ກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025

ໃນຕອນເຊົ້າຂອງວັນທີ 11 ກຸມພາ 2025, ທີ່ ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025 (World Governments Summit 2025), ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ (Shaping Future Governments)” ພາຍໃຕ້ ການເປັນປະທານຂອງ ສົມເດັດ ເຊັກ ໂມຮາມັດ ບິນ ລາຊິດ ອໍ ມາກຕຸມ, ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະນະຄອນ ເອເມ ຣັດ ອາຣັບ ໂດຍມີການນໍາຂັ້ນສູງຈາກບັນດາປະເທດໃນພາກພື້ນ ແລະ ສາກົນ ຫລາຍ ກວ່າ 140 ປະເທດ, ມີຫົວໜ້າລັດຖະບານຫລາຍກວ່າ 30 ປະເທດ ແລະ ມີຜູ້ເຂົ້າຮ່ວມຫລາຍກວ່າ 6000 ຄົນ.

ກອງປະຊຸມດັ່ງກ່າວ ເປັນຂໍ້ລິເລີ່ມຂອງລັດຖະບານ ແຫ່ງ ສະຫະນະຄອນ ເອເມ ຣັດ ອາຣັບ ທີ່ໄດ້ສ້າງຕັ້ງຂຶ້ນ ນັບແຕ່ປີ 2013 ເປັນຕົ້ນມາ ແລະ ຈັດຂຶ້ນທຸກໆປີ ໂດຍມີ ຈຸດປະສົງເພື່ອສ້າງເປັນເວທີໃຫ້ແກ່ບັນດາຜູ້ນຳຂັ້ນສູງ/ຫົວໜ້າລັດຖະບານຂອງປະເທດຕ່າງໆ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເພື່ອປຶກສາຫາລື ກ່ຽວກັບ ການສົ່ງເສີມການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ: ນະວັດຕະກຳເຕັກໂນໂລຊີ, ເສດຖະກິດ-ສັງຄົມ, ການບໍລິຫານລັດ, ການເງິນ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ ແລະ ບັນຫາສິ່ງທ້າທາຍອື່ນໆ ໃນທ່າມກາງສະພາບການສາກົນທີ່ປ່ຽນແປງໄປ ລວມທັງທິດທາງການຮ່ວມມືໃນອະນາຄົດ.

ພະນະທ່ານນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມພາກຫຼັກ (Main Panel), ເຊິ່ງສຸມໃສ່ຫົວຂໍ້: ການສະໜອງທຶນໃຫ້ແກ່ເສດຖະກິດໃນອະນາຄົດ ແລະ ເສດຖະກິດສາກົນ (Financing the Future and the Global Economy) ໂດຍເນັ້ນໃສ່ແນວທາງນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຊຸກຍູ້ທ່າແຮງບົ່ມຊ້ອນ ເພື່ອເປັນການສົ່ງເສີມ ແລະ ເປີດກວ້າງການຮ່ວມມືກັບສາກົນ, ຕາມທິດສີຂຽວ ແລະຍືນຍົງທີ່ໄດ້ກຳນົດໄວ້ໃນແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2021-2025) ແລະທິດທາງໃນອະນາຄົດ, ການສົ່ງເສີມການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບເຕັກນິກ-ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່; ການສົ່ງເສີມການຫັນເປັນດິຈິຕອນ ເພື່ອຍົກລະດັບປະສິດທິພາບການດໍາເນີນທຸລະກິດ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງ ຈຸດສຸມຍຸດທະສາດຂອງ ສປປ ລາວ ໃນການຂັບເຄື່ອນການເຕີບໂຕຂອງເສດຖະກິດແບບຍືນຍົງໂດຍຜ່ານການລົງທຶນດ້ານພະລັງງານທົດແທນ, ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດແຫ່ງການເຊື່ອມຕໍ່ເພື່ອອຳນວຍຄວາມສະດວກດ້ານການຄ້າ, ການອະນຸລັກຮັກສາສິ່ງແວດລ້ອມ ແລະການດຶງດູດການລົງທຶນຈາກຕ່າງປະເທດ.

ການເຂົ້າຮ່ວມກອງປະຊຸມຄັ້ງນີ້ຖືເປັນຄັ້ງທໍາອິດຂອງ ສປປ ລາວ, ເຊິ່ງເປັນການຍົກສູງບົດບາດໃນເວທີສາກົນອີກເວທີໜຶ່ງເວົ້າສະເພາະກໍ່ແມ່ນໃນພາກພື້ນຕາເວັນອອກກາງ, ເຊິ່ງເປັນພາກພື້ນ ທີ່ມີບົດບາດ ແລະ ມີອິດທິພົນໃໝ່ໃນໂລກ ເພື່ອປະຕິບັດນະໂຍບາຍດ້ານການສົ່ງເສີມການທູດເສດຖະກິດ, ການຊຸກຍູ້ດ້ານຄ້າ, ການລົງທຶນ ເຊັ່ນ: ຂະແໜງການທະນາຄານ, ພະລັງງານທົດແທນ ແລະ ຂົງເຂດອື່ນໆ ພ້ອມທັງເປັນໂອກາດອັນດີ ເພື່ອຮັດແໜ້ນສາຍພົວພັນການທູດລະຫວ່າງ ປະ ເທດເຈົ້າພາບກໍຄືສະຫະນະຄອນ ເອເມຣັດ ອາຣັບ ແລະ ປະເທດອື່ນໆ ເພື່ອຮັດ ແໜ້ນການພົວພັນຮ່ວມມືສອງຝ່າຍ.

ໃນໂອກາດການເຄື່ອນໄຫວຢູ່ ນະຄອນດູໄບ ຄັ້ງນີ້, ພະນະທ່ານນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ພ້ອມທັງໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ແລະ ທ່ານ ລັດຖະມົນຕີ ແຫ່ງ ລັດ, ຮັບ ຜິດຊອບວຽກງານການຄ້າຕ່າງປະເທດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ.

ນອກຈາກນີ້, ເພື່ອຜັນຂະຫຍາຍນະໂຍບາຍວຽກງານການທູດເສດຖະກິດ ພະນະທ່ານ ນາຍົກລັດຖະມົນຕີ ໄດ້ນໍາພາພາກທຸລະກິດຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ລະຫວ່າງພາກລັດ ແລະ ພາກເອກະຊົນ ຂອງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ເພື່ອໂຄສະນາ, ແລກປ່ຽນປະສົບການ ແລະ ຊຸກຍູ້ສົ່ງເສີມການຮ່ວມມືດ້ານທຸລະກິດ, ການຄ້າ ແລະ ດຶງດູດການລົງທຶນຈາກ ບັນ ດາປະເທດຕາເວັນອອກກາງເຂົ້າມາລົງທຶນໃນຂະແໜງການຕ່າງໆ ທີ່ເປັນບູລິມະສິດ ແລະມີທ່າແຮງຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ກອງປະຊຸມຄັ້ງນີ້ ໄດ້ມີຜູ້ຕາງໜ້າຈາກບັນດາບໍລິສັດຊັ້ນນໍາຕ່າງໆຂອງ ສປປ ລາວ ແລະສະຫະນະຄອນ ເອເມຣັດ ອາຣັບ ເຂົ້າຮ່ວມປະມານ 50 ບໍລິສັດ ແລະ ຜູ້ເຂົ້າຮ່ວມທັງຫມົດຫລາຍກວ່າ 80 ທ່ານ.