ໃນຕອນບ່າຍຂອງວັນທີ 27 ມັງກອນ 2025 ທີ່ນະຄອນ ຫຼວງວຽງຈັນ ໄດ້ມີກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍດ້ານການຄ້າ, ເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ມົງໂກລີ (JC) ຄັ້ງທີ 12 ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະ ມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ທ່ານ ເດລເກຣ໌ໄຊຄານ ບໍຣ໌ຄູ (Delgersaikhan BORKHUU) ລັດຖະມົນຕີກະຊວງຖະໜົນ ແລະ ຂົນສົ່ງ ແຫ່ງ ມົງໂກລີ ພ້ອມດ້ວຍບັນດາຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ.
ກອງປະຊຸມ JC ຄັ້ງທີ 12 ຖືເປັນກົນໄກການຮ່ວມມືໜຶ່ງທີ່ສໍາຄັນເພື່ອສືບຕໍ່ທົບທວນຄືນການພົວພັນການຮ່ວມມືສອງຝ່າຍ ລາວ-ມົງໂກລີ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງເຫັນດີຂອງການນຳຂັ້ນສູງສອງປະເທດ ໃຫ້ເປັນຮູບປະທຳຍິ່ງຂຶ້ນ ໂອກາດນີ້ ສອງຝ່າຍ ໄດ້ເຫັນດີເປັນເອກະ ພາບຕີລາຄາສູງຕໍ່ການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມ JC ລາວ-ມົງໂກລີ ຄັ້ງທີ 11 ຜ່ານມາ ບົນພື້ນຖານສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ-ມົງໂກລີ ທີ່ສືບຕໍ່ນັບມື້ໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ ສະແດງອອກໃນການພົບປະແລກ ປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ ໃນປີ 2023 ແລະ ການຢ້ຽມຢາມລັດຖະກິດທີ່ ມົງໂກລີ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນປີ 2024 ທີ່ຜ່ານມາ ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືໃນບັນດາຂະ ແໜງການຕ່າງໆ ເປັນຕົ້ນ ດ້ານການເມືອງ-ຄວາມໝັ້ນຄົງເສດ ຖະກິດ-ການຄ້າ ການລົງທຶນ ກະສິກຳ ການສຶກສາ ວັດທະນະທຳ ສາທາລະນະສຸກ ໂຍທາທິການຂົນສົ່ງ ແລະ ອື່ນໆ.
ໃນຕໍ່ໜ້າ ສອງຝ່າຍ ເຫັນດີຈະສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນສອງຝ່າຍ ໃຫ້ຫຼາຍຂຶ້ນ ໂດຍໄດ້ມອບໃຫ້ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ມົງໂກລີ ສືບຕໍ່ໃນການປະສານສົມທົບກັນຢ່າງໃກ້ຊິດ ເພື່ອຊຸກຍູ້ໃຫ້ບັນດາບໍລິສັດເອກະຊົນຂອງແຕ່ລະປະເທດ ໃຫ້ມີການພົວ ພັນຮ່ວມມືກັນໃຫ້ດີກວ່າເກົ່າ ເຫັນດີສືບຕໍ່ການຮ່ວມມືໃນຂະແໜງກະສິກຳໃຫ້ຫຼາຍຂຶ້ນ ໃນນັ້ນ ຝ່າຍມົງໂກລີ ເຫັນດີຈະຊຸກຍູ້ຂົນຂວາຍບັນດານັກທຸລະກິດມົງໂກລີ ເຂົ້າມາລົງທຶນໃນຂະແໜງ ການລ້ຽງສັດຢູ່ ສປປ ລາວ ເພື່ອແນ່ໃສ່ຍົກລະດັບດ້ານເຕັກ ນິກ ແລະ ການປຸງແຕ່ງຜະລິດຕະພັນຈາກ ແກະ (ຊິ້ນ ແລະ ຂົນແກະ) ພ້ອມນີ້ ສອງຝ່າຍ ຍັງໄດ້ປຶກສາຫາລືເພື່ອຊອກຫາຊ່ອງທາງຄວາມເປັນໄປໄດ້ໃນການຂົນສົ່ງສິນຄ້າ ໂດຍສະເພາະ ສິນຄ້າກະສິກຳ ໂດຍນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຈາກມົງໂກລີ ມາ ສປປ ລາວ ແລະ ຈາກລາວ ໄປ ມົງໂກລີ ລວມທັງ ການໃຫ້ບໍລິການຄົມມະນາຄົມຂົນ ສົ່ງທາງອາກາດ ເປັນຕົ້ນ ການເປີດທ້ຽວບິນໂດຍກົງລະຫວ່າງປະເທດ ລາວ-ມົງໂກລີ ເຊິ່ງຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນດ້ວຍກັນ ກໍຄື ບັນດານັກທຸລຸະກິດ ແລະ ນັກທ່ອງທ່ຽວ ທັງນີ້ກໍ່ເພື່ອປະກອບສ່ວນຊຸກ ຍູ້ໃຫ້ຕົວເລກການຄ້າລະຫວ່າງສອງປະເທດ ລາວ-ມົງໂກລີ ໃຫ້ນັບມື້ເພີ່ມສູງຂຶ້ນ ພ້ອມນັ້ນ ສອງຝ່າຍ ສະແດງຄວາມຍິນດີຈະສືບຕໍ່ໃຫ້ການຮ່ວມມືສະໜັບສະ ໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ການຮ່ວມມືຂອບ ສປຊ ອາຊຽນ ແລະ ໃນກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ອື່ນໆ.
ພາຍຫຼັງສຳເລັດກອງປະຊຸມ ສອງຝ່າຍ ກໍ່ໄດ້ຮ່ວມກັນລົງນາມເອກະສານ ເພື່ອຮັບຮອງເອົາບົດບັນທຶກກອງປະຊຸມຄະນະກໍາມາ ທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ມົງໂກລີ ຄັ້ງທີ 12 ເຊິ່ງຖືເປັນພື້ນຖານອັນໜັກແໜ້ນໃນການຊີ້ທິດເຍືອງທາງ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍໃນຊຸມປີຕໍ່ໜ້າ ໂດຍ ສະເພາະການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄັ້ງນີ້ ໃຫ້ໄດ້ຮັບໝາກຜົນທີ່ເປັນຮູບປະ ທຳ ແລະ ນຳມາເຊິ່ງຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ປະຊາຊົນ ລາວ ແລະ ມົງໂກລີ.
ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ມີຜົນສຳ ເລັດຢ່າງຈົບງາມ ບົນພື້ນຖານຄວາມສາມັກຄີ ເຂົ້າອົກເຂົ້າ ໃຈ ແລະ ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນສ່ອງແສງໃຫ້ເຫັນເຖິງສາຍພົວພັນອັນສະໜິດແໜ້ນຂອງສອງປະເທດ ລາວ ແລະ ມົງໂກລີ ເຊິ່ງຝ່າຍມົງໂກລີ ຍິນດີຈະສືບຕໍ່ການເປັນປະທານຈັດກອງປະຊຸມຄະນະກຳມາທິ ການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ ແລະ ມົງໂກລີ ຄັ້ງທີ 13 ໃນປີ 2027 ທີ່ປະເທດມົງໂກລີ.
Cr. ວຽງຈັນໃໝ່