ດ້ວຍການສືບທອດມູນເຊື້ອຂອງລູກຊາວນາດໍາລົງຊີວິດແບບລຽບງ່າຍຕາມທໍາມະຊາດ ຫາປູປາ ເກັບຜັກຫາໜໍ່ໄມ້ຢູ່ບໍລິເວນປ່າແຄມນາໃກ້ບ້ານມາລ້ຽງຄອບຄົວກຸ້ມມື້ກຸ້ມວັນໆໄປ, ປີໃດທໍາມະຊາດອໍານວຍ ປີນັ້ນກໍໄດ້ເຂົ້າຫຼາຍເຫລືອກິນແລ້ວໄດ້ຂາຍ,ປີໃດເກີດໄພແຫ້ງແລ້ງ ຫຼື ນໍ້າຖ້ວມ ແລະ ສັດຕູລະບາດ ກໍບໍ່ພໍກິນ ຕ້ອງໄປຫາຮັບຈ້າງຫາລາຍໄດ້ເພີ່ມ.ສະພາບຄອບຄົວຊິທຸກແທ້ກະບໍ່ທຸກ, ຮັ່ງກໍບໍ່ຮັງ ກະພໍຢູ່ໄດ້ຕາມສະພາບເສດຖະກິດເຂດຊົນນະບົດໃນສະໄໝນັ້ນ.
ພາຍຫຼັງໄດ້ມີແນວທາງຂອງພັກ ແລະລັດຖະບານໃນການຊຸກຍູ້ສົ່ງເສີມໃຫ້ປະຊາຊົນຫັນປ່ຽນຈາກການຜະລິດສະເພາະກຸ້ມກິນພາຍໃນຄອບຄົວ,ມາທໍາການຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບຍົກຖານະຊີວິດການເປັນຢູ່ໃຫ້ສູງຂຶ້ນ. ທ້າວ ຄໍາບົງ ໂມສີກາວົງ ອາຊີບຊາວນາຢູ່ບ້ານສະພັງເໜືອ ເມືອງມຸນລະປາໂມກ ແຂວງຈຳປາສັກ ຈຶ່ງຕັດສິນໃຈນໍາພາຄອບຄົວທໍາການປູກເຂົ້າເປັນສິນຄ້າຢ່າງຈິງຈັງ. ຫຼາຍປີຕໍ່ມາມີຜົນສໍາເລັດເປັນກ້າວໆ ຈຶ່ງໄດ້ຮັບຄັດເລືອກເປັນຄອບຄົວຕົວແບບການປູກເຂົ້າເປັນສິນຄ້າ ເພື່ອສະໜອງໃຫແກ່ກຸ່ມຜະລິດເສັ້ນເຝີ-ແຜ່ນແໜມ ຂອງເມືອງ.
ທ້າວ ຄໍາບົງ ໂມສີກາວົງ ອາຍຸ 44 ປີ ກ່າວວ່າ: ຄອບຄົວຂ້າພະເຈົ້າ ມີຕົ້ນກໍາເນີດຈາກລູກຊາວນາ ໂດຍສືບທອດມູນມໍລະດົກເນື້ອທີ່ທົ່ງນາ ແລະ ບົດຮຽນຈາກພໍ່ ແລະ ແມ່ ຈຶ່ງຍຶດຖືອາຊີບເຮັດນາເປັນຕົ້ນຕໍ ແລະ ລ້ຽງສັດ ເປັນສໍາຮອງລ້ຽງຄອບຄົວ, ເມື່ອກ່ອນຄອບຄົວຂອງຂ້າພະເຈົ້າເຮັດແຕ່ນາປີ ກໍ່ພົບຄວາມຫຍຸ້ງຍາກໃນການດຳລົງຊິວີດ,ການຜະລິດແມ່ນອີງໃສ່ທໍາມະຊາດເປັນສ່ວນໃຫ່ຍ ຜົນຜະລິດຈຶ່ງໄດ້ໜ້ອຍ.
