ເປີດງານບຸນພຣະທາດ ທ່າພະນົມປະຖົມລັດຕະນະເຈດີ ປະຈໍາປີ 2025

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ບ້ານດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດບຸນພະທາດທ່າພະນົມ ປະຖົມລັດຕະນະເຈດີ ຂຶ້ນໃນວັນທີ 10 ກຸມພາ 2025 ໂດຍມີ ຄະນະອົງການພຸດທະສາສະໜາສຳພັນເມືອງ, ພ້ອມດ້ວຍພະສົງສາມະເນນ ພ້ອມດ້ວຍມວນຊົນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫລວງຫລາຍ.
ໂອກາດນີ້, ທ່ານ ບຸນມາ ມອນນາລີ ຄະນະຮັບຜິດຊອບຈັດງານ ໄດ້ກ່າວວ່າ: ບຸນນະມັດສະການພະທາດທ່າພະນົມປະຖົມລັດຕະນະເຈດີ ໄດ້ຈັດຂຶ້ນທຸກໆປີໃນເດືອນ 03 ຂຶ້ນ 15 ຄໍ່າ ເພື່ອເປັນການອະນຸລັກປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດໄວ້ໃຫ້ຄົນຮຸ່ນລູກຮຸ່ນຫລານໄດ້ສືບທອດປະເພນີອັນດີງາມນີ້ໄວ້ຕະຫລອດໄປ ຫລື ໄດ້ສຶກສາຄົ້ນຄວ້າ, ຄຽງຄູ່ກັນນີ້ປະຊາຊົນບັນດາເຜົ່າຍັງມີສິລະປະວັດທະນະທໍາທີ່ດີງາມໂດຍສະເພາະວັດທະນະທໍາທາງດ້ານວັດຖຸກໍຄື ວັດທະນະທໍາທາງດ້ານຈິດໃຈ, ສິ່ງທີ່ສະແດງອອກໃຫ້ເຫັນນັ້ນກໍແມ່ນຫົວຄິດປະດິດສ້າງທາງດ້ານສິລະປະສະຖາປັດຕະຍະກໍາ, ປະຕິມາກໍາ ແລະຈິດຕະກໍາທີ່ສວຍສົດງົດງາມທັງວິຈິດງາມຕາມາຕັ້ງແຕ່ສະໄໝບັນພະບູລຸດ.
ພາຍໃນງານ, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກກຸ່ມບ້ານ ແລະນ້ອງນັກຮຽນປະຖົມ ແລະມັດທະຍົມສົມບູນດົງທ່າດ້ວຍບັນຍາກາດອັນເບີກບານມ່ວນຊື່ນ.