3 ພາກສ່ວນຮ່ວມກັນປຶກສາຫາລືແກ້ໄຂບັນຫາແຮງງານ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຈັດກອງປະຊຸມຄະນະກໍາມະການແຮງງານແຫ່ງຊາດ ຄັ້ງທີ II ໃນວັນທີ 23 ມັງກອນ 2025 ທີ່ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ມີທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ວິໄລ ວົງກະເສີມ ຮອງປະທານສູນກາງສະຫະພັນກໍາມະບານລາວ ແລະຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ກ່າວວ່າເພື່ອປຶກສາຫາລືວຽກງານສາມຝ່າຍໃນການຊຸກຍູ້ສົ່ງເສີມແກ້ໄຂບັນຫາດ້ານແຮງງານ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງທັງຜູ້ໃຊ້ແຮງງງານ ແລະຜູ້ອອກແຮງງານໃນຕະຫຼາດແຮງງານ ໂດຍປະຕິບັດລະບຽບກົດໝາຍໃຫ້ຖືກຕ້ອງ ໄປຕາມແຕ່ລະໄລຍະຂອງການຂະຫຍາຍໂຕຂອງເສດຖະກິດ ໂດຍສະ ເພາະແມ່ນໃຫ້ໄດ້ຮັບການປົກປ້ອງທາງສັງຄົມເພື່ອສ້າງສາຍພົວ ພັນແຮງງານທີ່ດີ ໃນສະຖານທີ່ເຮັດວຽກ ແລະ ສ້າງວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ເປັນທໍາໃນ ສປປ ລາວ ໃນສະພາບເສດຖະກິດປັດຈຸບັນ ທັງຜູ້ໃຊ້ແຮງງານ ຜູ້ອອກແຮງງານ ແລະ ລັດຖະບານ ລ້ວນແລ້ວແຕ່ພະຍາຍາມຫາທາງແກ້ໄຂບັນຫາແຮງ ງານ ເຊິ່ງທັງສາມຝ່າຍແມ່ນເຫັນໄດ້ຄວາມສໍາຄັນຂອງບັນຫາການຂາດແຄນແຮງານ ແລະ ການປະລະການສຶກສາເຊິ່ງມັນຮຽກ ຮ້ອງໃຫ້ທຸກໆພາກສ່ວນທັງສູນກາງ ແລະ ທ້ອງຖິ່ນຕ້ອງໄດ້ມີສ່ວນຮ່ວມ ໃນການຊອກຫາທາງອອກ ແລະ ແກ້ໄຂໃຫ້ໄດ້ໃນເວລາອັນຄວນ ໂດຍສະເພາະແມ່ນຄວາມຮຽກຮ້ອງຕ້ອງການຂອງຜູ້ໃຊ້ແຮງງານ ແນ່ນອນແມ່ນຢາກໄດ້ແຮງງານທີ່ມີຄວາມຕັ້ງໃຈ ແລະ ພັດທະນາຕົນເອງ ສາມາດເຮັດວຽກຢ່າງມີປະສິດທິພາບ ທຸລະ ກິດກໍຕ້ອງສ້າງໂຕເອງໃຫ້ເຂັ້ມແຂງ ສາມາດສ້າງວຽກເຮັດງານທຳ ມີຄຸນຄ່າ ແລະ ເປັນທຳເຊິ່ງເປັນປັດໃຈທີ່ສໍາຄັນເພື່ອໃຫ້ມີອາຊີບທີ່ໝັ້ນຄົງ ແລະ ຍືນຍົງ ສ່ວນຜູ້ອອກແຮງງານແນ່ນອນກໍຢາກໄດ້ສະຫວັດດີການທີ່ດີ ແລະ ມີຄວາມສຸກໃນການເຮັດວຽກໄດ້ຮັບການປົກປ້ອງ ແລະ ຜົນຕອບແທນທີ່ເໝາະສົມໃນສະຖານທີ່ເຮັດວຽກ.

ນອກຈາກນີ້, ການພັດທະນາ ແລະສົ່ງເສີມແຮງງານນອກລະບົບກໍເປັນອີກວຽກໜຶ່ງທີ່ຕ້ອງການໃຫ້ມີການສ່ວນຮ່ວມພ້ອມທັງປະກອບສ່ວນໃຫ້ແຮງງານດັ່ງກ່າວໄດ້ຮັບການປົກປ້ອງ ແລະພັດທະນາຕົວເອງຫຼຸດຊ່ອງຫວ່າງຂອງບັນຫາແຮງງານທີ່ບໍ່ສອດຄອງກັບຄວາມຕ້ອງການແຮງງານ ແລະ ບັນຫາຂາດແຄນແຮງງານປັດຈຸບັນມີຫຼາຍໂຮງງານຈາກຕ່າງປະເທດທີ່ຊອກຫາແຫຼ່ງຜະລິດໃໝ່ທີ່ມີນະໂຍບາຍສົ່ງເສີມ ແລະມີຕົ້ນທຶນຕ່ໍ່າໃນນັ້ນ ສປປ ລາວ ເປັນປະເທດໜຶ່ງທີຢູ່ໃນເປົ້າໝາຍຂອງນັກລົງທຶນແຕ່ບັນຫາຄືບໍ່ມີແຮງງານສະໜອງໃຫ້ກັບຜູ້ປະກອບການດັ່ງນັ້ນຄະນະກຳມະການສາມຝ່າຍ ແລະພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ຈັບມືເປັນເອກະພາບກັນເພື່ອກໍານົດນະໂຍບາຍຍຸດທະສາດ ແລະ ວາງແຜນໃຫ້ສອດຄອງໃນການສ້າງຄວາມເຂັ້ມແຂງໃຫ້ກັບພາກທຸລະກິດ ແລະການສົ່ງເສີມການເຕີບໂຕຂອງທຸລະກິດແຕ່ລະຂະແໜງ.
ທີ່ມາ: ວຽງຈັນໃໝ່