ທົ່ວປະເທດ ມີສື່ສິ່ງພິມ 116 ສະບັບ, ວິທະຍຸ 168 ສະຖານີ ແລະ ໂທລະພາບ 49 ສະຖານີ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫລຸບວຽກງານ ຖວທ ທົ່ວປະເທດປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ໃນວັນທີ 6-7 ກຸມພາ 2025 ຢູ່ຫໍວັດທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ, ມີຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ, ຫົວໜ້າກົມ, ຫົວໜ້າພະແນກ ຖວທ ທົ່ວປະເທດ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານລັດຖະມົນຕີ ກະຊວງ ຖວທ ກ່າວວ່າ: ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດທະນາຄົນ ແລະ ສັງຄົມ, ແມ່ນວຽກງານສ້າງພື້ນຖານອະລິຍະທຳທາງດ້ານຈິດໃຈຂອງສັງຄົມ ຊຶ່ງເປັນປັດໄຈປະກອບສ່ວນເຂົ້າໃນການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດເຮົາໃຫ້ທຽບທັນກັບບັນດາອະລິຍະປະເທດຕ່າງໆ ແລະ ສາມາດເຂົ້າຮ່ວມກັບກະແສຄວາມກ້າວໜ້າຂອງຂະບວນວິວັດແຫ່ງການພັດທະນາໃນໂລກໄດ້. ຊຶ່ງຕະຫຼອດໃນໄລຍະ 1 ປີຜ່ານມາ ຄະນະພັກ, ຄະນະນຳແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມຮັບຜິດຊອບສູງປະກອບສ່ວນ ເຂົ້າໃນການນໍາພາ-ຊີ້ນຳວຽກງານ ຖວທ ຢ່າງໃກ້ຊິດຕິດແທດ ເຊິ່ງສະແດງອອກໃນການເອົາໃຈໃສ່ກຳນົດບັນດາແຜນການ, ແຜນງານ ແລະ ໂຄງການຈຸດສຸມ ຂອງວຽກງານ ຖວທ ເຂົ້າໃນແຜນພັດທະນາທັງຂັ້ນສູງກາງ ແລະ ທ້ອງຖິ່ນ ຢ່າງຖືກຕ້ອງສອດຄ່ອງ; ພະນັກງານ-ລັດຖະກອນ ທົ່ວຂະແໜງ ຖວທ ໄດ້ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ການເມືອງໜ້າທີ່ວິຊາສະເພາະຂອງຕົນ.
ຄຽງຄູ່ກັບຜົນງານທີ່ກ່າວມານັ້ນ, ວຽກງານງານ ຖວທ ກໍຍັງມີບາງຂໍ້ຄົງຄ້າງຕໍ່ການພັດທະນາວຽກງານ ຖວທ ໃນທາງກົງ ແລະ ທາງອ້ອມ ບວກກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບັນຫາໄພເງິນເຟີ້, ຄ່າຄອງຊີບສູງ, ນໍ້າມັນແພງ ແລະ ບາງປະກົດການຫຍໍ້ທໍ້ຕໍ່ກັບການດຳລົງຊີວິດ ຍິ່ງເຮັດໃຫ້ສະພາບລວມໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຢູ່ທັງສູນກາງ ແລະ ທ້ອງຖິ່ນ ພົບຄວາມຫຍຸ້ງຍາກຂຶ້ນຕື່ມ. ເຖິງຢ່າງໃດກໍຕາມ ການຈັດຕັ້ງປະຕິບັດວຽກງານ ຖວທ ໃນ 1 ປີຜ່ານມາ ແມ່ນຍັງສືບຕໍ່ເຮັດໜ້າທີ່ການເມືອງ ຂອງຕົນໄດ້ເປັນຢ່າງດີ, ມີຜົນສຳເລັດຫລາຍດ້ານ ແລະ ມີອັນພົ້ນເດັ່ນ, ແຕ່ກໍປາສະຈາກບໍ່ໄດ້ບາງວຽກງານທີ່ຍັງບໍ່ທັນສາມາດຈັດຕັ້ງປະຕິບັດ ໄດ້ຕາມແຜນການທີ່ໄດ້ກຳນົດໄວ້ ໃນປີ 2024.
