ເສດຖະກິດເມືອງຊະນະຄາມ ຂະຫຍາຍຕົວ 5.89% ຕໍ່ປີ

ຕະຫຼອດໄລຍະ 5 ປີຜ່ານມາ ອົງຄະນະພັກເມືອງຊະນະຄາມໄດ້ເອົາໃຈໃສ່ນຳພາ-ຊີ້ນຳສະມາຊິກພັກ, ພະນັກງານ, ທະຫານ ຕຳຫຼວດ ແລະ ປະຊາບັນດາເຜົ່າພາຍໃນເມືອງເອົາໃຈໃສ່ປົກປັກຮັກສາແລະສ້າງສາເມືອງຊະນະຄາມເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງແລະຖືກທິດດ້ວຍຈັງຫວະການຂະຫຍາຍຕົວສະເລ່ຍ 5.89% ຕໍ່ປີ,ລາຍໄດ້ສະເລ່ຍຕໍ່ຄົນຕໍ່ປີບັນລຸໄດ້ 34 ລ້ານກວ່າກີບ, ຕົວເລກດັ່ງກ່າວໄດ້ຖືກລາຍງານຢູ່ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊະນະຄາມຄັ້ງທີ VIIIໂດຍມີ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ສະຫາຍ ແກ້ວ ພິມມະວົງ ເລຂາພັກເມືອງ ເຈົ້າເມືອງຊະນະຄາມ ພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມ118 ສະຫາຍ.

ສະຫາຍ ດອນ ລາດຊະວົງ ຮອງເລຂາພັກເມືອງ ໄດ້ຜ່ານຮ່າງລາຍງານການເມືອງຂອງອົງຄະນະພັກເມືອງຕໍ່ກອງປະຊຸມຄັ້ງນີ້ວ່າ: ຕະຫຼອດໄລຍະ5ປີຜ່ານມາທົ່ວເມືອງໄດ້ມີສະຖຽນລະພາບດ້ານການເມືອງ,ເສດຖະກິດມີການຂະຫຍາຍຕົວ,ສັງຄົມນັບມື້ມີຄວາມຈະເລີນສີວິໄລ ແລະ ເປັນລະບຽບຮຽບຮ້ອຍດີ ສະແດງອອກຄື: ດ້ານເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ແລະ ຖືກທິດ ສະເລ່ຍ 5.89% ຕໍ່ປີ, (ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 0,09%) ລາຍໄດ້ສະເລ່ຍຕໍ່ຄົນຕໍ່ປີເທົ່າກັບ 34 ລ້ານກວ່າກີບ, ເອົາໃຈໃສ່ພັດທະນາຕາມເເລວເສດຖະກິດ 443 ຂອງແຂວງໂດຍໄດ້ສຸມໃສ່ປູກພືດກະສິກໍາຄື ໝາກຂາມຫວານ, ຕິດພັນກັບອຸດສາຫະກໍາປຸງແຕ່ງ-ສິນຄ້າໂອດັອບ, ການລ້ຽງສັດໃຫຍ່, ການບໍລິການທາງຜ່ານ-ການຄ້າຊາຍແດນ ແລະ ປັບປຸງການທ່ອງທ່ຽວແບບທຳມະຊາດໄດ້ຮັບການຂະຫຍາຍຕົວເທື່ອລະກ້າວ.

ການຜະລິດເຂົ້າສະເລ່ຍຜົນຜະລິດເຂົ້າໃສ່ພົນລະເມືອງໄດ້ 926 ກິໂລກຼາມ/ຄົນ/ປີ,ພົ້ນເດັ່ນແມ່ນການປັບປຸງແນວພັນເຂົ້າຊະນະຄາມໄດ້ຮັບລາງວັນເຂົ້າແຊບອັນດັບ 2 ຂອງປະເທດ; ການປູກພືດ-ລ້ຽງສັດໄດ້ຂະຫຍາຍເປັນກຸ່ມ, ເປັນຟາມ, ຂະຫຍາຍເນື້ອທີ່ປູກທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 1,849 ເຮັກຕາ, ຜົນຜະລິດເພີ່ມຂຶ້ນ 72,452 ໂຕນປັບປຸງບູລະນະເສັ້ນທາງຫຼວງ, ທາງເທດສະບານເມືອງ ແລະບຸກເບີກຂະຫຍາຍໄປສູ່ເຂດການຜະລິດຂອງປະຊາຊົນ; ຍົກລະດັບສັນຍານໂທລະສັບຄວບຄຸມທຸກພື້ນທີ່ຂອງເມືອງ, ຂະຫຍາຍເຄືອຂ່າຍອິນເຕີເນັດໃນເຂດຊຸມຊົນທົ່ວເມືອງ, ຂະຫຍາຍປ່ອງບໍລິການຂົ່ນສົ່ງພັດສະດຸ; ຂະຫຍາຍຕາຂ່າຍໄຟຟ້າກວມ100% ຂອງຈໍານວນບ້ານທັງໝົດ, ໄຟຟ້າຄົວເຮືອນກວມ 97% ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 354 ຄອບຄົວ, ອຳນວຍຄວາມສະດວກແລະຄຸ້ມຄອງການດຳເນີນທຸລະກິດແຮ່ທາດໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ຄຸ້ມຄອງບັນດາໂຮງຈັກ-ໂຮງງານ, ຮ້ານຄ້າຂາຍ, ວິສາຫະກິດຕ່າງໆ, ຊຸກຍູ້ການປຸງແຕ່ງ-ແປຮູບຜະລິດຕະພັນກະສິກຳສົ່ງອອກເປັນສິນຄ້າເຊັ່ນ: ຜະລິດຕະພັນໄມ້ປ່ອງ, ຜະລິດເຈ້ຍ, ແປ້ງມັນຕົ້ນແລະສິນຄ້າໂອດັອບ5ປີຜ່ານມາຈຳໜ່າຍສິນຄ້າໂອດັອບລວມມູນຄ່າ 18 ຕື້ກວ່າກີບ; ການຈໍາໜ່າຍຜະລິດຕະພັນອຸດສາຫະກໍາລວມມູນຄ່າ 186 ຕື້ກວ່າກີບ, ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 15.06%.

