ສ່ວຍສາອາກອນປະຈໍາເມືອງໄຊເສດຖາປີ 2024 ເກັບລາຍຮັບໄດ້ 170,31% ຂອງ​ແຜນການປີ

ເມືອງໄຊເສດຖາເປັນໜຶ່ງໃນເທດສະບານຂອງນະຄອນຫຼວງວຽງຈັນ, ມີພື້ນຖານໂຄ່ງລ່າງເສດຖະກິດດີສົມຄວນ, ເປັນເມືອງເສດຖະກິດທີ່ກໍາລັງຂະຫຍາຍຕົວເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນປະຈຳເມືອງມີລັກສະນະຕັ້ງໜ້າ, ໃນປີ 2024 ສາມາດປະຕິບັດໄດ້ທັງໝົດ 132,19 ຕື້ກວ່າກີບເທົ່າກັບ 170,31% ຂອງແຜນການປີ. 

ທ່ານ ພູຄໍາ ແກ້ວອອນສີ ຫົວໜ້າສ່ວຍສາອາກອນ ປະຈຳເມືອງໄຊເສດຖາ ໃຫ້ຮູ້ວ່າ: ສ່ວຍສາອາກອນ ປະຈຳເມືອງ ເປັນເສນາທິການໃຫ້ສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນຕາມສາຍຕັ້ງ ແລະ ປະສານສົມທົບກັບ ອົງການປົກຄອງເມືອງກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ, ເຮັດໜ້າທີ່ຄຸ້ມຄອງຈັດເກັບລາຍຮັບສ່ວຍສາອາກອນເຊັ່ນ: ລາຍຮັບຈາກຫົວໜ່ວຍວິສາຫະກິດ, ອາກອນທີ່ດິນ ຫຼື ພາສີທີ່ດິນ, ຄ່າທຳນຽມ, ຄ່າບໍລິການຕ່າງໆຈາກບັນດາຂະແໜງການລັດ ແລະ ອາກອນລາຍໄດ້ຕ່າງໆຈາກບຸກຄົນຫ້ອງການຜູ້ຕ້າງໜ້າເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງໂປ່ງໃສ,ວ່ອງໄວ ແລະ ກວດສອບໄດ້ຕາມ​​ລະບຽບກົດໝາຍກໍານົດ​ ແລະ ມີ 02 ໜ້າວຽກເປັນຫຼັກຄື: ວຽກຄຸ້ມຄອງວຽກງານສ່ວຍສາອາກອນ ແລະ ວຽກຄຸ້ມຄອງລາຍຮັບສ່ວຍສາອາກອນ;ປັດຈຸບັນທົ່ວເມືອງມີພື້ນຖານຫົວໜ່ວຍທຸລະກິດທັງໝົດ 10,479 ຫົວໜ່ວຍ.

ໃນນັ້ນ, ຫົວໜ່ວຍຖືບັນຊີ 1,608 ຫົວໜ່ວຍຈຸນລະວິສາຫະກິດ 2,259 ຫົວໜ່ວຍຄ່າເຊົ່າ 2,113 ຫົວ ໜ່ວຍ50 ລ້ານກີບລົງມາ 1,861 ຫົວໜ່ວຍ, ອົງການຈັດຕັ້ງ 21 ຫົວໜ່ວຍບຸກຄົນ 2,617 ຫົວໜ່ວຍໃນການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2024 ໄດ້ຮັບຕົວເລກແຜນການ 77,62 ຕື້ກວ່າກີບແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງນັບແຕ່ຕົ້ນປີຮອດວັນທີ 31 ທັນວາ 2024 ສາມາດປະຕິບັດໄດ້ທັງໝົດ 132,19 ຕື້ກວ່າກີບເທົ່າກັບ 170,31% ຂອງແຜນການປີທຽບໃສ່ໄລຍະດຽວຂອງປີ 2023 ເທົ່າກັບ 147,09% ເປັນເງິນປະມານ 42,32 ຕື້ກວ່າກີບຄິດເປັນເງິນລື່ນແຜນການປີ 2024 ຈໍານວນ 54,57 ຕື້ກວ່າກີບ.

