ຕາດຖໍ້າພະ ທີ່ມີຄວາມສວຍສົດງົດງາມ ທາງດ້ານທໍາມະຊາດ

 

ຕາດຖໍ້າພະເຖິງມັນຈະຜ່ານໄປ, ແຕ່ມັນຍັງຮັກສາຄວາມສວຍ ສົດງົດງາມຂອງທຳມະຊາດຢູ່ໃນສະພາບທີ່ບໍ່ມີການປ່ຽນແປງພໍເທົ່າໃດ. ເມື່ອບັນດາທ່ານໄດ້ໄປສຳພັດ ຕົວຈິງຈະມີຄວາມຮູ້ສຶກໂລດວ່າເຕັມອີ່ມກັບສະພາບແວດລ້ອມທີ່ສວາຍງາມ ແລະມີໂງ່ນຫີນເກາະກ່າຍນັ້ນ,ນ້ຳໃສເຢັນໆໄຫຼຜ່ານຕະຫຼອດໃນຊ່ວງລະດູຝົນ, ອ້ອມສອງຝາກຕາດຈະເຕັມໄປດ້ວຍຕົ້ນໄມ້ໃຫຍ່-ນ້ອຍ ຕັ້ງຢັງຢາຍຢູ່ເປັນແຖວກໍວ່າໄດ້.

ຕາດຖໍ້າພະ ເປັນອີກສະຖານທີ່ໜຶ່ງທີ່ມີຄວາມໂດດເດັ່ນ ແລະສວຍສົດງົດງາມທາງດ້ານທິວທັດທໍາມະ ຊາດປ່າໄມ້ອັນດົກໜາຂຽວງາມອຸ່ມທຸ່ມເຮັດໃຫ້ອາກາດເຂດນີ້ມີຄວາມສົດຊື່ນແຈ່ມໃສດີຈຶ່ງກາຍເປັນສະ ຖານທີ່ທ່ອງທ່ຽວໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເປັນຈໍານວນ ບໍ່ໜ້ອຍ. ນອກຈາກຄວາມສວຍງາມ ເຫຼົ່ານັ້ນແລ້ວຍັງມີອາຫານພື້ນບ້ານປະເພດແກ່ງໜໍ່ໄມ້ສົດໆ, ປີ້ງປາໄກ່, ປີ້ງປາແລະເຄື່ອງດື່ມປະເພດຕ່າງໆໄວ້ຄອຍບໍລິການ, ນອກຈາກນີ້ຍັງ ມີຕູບນ້ອຍໃຫຍ່ຫຼາຍກວ່າ 20 ຕູບ, ມີຫ້ອງນໍ້າແລະບ່ອນຈອດລົດກວ້າງ ຂວາງໄວ້ອໍານວຍຄວາມສະດວກໃຫ້ແກ່ຜູ້ທີ່ມາທ່ຽວຊົມ.

ຕາດຖໍ້າພະ ແມ່ນຢູ່ໃກ້ກັບເຂດ ປ່າສະຫງວນພູເຂົາຄວາຍ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນໄປຕາມເສັ້ນທາງແມ່ນໄປຕາມທາງ 13 ໃຕ້ໄລຍະທາງປະມານ 60 ກິໂລແມັດ ແລ້ວລ້ຽວຊ້າຍເຂົ້າໄປທາງຕາດວັງຫຼວງ ແລະກ່ອນທີ່ຈະຮອດຕາດວັງຫຼວງປະມານ3ກິໂລແມັດຈະມີປ້າຍລ້ຽວຂວາເຂົ້າໄປ 800 ແມັດ ກໍຈະເຖິງຕາດຖໍ້າພະ

ໂດຍ: ວົງມະນີ