ດ້ານວັດທະນະທໍາ-ສັງຄົມ: ປັບປຸງຄຸນນະພາບການສຶກສາຕາມ 3 ລັກສະນະ 5 ຫຼັກມູນ, ຂະຫຍາຍຕາໜ່າງການສຶກສາໄປສູ່ເຂດຫ່າງໄກສອກຫຼີກ, ຝຶກອົບຮົມຍົກລະດັບຄູ-ອາຈານ, ສ້າງຄວາມເຂັ້ມແຂງວຽກງານບໍລິຫານ-ຄຸ້ມຄອງ, ຊຸກຍູ້ການສຶກສາກ່ອນໄວຮຽນແລະຊັ້ນປະຖົມ-ມັດທະຍົມໄດ້ຮັບການຂະຫຍາຍຕົວທັງດ້ານປະລິມານແລະຄຸນນະພາບ, ເຮັດໃຫ້ບັນຫາອັດຕາປະລະການຮຽນມີທ່າອຽງດີຂຶ້ນ, ສາມາດສ້າງໄດ້ນັກຮຽນເກັ່ງຕິດອັນດັບ1ຂັ້ນແຂວງຊັ້ນປະຖົມມີ 4 ຄົນ, ຊັ້ນມັດທະຍົມຕົ້ນ 2 ຄົນແລະໄດ້ອັນດັບ2ຂອງຊາດຊັ້ນມັດທະຍົມຕົ້ນ1 ຄົນ; ຊຸກຍູ້ສົ່ງເສີມການຫຼິ້ນກິລາປະເພດຕ່າງໆຢ່າງເປັນຂະບວນຟົດຟື້ນ;ປັບປຸງຄຸນນະພາບການບໍລິການສາທາລະນະສຸກ,ໂຮງໝໍເມືອງຊະນະຄາມໄດ້ຮັບນາມມະຍົດເປັນໂຮງໝໍຕົວແບບ 5 ດີ 1 ພໍໃຈ;ຂະຫຍາຍສຸກສາລາໄດ້ 1 ແຫ່ງ, ການເກີດລູກໂດຍມີແພດ-ໝໍຊ່ວຍກວມ98%,ໄດ້ຍົກລະດັບວິຊາສະເພາະ-ຈັນຍາບັນຂອງບຸກຄະລາກອນແພດ-ໝໍ, ຝຶກອົບຮົມຄວາມຮູ້ໃຫ້ (ອສບ) ບ້ານ,ສ້າງບ້ານສາທາລະນະສຸກແບບຢ່າງໄດ້ 33 ບ້ານແລະປະກາດເປັນເມືອງຢຸດຕິຖ່າຍຊະຊາຍ; ຈັດຫາວຽກເຮັດງານທໍາຢູ່ພາຍໃນ 1,015 ຄົນ, ໄປອອກແຮງງານຢູ່ຕ່າງປະເທດ 330 ເທື່ອຄົນ, ເກັບກຳຂ່າວອອກໂທລະພາບ, ວິທະຍຸ,ໜັງສືພິມ, ວາລະສານແລະສື່ອອນລາຍຕ່າງໆ 7,150 ຂ່າວ, ປັບປຸງໂທລະໂຄ່ງຂອງບ້ານໃຫ້ສາມາດນຳໃຊ້ປົກກະຕິ, ສົ່ງເສີມອະນຸລັກວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ,ຂຶ້ນບັນຊີ ແລະກະກຽມເປີດສະຖານທີ່ທ່ອງທ່ຽວ 8 ແຫ່ງເປັນແຫຼ່ງທ່ອງທ່ຽວແບບທຳມະຊາດ 5 ແຫ່ງແລະທ່ອງທ່ຽວວັດທະນະທຳ 3 ແຫ່ງແລະຜົນງານອື່ນໆອີກ.

ຂ່າວ: ແຂວງວຽງຈັນໂພສ໌