ໃນຕອນບ່າຍຂອງວັນທີ 01 ກຸມພາ 2025, ທີ່ ພັດຕະຄານເຊັນພີລາ ນະຄອນຫຼວງວຽງຈັນ; ທະນາຄານຮ່ວມພັດທະນາJDB ໄດ້ເປີດກອງປະຊຸມສະຫຼຸບຜົນການດຳເນີນທຸລະກິດປະຈໍາປີ 2024 ແລະ ທິດທາງແຜນການດໍາເນີນງານປະຈໍາປີ 2025. ເປັນປະທານກອງປະຊຸມໂດຍ ທ່ານ ເອກະພັນ ພະພິທັກ ປະທານຜູ້ຖືຮຸ້ນ ທະນາຄານຮ່ວມພັດທະນາ. ມີຄະນະຜູ້ບໍລິຫານ, ຄະນະທີ່ປຶກສາ, ຄະນະພະແນກ ແລະ ພະນັກງານທະນາຄານຮ່ວມພັດທະນາ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ເຊິ່ງເປັນກຽດກ່າວເປີດກອງປະຊຸມ ຢ່າງເປັນທາງການ ໂດຍ ທ່ານ ສາຄອນ ຍໍພັນໄຊ ຜູ້ອຳນວຍການໃຫຍ່ ທະນາຄານຮ່ວມພັດທະນາ.
ຕະຫຼອດການດຳເນີນກອງປະຊຸມດັ່ງກ່າວ ໄດ້ການຮັບຟັງການລາຍງານເຖີງຜົນສຳເລັດວຽກງານຫຼາຍດ້ານໃນໄລຍະ 1 ປີຜ່ານມາ ເຊັ່ນ: ຮອດວັນທີ 31 ທັນວາ 2024, JDB ມີຍອດຊັບສິນລວມ ເພີ່ມຂື້ນ 30%; ດ້ານແຫຼ່ງທຶນເພີ່ມຂື້ນ 27% ສາມາດປະຕິບັດໄດ້ຕາມແຜນການປີ 2024; ການສະໜອງສິນເຊື່ອ ສາມາດປະຕິບັດໄດ້ 171% ຂອງແຜນການ ແລະ ຕົວເລກກໍາໄລກ່ອນອາກອນຈຳນວນ 969 ຕື້ກີບ ທຽບໃສ່ປີຜ່ານມາເພີ່ມຂື້ນ 55%. ການເພີ່ມຂື້ນຂອງຕົວເລກດັ່ງກ່າວ ສົ່ງຜົນໃຫ້ມີຖານລູກເພີ່ມຂື້ນ 20%, ນັ້ນສະແດງເຖີງ ຄວາມນິຍົມຊົມໃຊ້ການບໍລິການຂອງ JDB ເພີ່ມຂື້ນຢ່າງຕໍ່ເນື່ອງ.
ພ້ອມດຽວກັນນັ້ນ ຍັງໄດ້ຮັບຟັງການນຳສະເໜີ ແຜນຍຸດທະສາດ 5 ປີ ໄລຍະທີ່ III ແຕ່ປີ 2025 - 2029 ນໍາສະເໜີໂດຍ ທ່ານ ສາຄອນ ຍໍພັນໄຊ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ທີ່ຈະເປັນຫົວໜ້າຄະນະຊີ້ນໍາ ແລະນໍາພາຈັດຕັ້ງປະຕິບັດ ໃຫ້ບັນລຸຕາມເປົ້າໝາຍ 5 ໂຄງການບຸລິມະສິດ ພາຍໃນໄລຍະເວລາ 5ປີ.
