດຮັກສາ,ໃສ່ຝຸ່ນ ຈຶ່ງເຮັດໃຫ້ການປູກພືດຜັກເປັນສິນຄ້າໄດ້ຮັບຜົນດີ ແລະ ຂະຫຍາຍຕົວອອກຢ່າງກວ້າງຂວາງສາມາດສ້າງລາຍໄດ້ໃຫ້ແກ່ຄອບຄົວເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ.

ທ່ານ ກິປ໋ອງ ຈຽມຈັນເພັງ ຫົວໜ້າກຸ່ມ ຜະລິດພືດຜັກເປັນສິນຄ້າບ້ານດອນນາງລອຍ ໃຫ້ຮູ້ວ່າ: ໃນເບື້ອງຕົ້ນມີສະມາຊິກກຸ່ມ 10 ຄອບຄົວ ລວມເນື້ອທີ່ຜະລິດ 4.5 ເຮັກຕາ (ຢູ່ດອນພວນ) ສ່ວນໃຫ່ຍ ປູກພືດລົ້ມລຸກ,ພືດລະດູດຽວ ເປັນຕົ້ນ: ປູກໝາກແຕງ, ໝາກເຜັດ, ໝາກເຂືອ, ໝາກຖົ່ວຝັກຍາວ, ຖົ່ວຂຽວ, ຖົ່ວດິນ, ສາລີຫວານ, ຜັກຫອມ ແລະອື່ນໆ, ຜົນຜະລິດໃນປີເລີ່ມຕົ້ນໄດ້ 22,75 ໂຕນ ຖ້າທຽບໃສ່ບໍ່ທັນຈັດຕັ້ງເປັນກຸ່ມເຫັນວ່າຜົນຜະລິດເພີ່ມຂຶ້ນກວ່າເກົ່າຫຼາຍ.

ຈາກນັ້ນມາກຸ່ມຜະລິດພືດຜັກເປັນສິນຄ້າ ບ້ານດອນນາງລອຍ ໄດ້ຮັບການຊຸກຍູ້ສົ່ງເສີມຈາກອົງການປົກຄອງເມືອງຊຶ່ງໄດ້ມອບເຄື່ອງປັ້ນດິນຂະໜາດນ້ອຍ 1 ເຄື່ອງ, ໂປມນໍ້າ 1 ໜ່ວຍ, ແນວພັນພືດຊະນິດຕ່າງໆ ມູນຄ່າປະມານ 30 ລ້ານກວ່າກີບ. ພ້ອມນັ້ນ, ກໍໄດ້ຮັບການຝຶກອົບຮົມດ້ານວິຊາການກ່ຽວກັບການປູກ,ການບົວລະບັດຮັກສາ ແລະ ການປ້ອງກັນສັດຕູພືດຕ່າງໆ.

ມາຮອດປັດຈຸບັນ, ກຸ່ມ ຜະລິດພືດຜັກເປັນສິນຄ້າຂະຫຍາຍສະມາຊິກເພີ່ມໄດ້ອີກ 3 ຄອບຄົວ ລວມເປັນ 13 ຄອບຄົວ ມີເນື້ອທີ່ການຜະລິດ 6.5 ເຮັກຕາ. ສາມາດຕອບສະໜອງ ພືດຜັກໃຫ້ຕະຫລາດພາຍໃນເມືອງ ແລະຕ່າງເມືອງໄດ້ຫຼາຍພໍສົມຄວນ ສາມາດຫລຸດຜ່ອນການນໍາເຂົ້າຈາກຕ່າງປະເທດ.

ທ່ານ ກິປ໋ອງ ຈຽມຈັນເພັງ ໃຫ້ຮູ້ຕື່ມອີກວ່າ: ການຈັດຕັ້ງເປັນກຸ່ມຜະລິດພືດກະສິກໍາເປັນສິນຄ້າບ້ານດອນນາງລອຍ ແມ່ນມີຜົນດີຫຼາຍດ້ານຖ້າທຽບໃສ່ ເມື່ອກ່ອນທີ່ປະຊາຊົນປູກພໍໃຜພໍລາວ ໂດຍບໍ່ມີການວາງແຜນ,ປູກພືດຊະນິດດຽວກັນ,ພືດບາງຊະນິດລົ້ນຕະຫຼາດ,ບໍ່ໄດ້ຮັບການເອົາໃຈໃສ່ເບິ່ງແຍງຊ່ວຍເຫຼືອຈາກພາກລັດພໍຊໍ່າໃດ.
ແຕ່ເຖິງແນວໃດກໍຕາມຄ່ຽງຄ່ກັບໜາກຜົນງານທີ່ສ້າງມາໄດ້ທາງກຸ່ມຜະລິດພືດຜັກເປັນສິນຄ້າກໍຍັງມີຄວາມຫຍຸ້ງຍາກ ແລະສິ່ງທ້າທາຍສົມຄວນ ເປັນຕົ້ນ: ການຜະລິດບາງປີກໍຖືກຜົນກະທົບຈາກໄພນໍ້າຖ້ວມ ໃນທ້າຍລະດູຝົນ, ການລະບາດຂອງພະຍາດ, ແມງໄມ້ທໍາລາຍຜົນລະປູກເສຍຫາຍຢ່າງຮ້າຍແຮງ. ແນວພັນ, ຝຸ່ນ, ຢາປາບສັດຕູພືດມີລາຄາຂຶ້ນລົງບໍ່ເປັນປົກກະຕິ, ແຕ່ລາຄາຜົນຜະລິດຂອງຊາວສວນບາງປີຍັງຕໍ່າ.

ໃນອະນາຄົດກຸ່ມຜະລິດຂອງພວກເຮົາຈະສູ້ຊົນນໍາພາສະມາຊິກພາຍໃນກຸ່ມຂະຫຍາຍຮອບວຽນການຜະລິດພືດຜັກໃຫ້ໄດ້ຫຼາຍຂຶ້ນເພື່ອເຮັດໃຫ້ຜົນຜະລິດມີປະລິມານພຽງພໍຕາມຄວາມຕ້ອງການຂອງຕະຫຼາດ ເປັນຕົ້ນ: ແມ່ນການຜະລິດໃນລະດູຝົນທີ່ຍັງມີການຜະລິດໄດ້ໜ້ອຍຊຶ່ງຈະເນັ້ນໃສ່ຂະຫຍາຍການປູກໃນເຮືອນຮົ່ມໃຫ້ໄດ້ 6 ຫຼັງ, ຂະຫຍາຍສະມາຊິກໃຫ້ໄດ້ 20 ຄອບຄົວ,ເຂົ້າຮ່ວມຝຶກອົບຮົມເຕັກນິກວິຊາການຈາກຂະແໜງການທີ່ກ່ຽວຂ້ອງເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ, ປັບປຸງການນໍາໃຊ້ທີ່ດິນແບບຍືນຍົງ ແລະເປັນມິດຕໍ່ສິ່ງແວດລ້ອມເຊັ່ນ: ເຮັດຝຸ່ນໝັກ-ຝຸ່ນບົ່ມ ເພື່ອປູກຜັກປອດສານຜິດສາມາດເຮັດສັນຍາຜູກພັນຊື້-ຂາຍໄດ້ໃນອະນາຄົດ.

ໂດຍ:ວັນໄຊ ຕະວິນຍານ