ເຈົ້າແຂວງສະຫວວັນນະເຂດ ຢ້ຽມຢາມນາຍ-ພົນທະຫານ ແລະປະຊາຊົນບ້ານດອນຖ້ຳເງິນ ເມືອງໄຊພູທອງ .
ດ້ວຍຄວາມເປັນຫ່ວງເປັນຕໍ່ການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຢ້ຽມຢາມເບິ່ງຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ, ພ້ອມປະຊາຊົນບ້ານດອນຖ້ຳເງິນ ເມືອງໄຊພູທອງ ແຂວງສະຫວັນນະເຂດ; ໃນວັນທີ 22 ມັງກອນ 2025 ນີ້, ທ່ານ ບຸນໂຈມ ອຸບົນປເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ໄດ້ຂີ່ເຮືອຕາມແມ່ນ້ຳຂອງແຕ່ບ້ານຄັນທ່າຈານໄປຫາບ້ານດອນຖ້ຳເງິນເມືອງໄຊພູທອງ, ມີທ່ານ ນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ, ພ້ອມການນຳເມືອງ, ເພື່ອນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນຈຳນວນໜຶ່ໄປປະກອບສ່ວນໃນການພັດທະນາບ້ານພັັດທະນາທ້ອງຖິ່ນໃນເຂດບ້ານດອນຖຳ້ເງິນ ແລະ ຢ້ຽມຢາມຖາມຂ່າວຊີວິດການເປັນຢູ່ຂອງປະຊາຊົນໃນເຂດດອນ.
ໃນນັ້ນ, ໄດ້ຢ້ຽມຢາມເບິ່ງການສິດສອນຂອງໂຮງຮຽນປະຖົມສົມບູນ ບ້ານດອນຖຳ້ເງິນ ເຊິ່ງເປັນໂຮງຮຽນເອກະລາດຂຶ້ນກັບກຸ່ມບ້ານທີ 1 ຂອງເມືອງ, ມີຄູສອນ 2 ຄົນ ແລະ ມີນັກຮຽນແຕ່ຊັ້ນປໍ 1 ຮອດຊັ້ນປໍ 5 ລວມມີນັກຮຽນ 20 ຄົນ ຍິງ 9ຄົນ, ໂດຍທ່ານເຈົ້າແຂວງທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມອບຊຸດນັກຮຽນ, ອຸປະກອນການຮຽນໃຫ້ນ້ອງນ້ອນັກຮຽນ, ພ້ອມທັງໃຫ້ນັກຮຽນຮູ້ຮ້ອງເພງຊາດລາວຮູ້ຮັກຊາດລາວ, ພ້ອມກັນຕັ້ງໃຈຮຽນ ເພື່ອເອົາຄວາມຮູ້ມາພັດທະນາຕົນເອງ ແລະ ໄດ້ມອບເງິນໃຫ້ໂຮງຮຽນຈຳນວນໜຶ່ງເພື່ອພັດທະນາໂຮງຮຽນຕື່ມອີກ.
ໃນເວລາຕໍ່ມາໄດ້ພົບປະກັບອຳນາດການປົກຄອງ ແລະ ປະຊາຊົນເພື່ອຖາມກ່ຽວກັບການພັດທະນາຊີວິດການເປັນຢູ່ການຊອກລາຍຮັບໃຫ້ຄອບຄົວ, ໃຫ້ປະຊາຊົນມີການສະເໜີຕໍ່ການນຳແຂວງກ່ຽວກັບຄວາມຕ້ອງການ ເພື່ອສຸມໃສ່ການພັດທະນາໃຫ້ດີຂຶ້ນ, ຕາມການລາຍງານຂອງນາຍບ້ານ ບ້ານດອນຖ້ຳເງິນມີ 48 ຫຼັງຄາ 46 ຄອບຄົວ, ພົນລະເມືອງ 243 ຄົນ, ຍິງ 111 ຄົນ, ມີເນື້ອທີ່ນາປີ 103 ເຮັກຕາ, ເນື້ອທີ່ການຜະລິດລະດູແລ້ງ 76 ເຮັກຕາລວມທັງການປູກພືດຖົ່ວດິນ, ສາລີ ແລະ ເຮັດນາປູກເຂົ້ານາແຊງ.