ນອກຈາກນີ້ ທ່ານ ຄຳສີງ ສອນສິນນະວົງ ຮອງຜູ້ອອໍານວຍການໃຫຍ່ ຜູ້ຊີ້ນໍາວຽກງານບັນຊີ-ການເງິນ ໄດ້ຂື້ນສະຫຼຸບລາຍງານຜົນການດຳເນີນທຸລະກິດຂອງທະນາຄານຮ່ວມພັດທະນາ; ໄດ້ສະແດງໃຫ້ເຫັນເຖີງຜົນງານທີ່ພົ້ນເດັ່ນຫຼາຍດ້ານເຊັ່ນ: ດ້ານແຫຼ່ງທຶນ, ການນຳໃຊ້ທຶນ ແລະ ການປ່ອຍສິນເຊື່ອ, ບໍການໂອນເງິນທັງພາຍໃນ ແລະ ຕ່າງປະເທດ, ບໍລິການອິເລັກໂທຣນິກ, ບໍລິການຜ່ານ Digital Banking Platform, ບໍລິການ Ecommerce ແລະ ອື່ນໆ. ທັງນີ້ແມ່ນເລັ່ງໃຫ້ເຫັນເຖີງໂອກາດການເຕີບທາງທຸລະກິດຂອງທະນາຄານໃນຕໍ່ໜ້າ.
ໃນກອງປະຊຸມຄັ້ງ ໄດ້ຈັດພິທີມອບໃບກຽດຕິຄຸນ ໃຫ້ແກ່ພະນັກງານ ແລະຄະນະຜູ້ບໍລິຫານຂອງທະນາຄານຮ່ວມພັດທະນາ ຈຳນວນ 4 ທ່ານ; ຜູ້ທີ່ມີຄຸນງາມຄວາມດີ ໄດ້ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາ JDB ນັບຕັ້ງມື້ເປີດທະນາຄານ ຈົນເຖີງປະຈຸບັນ ເປັນໄລຍະເວລາຫຼາຍກວ່າ 35 ປີ. ແລະ ຍັງໄດ້ມອບໂລ້ລາງວັນ ແລະໃບຍ້ອງຍໍ ປະເພດບຸກຄົນ ແລະ ລວມໝູ່ ໃຫ້ແກ່ບັນດາໜ່ວຍບໍລິການJDB ທີ່ມີຜົນງານພົ້ນເດັ່ນໃນການບໍລິການລູກຄ້າ ເພື່ອຍ້ອງຍໍສັນລະເສີນ ແລະ ໃຫ້ກຳລັງໃຈໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນແຕ່ລະດ້ານ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານຕ່າງໆຂອງທະນາຄານຮ່ວມພັດທະນາ.
ໃນຕອນທ້າຍຂອງກອງປະຊຸມ ກໍໄດ້ຮັບຟັງການໂອລົມ ຈາກ ທ່ານ ເອກະພັນ ພະພິທັກ ປະທານຜູ້ຖືຮຸ້ນ ທະນາຄານຮ່ວມພັດທະນາ, ທ່ານ ໄດ້ຍ້ອງຍໍຊົມເຊີຍຄະນະຜູ້ບໍລິຫານ ແລະ ພະນັກງານທຸກຄົນ ທີ່ໄດ້ທຸ້ມເທເຮືອແຮງ ແລະສະຕິປັນຍາ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ສາມາດເຮັດໃຫ້ JDB ມີການເຕີບໃຫຍ່ຂະຫຍາຍຕົວແບບກ້າວກະໂດດ ແລະ ມີສື່ສຽງ ເປັນທີ່ຍອມຮັບຈາກລູກຄ້າທັງພາຍໃນ ແລະຕ່າງປະເທດ.
“ທະນາຄານຮ່ວມພັດທະນາ ມຸ້ງໝັ້ນສ້າງນະວັດຕະກຳໃໝ່ ເພື່ອສົ່ງມອບບໍລິການທີ່ເປັນເລີດ ເປັນທະນາຄານທຸລະກິດທັນສະໄໝ ກ້າວສູ່ສາກົນ” ດ້ວຍພາລະກິດທີ່ສຳຄັນ ໃນການເປັນທະນາຄານທຸລະກິດແຖວໜ້າຂອງ ສປປ ລາວ, ເປັນທະນາຄານທຸລະກິດທີ່ທັນສະໄໝດ້ານ Digital Banking ແລະ ເປັນສູນກາງສຳລະສະສາງໃນອາຊຽນ ແລະ ສາກົນ.
ທະນາຄານຮ່ວມພັດທະນາ “ເຕີບໃຫຍ່ໄປພ້ອມກັນ”