ໂຄງການຮ່ວມມືແຂວງຢຸນນານ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ກິດຈະກຳການແຂ່ງຂັນທັກສະສີມືແຮງງານ ດ້ານທັກສະການຂາຍ ແລະ ທັກສະການນັບເງິນ ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2025 ທີ່ສູນການຄ້າວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານນາງ ພູວັນ ເພັດຊຸມພູ ຮອງປະທານ ສະຫະພັນກຳມະບານ ນະຄອນຫຼວງວຽງຈັນ, ທ່ານ WEN YUNKUN ວິຊາການຫ້ອງການກຳມະບານ ກຸ່ມບໍລິສັດ ກໍ່ສ້າງລົງທຶນ ຢຸນນານ, ທ່ານ WANG WEIKUN ອຳນວຍການ ບໍລິສັດ ພັດທະນາສູນເສດຖະກິດ ການຄ້າຄົບວົງຈອນ ໜອງຈັນຕອນເໜືອ ຈຳກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂດຍປະຕິບັດຕາມການລົງນາມເຊັນສັນຍາກັນລະຫວ່າງ ສະຫະພັນກຳມະບານແຂວງຢຸນນານ ແລະສະຫະພັນກຳມະບານນະຄອນຫຼວງວຽງຈັນ, ເພື່ອສ້າງສາຍພົວພັນການຮ່ວມມືແລກປ່ຽນໃຫ້ແກ່ພະນັກງານ ລາວ-ຈີນ. ການແຂ່ງຂັນຄັ້ງນີ້ເປັນການຈັດຕັ້ງປະຕິບັດຕາມຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຢ່າງຕັ້ງໜ້າ ແລະປະຕິບັດພາລະກິດອັນສຳຄັນໃນການສົ່ງເສີມການກໍ່ສ້າງໂຄງການຮ່ວມມືແລະປັບປຸງທັກສະຂອງພະນັກງານ. ສະຫະພັນກຳມະບານພະແນກສາກົນຂອງກຸ່ມກໍ່ສ້າງ-ລົງທຶນແຂວງຢຸນນານແລະສະຫະພັນກຳມະບານບໍລິສັດລົງທຶນຕ່າງປະເທດຢຸນນານຈຳກັດປັນເຈົ້າການໃນການນຳພາພະນັກງານເພື່ອສະແດງແລະປະກອບສ່ວນເຂົ້າໃນເວທີສາກົນ.
ການຈັດງານແຂ່ງຂັນທັກສະການຂາຍແລະທັກສະການນັບເງິນໃນຄັ້ງນີ້ແມ່ນມີຄວາມໝາຍທີ່ສຳຄັນທີ່ສຸດ, ຊຶ່ງການແຂ່ງຂັນທັກສະການຂາຍ, ພະນັກງານຈະສະແດງໃຫ້ເຫັນຄວາມສາມາດຂອງຕົນເອງໃນການໂຄສະນາສິນຄ້າ ເຊິ່ງພວກເຂົາສາມາດຄົ້ນພົບຂໍ້ບົກຜ່ອງຂອງຕົນເອງ, ຮຽນຮູ້ປະສົບການການຂາຍຂັ້ນສູງ ແລະປັບປຸງລະດັບການຂາຍເພີ່ມຂຶ້ນ. ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ພວກເຮົາມີຄວາມໝັ້ນທ່ຽງໃນຕະຫລາດລາວເທົ່ານັ້ນ, ແຕ່ຍັງເປັນການຂະຫຍາຍອານາເຂດທຸລະກິດຂອງພວກເຮົາຕື່ມອີກ, ເພື່ອເປັນການຜັນຂະຫຍາຍໂຄງການ "ໜຶ່ງແລວທາງໜຶ່ງເສັ້ນທາງ" ໃຫ້ເຕີບໃຫ່ຍແລະແຂງແຮງຕໍ່ໄປ.
ການແຂ່ງຂັນທັກສະການນັບເງິນກໍ່ມີຄວາມສຳຄັນເຊັ່ນດຽວກັນ, ຄວາມສາມາດໃນການນັບເງິນຢ່າງຖືກຕ້ອງແລະວ່ອງໄວ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງຄຸນນະພາບດ້ານວິຊາຊີບຂອງພະນັກງານ, ແຕ່ຍັງກ່ຽວຂ້ອງກັບຄວາມປອດໄພທາງດ້ານການເງິນຂອງບໍລິສັດ. ຜ່ານການແຂ່ງຂັນ,ພະນັກງານຈະເອົາໃຈໃສ່ຫຼາຍກວ່າເກົ່າໃນການປັບປຸງທັກສະ, ປູກຝັງທັດສະນະຄະຕິໃນການເຮັດວຽກທີ່ເຂັ້ມງວດ, ເພື່ອປົກປ້ອງຄວາມປອດໄພທາງດ້ານການເງິນຂອງບໍລິສັດຢ່າງເຂັ້ມແຂງ. ໃນອະນາຄົດ, ພວກເຮົາຈະຖືເອົາການແຂ່ງຂັນນີ້ເປັນຈຸດເລີ່ມຕົ້ນໃໝ່ແລະສືບຕໍ່ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ.
ສໍາລັບທັກສະການຂາຍ, ພວກເຮົາຈະຈັດຝຶກອົບຮົມວິຊາຊີບເພີ່ມເຕີມເຊັ່ນ: ການວິເຄາະ ແລະ ກົນລະຍຸດການຕະຫຼາດເພື່ອເພີ່ມທັກສະຄວາມເຂົ້າໃຈດ້ານການຂາຍ.ພ້ອມດຽວກັນນັ້ນ, ຊຸກຍູ້ພະນັກງານໃຫ້ຄົ້ນຫາຮູບແບບການຂາຍທີ່ມີຫົວຄິດປະດິດສ້າງ ເພື່ອປັບຕົວເຂົ້າກັບຄວາມຕ້ອງການຂອງຕະຫຼາດໃນປະຈຸບັນ. ໃນດ້ານການນັບເງິນພວກເຮົາຈະດໍາເນີນການຝຶກອົບຮົມຕົວຈິງໃຫ້ຫຼາຍຂຶ້ນເພື່ອປັບປຸງຄວາມສາມາດຂອງພະນັກງານໃຫ້ຖືກຕ້ອງແລະແມ້ນຢຳ. ນອກນີ້, ຍັງຈະເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືກັບສະຫະພັນກຳມະບານ ແລະ ວິສາຫະກິດພາຍໃນປະເທດລາວ, ຮ່ວມກັນຈັດຕັ້ງການຝຶກອົບຮົມແລະການແລກປ່ຽນທັກສະຕ່າງໆ, ຊຸກຍູ້ການປັບປຸງທັກສະຂອງພະນັກງານລາວ-ຈີນຮ່ວມກັນ, ສຸມໃສ່ກໍ່ສ້າງຄວາມເຂັ້ມແຂງຕາມຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ".