ຄວາມທ້າທາຍ ແລະ ວິທີແກ້ໄຂ ການເຂົ້າ-ອອກ ສປປ ລາວ

ທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມ ຕໍາຫລວດກວດຄົນເຂົ້າ-ອອກເມືອງ (ຕມ) ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກອບຄໍາເຫັນ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວປີ 2024 ທີ່ຈັດຂຶ້ນຢູ່ຫໍວັດທະນະທໍາແຫ່ງຊາດ ໃນວັນທີ 5 ກຸມພາ 2025 ວ່າ: ນະໂຍບາຍຍົກເວັ້ນວິຊາ ແລະ ການກໍານົດໄລຍະເວລາພັກເຊົາ ຢູ່ ສປປ ລາວ ສໍາລັບນັກທ່ອງທ່ຽວກຸ່ມປະເທດເປົ້າໝາຍ ໃນໄລຍະປີທ່ອງທ່ຽວລາວ 2024 ຜ່ານມາ ສົ່ງຜົນໃນດ້ານບວກ ໂດຍຊ່ວຍຂັບເຂື່ອນການທ່ອງທ່ຽວ ແລະ ຊ່ວຍພັດທະນາເສດຖະກິດຂອງຊາດ. ແຕ່ຂະນະດຽວກັນ ກໍມີຫຼາຍຈຸດທີ່ເປັນສິ່ງທ້າທາຍ ໂດຍສະເພາະ ດ້ານລະບຽບການ ແລະ ການປະສານງານລະຫວ່າງຂະແໜງການຕ່າງໆ.

ສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ ທີ່ປະກົດໃນຂະບວນການກວດຄົນເຂົ້າ-ອອກ ສປປ ລາວ, ທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ລະບຸບໄວ້ 7 ບັນຫາ ດັ່ງນີ້:
1. ນັກທ່ອງທ່ຽວຕ່າງປະເທດຈໍານວນໜຶ່ງ ຍັງບໍ່ໄດ້ປະຕິບັດຖືກຕ້ອງຕາມລະບຽບການເຂົ້າ-ອອກ ສປປ ລາວ ກໍຄື ລະບຽບຂອງ ຕມ, ບໍ່ລຽນແຖວແຈ້ງເອກະສານ (ລັດຄິວ), ບໍ່ໃຫ້ຄວາມຮ່ວມມືຕໍ່ເຈົ້າໜ້າທີ່ ຕມ (ບໍ່ຟັງການແນະ ນໍາຂອງເຈົ້າໜ້າທີ່), ບໍ່ຟັງໄກ້ນໍາທ່ຽວ, ບໍ່ມີການກະກຽມເອກະສານອະນຸຍາດ ຈາກ ຖວທ ເພື່ອແຈ້ງຕໍ່ເຈົ້າໜ້າທີ່ ຕມ ເຮັດໃຫ້ການກວດກາບໍ່ເປັນໄປຕາມຂັ້ນຕອນລະບຽບການ;
2. ສະຖານທີ່ຮອງຮັບນັກທ່ອງທ່ຽວຂາເຂົ້າຢູ່ດ່ານຍັງຄັບແຄບ, ບໍ່ມີພື້ນທີ່ຮອງຮັບພຽງພໍ;
3. ບາງບໍລິສັດ ຜູ້ປະກອບການກິດຈະການທ່ອງທ່ຽວ ບໍ່ປະຕິບັດຕາມນິຕິກຳທີ່ກຳນົດໄວ້ ແລະ ບໍ່ໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ (ເມື່ອບໍ່ປະຕິບັດຕາມລະບຽບການເຮັດໃຫ້ມີການໃຫ້ສິນບົນແກ່ເຈົ້າໜ້າທີ່);