ບ້ານດອນຖ້ໍ່າເງິນມີແຫ່ງທ່ອງທ່ຽວທຳມະຊາດ ມີຖ້ຳໝາກຍໍປະຫວັດສາດເກົ່າ ເຊິ່ງເປັນກົກເຄົ້າປະຫວັດສາດບ້ານດອນຖ້ຳເງິນ, ປະຊາຊົນມີຄວາມຕ້ອງການທໍ່ແງ່ມ,ເພື່ອນຳເອົານ້ຳຂື້ນຫົດເນື້ອທີ່ປູກພືດລະດູແລ້ງ. ຕ້ອງການສ້າງສາລາໂຮງທຳໃຫ້ສຳເລັດເພາະມີວັດ 1 ແຫ່ງ ພາຍໃນບ້ານ.
ໂອກາດນີ້ ທ່ານເຈົ້າແຂວງກໍໄດ້ມອບເງິນພັດທະນາບ້ານ ແລະທ່ານເຈົ້າເມືອງໄຊພູທອງກໍໄດ້ລະດົມການປະກອບສ່ວນຈາກພະແນກການທີ່ໄປຮ່ວມຄັ້ງນີ້ໄດ້ເງິນຈຳນວນ 40 ລ້ານກ່ວາກີບເພື່ອສ້າງສາລາໂຮງທຳຂອງບ້ານໃຫ້ສຳເລັດ.
ໃນເວລາຕໍ່ມາທ່ານເຈົ້າແຂວງໄດ້ໄປຢ້ຽມຢາມນາຍ ແລະພົນທະຫານທີ່ປະຕິບັດໜ້າທີ່ຮັກສາຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ບັນດາເກາະດອນຕ່າງໆ, ພ້ອມມອບເງິນຈໍານວນໜ່ຶ່ງ ໃຫ້ກັບຈຸທະຫານທີ່ຂຶ້ນກັບກອງຮ້ອຍທະຫານຊາຍແດນ 325, ທ່ານ ປອ ສຸນັນທາ ຈຸນລະມະນີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ, ຕົ້ນໄມ້ເພື່ອປູກເປັນຮົ່ມ ແລະກິນໝາກ ໃຫ້ກອງຮ້ອຍທະຫານຊາຍແດນຕື່ມອີກ.
ໃນຕອນບ່າຍຂອງວັນດຽວກັນທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະວັນນະເຂດ ພ້ອມຄະນະໄດ້ແວ່ຢ້ຽມຢາມ ຊຸກຍູ້ ແລະ ຊື້ຜົນຜະລິດຂອງປະຊາຊົນ ໃນເຂດໂຄງການຊົນລະປະທານບ້ານມ່ວງໄຂ່ເມືອງໄຊພູທອງ ເຊິ່ງປະຊາຊົນໄດ້ປູກພືດລະດູແລ້ງ, ສາລີ, ຖົ່ວດິນ ເພື່ອສົ່ງຂາຍໃຫ້ບໍລິສັດ ແລະ ຕາມຕະຫຼາດທົ່ວໄປ.
ໂຄງການຊົນລະປະທານບ້ານມ່ວງໄຂ່ ມີ 85 ຄອບຄົວທີ່ທຳການຜະລິດ ແລະ ມີເນື້ອທີ່ປະມານ 50 ກ່ວາເຮັກຕາ ໃນນັ້ນມີເນື້ອທີ່ນາແຊງ 25 ເຮັກຕາ ແລະ ປູກພືດຜັກຕ່າງໆ 30 ກ່ວາເຮັກຕາ,ໂດຍທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນໃຫ້ພະແນກການທີ່ກ່ຽວຂ້ອງກໍຄືຫ້ອງການຂັ້ນເມືອງໄດ້ໄປຕິດຕາມນຳປະຊາຊົນກ່ຽວກັບຄວາມຕ້ອງການໃນການຜະລິດ, ແນະນຳດ້ານວິຊາການກ່ຽວກັບການປາບສັດຕູພືດ ແລະພະຍາດຕ່າງໆທີ່ເກີດຂຶ້ນກັບພືດຜັກປະຊາຊົນ, ໃຫ້ໄປເຖິງປະຊາຊົນນຳພາສ້າງເປັນສະຫະກອນ, ເພື່ອຊຸກຍູ້ໃນການພັດທະນາຊີວິດການເປັນຢູ່ກໍຄືການສ້າງລາຍຮັບຂອງປະຊາຊົນ ເພາະປະຊາຊົນພົ້ນທຸກບ້ານເມືອງ ແຂວງ ແລະປະເທດຊາດກໍພົ້ນທຸກ.