ໃນເມື່ອມີວິຊາການກະສິກໍາຂອງເມືອງ ໄດ້ລົງມາຊຸກຍູ້ສົ່ງເສີມ ແນະນໍາ ຫຼັກວິຊາການໃນການປູກ,ການບົວລະບັດຮັກສາ,ເສຍຫຍ້າ,ຂ້າຫຸ່ນ ການປັບປຸງແນວພັນເຂົ້າ... ບວກກັບປະສົບການທີ່ມີ ໃນປີ 2020 ຂ້າພະເຈົ້າຈຶ່ງໄດ້ຕັດສິນໃຈພາຄອບຄົວ ທັງໝົດ 05 ຄົນ, ຍິງ 02 ຄົນ, ໃນນັ້ນແຮງງານຕົ້ນຕໍ 02 ຄົນ, ຍິງ 01 ຄົນ ແຮງງານສໍາຮອງມີ 01 ຄົນ, ລົງມືເຮັດນາ 02 ລະດູ ໃນເນື້ອທີ່ 2 ເຮັກຕາ, ການຜະລິດແມ່ນໄດ້ນຳໃຊ້ແນວພັນ ທ່າສະໂນ11, ທ່າດອກຄໍາ 8, ພາຍຫຼັງສຳເລັດການຜະລິດເຂົ້ານາປີແລ້ວກໍ່ໄດ້ສົບທົບກັບຫ້ອງການກະສິກຳ ແລະປ່າໄມ້ເມືອງ ນຳເອົາແນວພັນເຂົ້າ ທ່າສະໂນ 8, ມາຜະລິດເປັນແນວພັນ ສະເລ່ຍສະມັດຕະພາບໄດ້ 3,1 ໂຕນ/ເຮັກຕາ, ຜົນຜະລິດລວມໄດ້ 6,2 ໂຕນ, ຄິດເປັນມູນຄ່າ 18,600,000 ກີບ.
ມາຮອດປີ 2021 – 2022 ກໍ່ໄດ້ສົບທົບ ກັບຫ້ອງການກະສິກໍາ ແລະປ່າໄມ້ເມືອງ ແລະ ບໍ ລິສັດພູນເງິນ, ບໍລິສັດ ໄອດີພີ ( IDP), ໄດ້ນໍາເອົາແນວພັນເຂົ້າ ທ່າສະໂນ12, ຈາກບໍລິສັດໄອດີພີ ຈໍານວນ 60 ກິໂລ ແລະແນວພັນເຂົ້າຈ້າວມະລິ 105 ຈາກບໍລິສັດພູນເງິນຈຳນວນ 60 ກິໂລ, ມາປູກ ສະມັດຕະພາບກໍໄດ້ພຽງແຕ່ 3,1 ໂຕນ/ ຮຕ.ໃນເວລາຕໍ່ມາ ທາງພະແນກກະສິກໍາ-ປ່າໄມ້ເມືອງ ຈຶ່ງໄດ້ສົ່ງເສີມໃຫ້ໄປຝຶກອົບຮົມ ເຕັກນິກວິຊາການປູກຝັງ, ເປັນຕົ້ນແມ່ນ:ການກຽມດິນ, ການປູກ,ການຄັດເລືອກແນວພັນ,ແລະ ບົວລະບັດຮັກສາ ປີຕໍ່ມາເຫັນວ່າສະມັດຕະພາບເພີ້ມຂຶ້ນມາເປັນ 3,6 ໂຕນ/ເຮັກຕາ.