ໂອກາດດັ່ງກ່າວ ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມ ຈົ່ງພ້ອມກັນຄົ້ນຄວ້າລົົງເລິກຕີລາຄາບົນພື້ນຖານຮ່າງບົດສະຫຼຸບວຽກງານ ຖວທ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ເພື່ອຊ່ວຍປະກອບ ຄໍາຄິດຄໍາເຫັນແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນຢ່າງພາວະວິໄສ, ເພື່ອພ້ອມກັນເສີມຂະຫຍາຍດ້ານຕັ້ງໜ້າໄປຄຽງຄູ່ກັບການຕີຖອຍດ້ານອ່ອນ-ຂໍ້ຄົງຄ້າງ, ຊອກຫາສາເຫດທີ່ພາໃຫ້ມີດ້ານດີ-ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃຫ້ມີຄວາມສອດຄ່ອງ, ເໝາະສົມກັບສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງໃນ 1 ປີຜ່ານມາ ແລະ ມາດຕະການຈະຈັດຕັ້ງປະຕິບັດໃນຕໍ່ໜ້າ ແນໃສ່ໃຫ້ການພັດທະນາວຽກງານ ຖວທ ມີບາດກ້າວຂະຫຍາຍຕົວໃໝ່ທີ່ເຂັ້ມແຂງ, ໜັກແໜ້ນ ແລະ ຍາດໄດ້ຜົນງານອັນໃຫຍ່ຫຼວງກວ່າເກົ່າໃນຕໍ່ໜ້າ.
ຈາກນັ້ນ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ລາຍງານວ່າ: ໃນປີ 2024 ສື່ເອເລັກໂຕນິກ ໄດ້ຜະລິດ ແລະ ອອກຂ່າວ 25,884 ເທື່ອ, ຂ່າວພາສາຊົນເຜົ່າ 7,416 ຂ່າວ, ສື່ສິ່ງພິມພາສາຕ່າງປະເທດ 3,924 ຂ່າວ ແລະ ຂ່າວອອນລາຍ 5,712 ຄັ້ງ, ພາສາລາວ 4,624 ຂ່າວ, ຖ່າຍຮູບ 51,240 ຮູບ, ພາສາອັງກິດ 3,364 ຂ່າວ, ເຜີຍແຜ່ຜ່ານເຟສບຸກ 3,664,249 ຄລິບ ແລະ ສົ່ງຜ່ານມືຖື 1,026 ຂ່າວ; ສໍາເລັດຄາດໝາຍຕົ້ນຕໍຂອງວຽກງານຖະແຫລງຂ່າວ-ສື່ມວນຊົນ ຄື: ໂທລະໂຄ່ງໄລຍະ II ຈໍານວນ 1,000 ຊຸດ, ໄດ້ຮັບການຊ່ວຍເຫລືອ 130 ຊຸດ, ປະຕິບັດແລ້ວ 1,097 ຊຸດ; ສໍາຫລວດຂໍ້ມູນ ເພື່ອສ້າງ ແລະ ຕິດຕັ້ງສະຖານນີ FM ສຳເລັດ 11 ເມືອງ; ມອບ-ຮັບ ແລະ ຕິດຕາມການປັບປຸງສະຖານີວິທະຍຸ-ໂທລະພາບ ແຂວງໄຊສົມບູນ ແລະ ຫົວພັນ. ປັດຈຸບັນທົ່ວປະເທດ ມີສື່ສິ່ງພິມ 116 ສະບັບ, ວິທະຍຸ 168 ສະຖານີ, ໂທລະພາບ 49 ສະຖານີ, ໜ້າຂ່າວອອນລາຍ 86 ໜ້າ ແລະ ໂທລະໂຄ່ງ 7,725 ຊຸດ.