ສາເຫດດ້ານດີທີ່ເຮັດໃຫ້ການຈັດເກັບລາຍຮັບລື່ນແຜນການປີຍ້ອນເມືອງໄຊເສດຖາ ມີຖານລາຍຮັບທີ່ພົ້ນເດັ່ນເປັນຕົ້ນ: ຖານເກັບລາຍຮັບຈາກຂະແໜງການຜະລິດການຄ້າ, ການບໍລິການປະກອບມີຫຼາຍປະເພດອາກອນເຊັ່ນ: ອາກອນມູນຄ່າເພີ່ມອາກອນກໍາໄລອາກອນລາຍໄດ້ຈາກເງິນເດືອນ, ອາກອນລາຍໄດ້ຈາກຄ່າເຊົ່າອາກອນທີ່ດິນອາກອນລາຍໄດ້ຈາກການໂອນສິດນໍາໃຊ້ທີ່ດິນ 2%,ຄ່າທໍານຽມທາງຄ່າທໍານຽມບໍລິການ ແລະ ກອງທຶນ, ຊັບສິນຂອງລັດ ແລະ ອາກອນອື່ນໆ. ຄຽງຄູ່ກັນນີ້, ມີນິຕິກໍາ, ລະບຽບ ແລະ ກົດໝາຍຄະນະພັກ, ການນໍາທຸກຂັ້ນ (ສ່ວຍສາອາກອນ ປະຈໍານະ ຄອນຫຼງວຽງຈັນ, ຫ້ອງການ-ການເງິນເມືອງ, ອໍານາດການປົກຄອງເມືອງ ແລະອໍານາດການປົກຄອງບ້ານໃຫ້ຄວາມໃກ້ຊິດຕິດແທດເອື້ອອໍາຄວາມສະດວກໃຫ້ ແລະມີເຄື່ອງມືທັນສະໄໝ (ລະບົບ TaxRIS, ຄ່າທໍານຽມທາງ, ອາກອນທີ່ດິນ) ເຂົ້າໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບສ່ວຍສາອາກອນເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງໂປ່ງໃສຕາມ​​ລະ ບຽບກົດໝາຍກໍານົດ.

ທ່ານ ພູຄໍາ ແກ້ວອອນສີ ໃຫ້ຮູ້ຕື່ມອີກວ່າ: ໃນປີ 2025 ຄາດຄະເນຕົວແຜນການເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 85 ຕື້ກວ່າກີບເພີ່ມຂຶ້ນ 9,51% ຂອງແຜນການປີ 2024 ແລະຄາດຄະເນແຜນການຈັດເກັບໃນແຕ່ລະເດືອນໃຫ້ປະຕິບັດໄດ້ 10% ຂອງແຜນການ ຫຼືເທົ່າກັບ 8,5 ຕື້ກວ່າກີບແຜນການ 12 ເດືອນຕ້ອງປະຕິບັດໃຫ້ໄດ້ 102 ຕື້ກວ່າກີບເທົ່າກັບ 120% ຂອງແຜນປີ ແລະບັນດາມາດຕະການຈໍານວນໜຶ່ງເພື່ອຊຸກໃນການຈັດຕັ້ງປະຕິບັດວຽກງານຈັດເກັບລາຍຮັບອາກອນເຂົ້າງົບປະມານຊຸກຍູ້ເກັບລາຍຮັບຈາກຄ່າທໍານຽມ ແລະ ຄ່າບໍລິການນໍາຂະແໜງການລັດອ້ອມຂ້າງເມືອງໃຫ້ມອບລາຍຮັບທີ່ເກັບໄດ້ ແລະ ປະຕິບັດຂັ້ນຕອນຈົດຮັບ-ຈົດຈ່າຍຜ່ານງົບປະມານຄັງເງິນຕາມລະບຽບກົດໝາຍ ແລະ ອື່ນໆ.