4. ມີການທ່ອງທ່ຽວແອບແຝງ, ມີບຸກຄົນຢູ່ໃນບັນຊີເຝົ້າລະວັງ ແອບແຝງເປັນນັກທ່ອງທ່ຽວ ເຂົ້າມາແລ້ວຖ່າຍ ພາບ ຫຼື ບິນໂດນເກັບພາບ, ຖ່າຍວິດີໂອ ຢູ່ເຂດຫວງຫ້າມ;
5. ນັກທ່ອງທ່ຽວ ທີ່ນໍາໃຊ້ປື້ມຜ່ານແດນ ແລະ ໃບຜ່ານແດນ ເຂົ້າມາທ່ອງທ່ຽວ ບໍ່ປະຕິບັດຕາມຄໍາແນະນໍາ ຂອງກະຊວງ ຖວທ ວາງອອກ ທີ່ໄດ້ກຳນົດເຂົ້າດ່ານໃດໃຫ້ອອກດ່ານນັ້ນ;
6. ໄກ້ນໍາທ່ຽວ ບໍ່ມີບັດອະນຸຍາດຈາກຂະແໜງການຂ່ຍວຂ້ອງ, ໄກ້ນໍາທ່ຽວທີ່ເປັນຄົນຕ່າງປະເທດ ບໍ່ສາມາດສື່ສານເປັນພາສາລາວໄດ້;
7. ຂອດການປະສານສົມທົບ ລະຫວ່າງບັນດາຂະແໜງການຂອງລັດທີ່ກ່ຽວຂ້ອງ ຍັງບໍ່ຄ່ອງຕົວເທົ່າທີ່ຄວນ.
ຢ່າງໃດກໍຕາມ ຕໍ່ບັນຫາດັ່ງກ່າວ, ທ່ານຫົວໜ້າ ກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ (ຕມ) ໄດ້ສະເໜີວິທີແກ້ໄຂ ຕໍ່ກອງປະຊຸມດັ່ງນີ້:
ພາກລັດ: ຕ້ອງມີການກະກຽມຄວາມພ້ອມຮອບດ້ານ ຂອງທຸກຂະແໜງການ ແລະ ມີກົນໄກການປະສານງານຢ່າງ ລະອຽດ ເພື່ອຮ່ວມກັນແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ຢ່າງທັນການ; ປັບປຸງສະຖານຮອງຮັບຢູ່ດ່ານ ໃຫ້ມີຄວາມພ້ອມສາມາດຮອງຮັບໄດ້; ປັບປຸງບັນດານິຕິກຳ ຂອງຂະແໜງການກ່ຽວຂ້ອງ ແລະ ນິຕິກຳຮ່ວມ ໃຫ້ສອດຄ່ອງກັບສະພາບການຈັດຕັ້ງ ປະຕິບັດຕົວຈິງ ເພື່ອໃຫ້ມີຄວາມຄ່ອງຕົວ ແລະ ມີຄວາມເປັນເອກະພາບກັນ ຂອງບັນດາຂະແໜງການລັດ ແລະ ຕ້ອງ ໄປຄຽງຄູ່ກັບການໂຄສະນາເຜີຍແຜ່ໃຫ້ສັງຄົມ, ນັກທ່ອງທ່ຽວ ຕ່າງປະເທດຢ່າງທົ່ວເຖິງ.
ສ່ວນພາກເອກະຊົນ: ຕ້ອງປະຕິບັດ ຕາມລະບຽບການ ເຂົ້າ-ອອກ ສປປ ລາວ ຢ່າງເຂັ້ມງວດ ແລະ ໃຫ້ຄວາມຮ່ວມມື ກັບ ເຈົ້າໜ້າທີ່ ພາກລັດ; ຂໍຝາກອີກບັນຫາໜຶ່ງ: ວຽກງານກວດຄົນເຂົ້າ-ອອກ ສປປ ລາວ ມີຄວາມພ້ອມ ໃນການອໍານວຍຄວາມ ສະດວກ ໃນການການເຂົ້າ-ອອກ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຈະບໍ່ເປັນສິ່ງກີດຂວາງ ຫຼື ອຸດຕັນ ຕໍ່ ການທ່ອງທ່ຽວ.
ໂດຍ: ສາວລາວໃຕ້