ບໍລິສັດ ພູເບ້ຍ ມາຍນິງ ພູມໃຈປະກາດໃຫ້ຊາບວ່າບໍລິສັດ ສາມາດຮັກສາຜົນງານປະເພດດີເດັ່ນ (A+) ແລະ ໄດ້ຮັບ ‘ໃບຍ້ອງຍໍຜົນງານໃນການຈັດຕັ້ງປະຕິບັດວຽກງານດ້ານບໍ່ແຮ່ດີເດັ່ນ’ ຈາກກະຊວງພະລັງງານ ແລະ ບໍ່ແຮ່ ເປັນເວລາສອງປີຊ້ອນ. ພິທີມອບ-ຮັບ ໄດ້ຈັດຂຶ້ນຢູ່ທີ່ກອງປະຊຸມປຶກສາຫາລືຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ໃນລະຫວ່າງວັນທີ 20 ຫາ 21 ມັງກອນຜ່ານມາຢູ່ໂຮງແຮມຮໍລິເດ ອິນ (Holiday Inn), ນະຄອນຫຼວງວຽງຈັນ.
ພະນະທ່ານ ໂພໄຊ ໄຊຍະສອນ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ກຽດມອບໃບຍ້ອງຍໍໃຫ້ທ່ານນາງ ມະນີລັດ ອາຣຸນລັງສີ, ຜູ້ຈັດການອາວຸໂສຝ່າຍພົວພັນພາຍນອກຂອງບໍລິສັດ ພູເບ້ຍ ມາຍນິງ ຊຶ່ງເປັນຜູ້ທີ່ນໍາສະເໜີການເຕີບໂຕ ແລະ ຜົນງານຕ່າງໆໃນປີ 2024 ຂອງບໍລິສັດ ພູເບ້ຍ ມາຍນິງ ຢູ່ທີ່ກອງປະຊຸມ.
ກະຊວງພະລັງງານ ແລະ ບໍ່ແຮ່ ກວດກາປະເມີນບໍລິສັດລົງທຶນດ້ານບໍ່ແຮ່ຢູ່ລາວໃນຫຼັກການປະຕິບັດດີທີ່ສຸດ 7 ຫຼັກການຄື: ການປະຕິບັດຕາມລະບຽບກົດໝາຍ, ພັນທະໃນການລາຍງານ, ຜົນປະຕິບັດດ້ານສັງຄົມ, ການຈ້າງງານຄົນທ້ອງຖິ່ນ ແລະ ການພັດທະນາຊັບພະຍາກອນມະນຸດ, ສຸຂະພາບ ແລະ ຄວາມປອດໄພ, ການຄຸ້ມຄອງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ການວາງແຜນປິດບໍ່. ບໍລິສັດ ພູເບ້ຍ ມາຍນິງ ດີເລີດໃນການບັນລຸປະເພດ (A+) ໃນທຸກຫຼັກການ.
ທ່ານ ດາລິງ ເຊັງ, ຜູ້ອໍານວຍການ ແລະ ປະທານບໍລິຫານຂອງບໍລິສັດ ແພນອອສ໌, ໃຫ້ຮູ້ເຖິງຄວາມມຸ້ງໝັ້ນຂອງບໍລິສັດ ພູເບ້ຍ ມາຍນິງ ໃນການພັດທະນາແບບຍືນຍົງໄລຍະຍາວທົ່ວໂຄງການຂອງບໍລິສັດ.
ທ່ານ ດາລິງ ເຊັງ ກ່າວວ່າ: ພວກເຮົາສະຫຼຸບປີ 2024 ດ້ວຍໂອກາດທີ່ດີຕ່າງໆເພື່ອກ້າວໄປຂ້າງໜ້າໃນປີ 2025 ແລະ ປີຕໍ່ໆໄປ. ພວກເຮົາຮູ້ສຶກເປັນກຽດທີ່ໄດ້ລາງວັນດັ່ງກ່າວນີ້ ຈາກລັດຖະບານແຫ່ງ ສປປ ລາວ, ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ຮັບຮູ້ແຜນງານປະຕິບັດດີທີ່ສຸດລະດັບສາກົນຂອງບໍລິສັດ ພູເບ້ຍ ມາຍນິງ ນັບແຕ່ຄວາມເປັນເລີດດ້ານການຂຸດຄົ້ນ ໄປຈົນເຖິງການສະໜັບສະໜູນຊຸມຊົນທ້ອງຖິ່ນ.
ນອກຈາກນັ້ນ, ພວກເຮົາກໍ່ຍັງພູມໃຈໃນການຈັດຕັ້ງປະຕິບັດວິໄສທັດຂອງລັດວິສາຫະກິດຈີນ, ກຸ່ມບໍລິສັດ ກວ່າງດົງ ຣາຍຊິງ ໂຮລດິງ ກຼຸບ ຂອງແພນອອສ໌ ດ້ວຍການຮ່ວມມືກັບພາກລັດຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອປັບປຸງມາດຕະຖານທາງດ້ານເສດຖະກິດ-ສັງຄົມຢູ່ລາວ. ພວກເຮົາຈະສູ້ຊົນໃຫ້ເປັນບໍລິສັດບໍ່ແຮ່ຊັ້ນນໍາຢູ່ພາຍໃນຂົງເຂດອາຊີ.
ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ, ກ່າວຢໍ້າເຖິງຄວາມພະຍາຍາມຂອງບໍລິສັດວ່າ ແຜນງານຕ່າງໆຂອງພວກເຮົາ ແມ່ນມີຜົນຫຼາຍຕໍ່ປະຊາຊົນ. ພວກເຮົາໄດ້ສະໜັບສະໜູນສັງຄົມໃນເວລາຈໍາເປັນ, ຍົກລະດັບຊີວິດການເປັນຢູ່ຂອງບັນດາຊຸມຊົນ ແລະ ປົກປັກຮັກສາສິ່ງແວດລ້ອມຢູ່ເຂດທີ່ພວກເຮົາເຂົ້າໄປດໍາເນີນງານ ເປັນເວລາຫຼາຍກວ່າໜຶ່ງທົດສະວັດ.
ທ່ານ ຈັນເພັງ ກ່າວວ່າ ໃນດ້ານການເງິນ ແລະ ດ້ານເຕັກນິກວິຊາການ, ພວກເຮົາສາມາດສືບຕໍ່ສ້າງຄວາມຈະເລີນຮຸ່ງເຮືອງໃຫ້ລັດຖະບານ ແລະ ປະຊາຊົນລາວ.
ໃນລະຫວ່າງກອງປະຊຸມ, ບໍລິສັດ ພູເບ້ຍ ມາຍນິງ ກໍ່ໄດ້ວາງສະແດງແຜນງານຕ່າງໆຢູ່ໂຄງການຂອງບໍລິສັດ ແລະ ການຮ່ວມມືກັບຊຸມຊົນທ້ອງຖິ່ນ ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມກອງປະຊຸມເຂົ້າໃຈຫຼາຍຂຶ້ນກ່ຽວກັບໂຄງການລະດັບສາກົນຂອງບໍລິສັດ.