ປີ 2023 - 2024 ໂດຍປະຕິບັດຂໍ້ແຂ່ງຂັນຮັກຊາດ-ພັດທະນາ ຕາມແນວທາງນະໂຍບາຍຂອງພັກ-ລັດ ໂດຍການປະສານສົມທົບກັບວິຊາການຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ທີ່ລົງມາສົ່ງເສີມປູກເຂົ້າຈ້າວເປັນສິນຄ້າເພື່ອປ້ອນໂຮງງານເຂົ້າປຸ້ນ,ໂຮງງານເສັ້ນເຝີ, ຂ້າພະ ເຈົ້າໄດ້ເຮັດນາ 02 ລະດູ, ນາປີ ແລະ ນາແຊງ ເພີ່ມເນື້ອທີ່ນາ ຈາກສອງເຮັກຕ້າ ມາເປັນສາມເຮັກຕ້າ (ຜະລິດເຂົ້າໜຽວ 02 ເຮັກຕາ, ຜະລິດເຂົ້າຈ້າວ 01 ເຮັກຕາ) ໂດຍໄດ້ນໍາໃຊ້ແນວພັນເຂົ້າໜຽວ LTDK 16 ທີ່ໄດ້ມາຈາກບໍລິສັດໄອດີພີ ( IDP) ແລະ ແນວພັນເຂົ້າຈ້າວ. ຜົນຜະລິດແມ່ນເພີ່ມຂື້ນ ຄືຜະລິດເຂົ້າໜຽວ 02 ເຮັກຕາໄດ້ຜົນຜະລິດ 8,6 ໂຕນ, ຄິດເປັນເງິນ 51 ລ້ານ 6 ແສນກວ່າກີບ, ແລະ ຜະລິດເຂົ້າຈ້າວ 01 ເຮັກຕາໄດ້ຜົນຜະລິດ 3,6 ໂຕນ, ຄິດເປັນເງີນ 25 ລ້ານ 2 ແສນກີບ,ລວມເປັນເງິນທັງໝົດ 76 ລ້ານ 8 ແສນກ່ວາກີບຕໍ່ລະດູການ, ລວມທັງ 02 ລະດູການຄິດເປັນເງິນສະເລ່ຍໄດ້ 153 ລ້ານ 6 ແສນກວ່າກີບ/ຕໍ່ປີ.ເມື່ອລວມລາຍຮັບຈາກການຂາຍເຂົ້ານາປີ ແລະນາແຊງ, ໃນ 05 ປີຜ່ານມາ ລາວໄດ້ເງິນ ທັງໜົດ231 ລ້ານ 4 ແສນກີບ, ສະເລ່ຍຕໍ່ປີ 46 ລ້ານ 2 ແສນກີບ/ປີ ແລະ ສະເລ່ຍໃສ່ຫົວຄົນແມ່ນ 9 ລ້ານ 2 ແສນກີບຕໍ່ປີ.
ຈາກຜົນສໍາເລັດທີ່ກ່າວມານີ້,ຕົ້ນຕໍແມ່ນຍ້ອນເງື່ອນໄຂຂອງຄອບຄົວ,ປະສົບການໃນການຜະລິດ ແລະ ສິ່ງສໍາຄັນແມ່ນຍ້ອນບຸນຄຸນພັກ ແລະ ລັດທີ່ລົງມາໃກ້ສິດຕິດແທດ ເອົາໃຈໃສ່ ຊຸກຍູ້ສົ່ງເສີມດ້ານເຕັກນິກວິຊາການເຮັດໃຫ້ຜົນຜະລິດສູງຂື້ນ.ມີຕະຫຼາດຮອງຮັບ ແລະ ການຄໍ້າປະກັນລາຄາ.
ທ້າວ ຄໍາບົງ ໂມສີກາວົງ ກ່າວວ່າ: ຜ່ານການປູກເຂົ້າເປັນສິນຄ້າ ເຮັດໃຫ້ຄອບຄົວມີລາຍຮັບສູງຂຶ້ນ, ມີເຮືອນຢູ່ຖາວອນ 01 ຫຼັງ, ລົດຮຸນໃດ 01 ຄັນ, ລົດຕ໋ອກໆ 01 ຄັນ, ລົດຈັກ 02 ຄັນ, ເຮືອ 01 ລໍາ.
ມີທຶນສະສົມຂະຫຍາຍການຜະລິດ.ໃນອານະຄົດ ໂດຍອິງໃສ່ບົດຮຽນ ແລະປະສົບການຜ່ານມານັ້ນຂ້າພະເຈົ້າຈະສຸມໃສ່ການປູກເຂົ້າ, ການລ້ຽງສັດໃຫ້ໄດ້ດີຂຶ້ນລື່ນເກົ່າ, ນຳໃຊ້ເຕັກນິກຜະລິດຕົ້ນທຶນຕໍ່າ, ຈະເນັ້ນໃສ່ການຜະລິດແບບປອດສານພິດ, ເປັນມິດຕໍ່ສິ່ງແວດລ້ອມ, ຊອກຮູ້ເອົາບົດຮຽນທີ່ດີຈາກທຸກພາກສ່ວນ, ເປັນແບບຢ່າງການຜະລິດທີ່ດີໃຫ້ແກ່ສັງຄົມ.
ໂດຍ:ວັນໄຊ ຕະວິນຍານ