ປູກຝັງ-ລ້ຽງສັດເປັນອາຊີບເສີມ ສ້າງລາຍຮັບໄດ້ເກືອບ 100 ລ້ານກີບຕໍ່ປີ

ປັດຈຸບັນການປູກຝັງ - ລ້ຽງສັດ ແມ່ນກາຍເປັນທາງເລືອກໜຶ່ງໃຫ້ແກ່ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ເປັນປັດໃຈທີ່ສໍາຄັນໃຫ້ແກ່ການພັດທະນາ ແລະ ແກ້ໄຂຄວາມທຸກຍາກ ເຊິ່ງຍາມໃດພັກ - ລັດ ເວົ້າລວມເວົ້າສະເພາະກໍ່ຄືພະນັກງານ ກຳລັງປະກອບອາວຸດ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມວຽກງານການປູກ - ການລ້ຽງ ໂດຍປະຕິຕາມທິດຊີ້ນໍາຂອງກົມໃຫຍ່ພະລາທິການວາງອອກ ໃນວຽກງານ 4 ປູກ 4 ລ້ຽງ ໃນວຽກງານກຸມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ໃນການສ້າງເສດຖະກິດຄອບຄົວເພື່ອຊອກລາຍຮັບເພີ່ມດ້ວຍຫຼາຍຮູບການຕ່າງໆເຊັ່ນ:ການປູກຝັງ-ລ້ຽງສັດ,ການບໍລິການ, ການຄ້າຂາຍ ແລະ ອື່ນໆ ທີ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍອີງໃສ່ເງື່ອນໄຂ, ທ່າແຮງ ແລະ ຄວາມສາມາດຕົວຈິງຂອງແຕ່ລະຄອບຄົວ ດັ່ງຄອບຄົວຂອງ ພັນຕີ ບຸນລອດ ສັນຍາແສດ ຮອງການເມືອງກອງພັນນ້ອຍ 414 ເຊິ່ງເປັນຄອບຄົວໜຶ່ງທີ່ພົ້ນເດັ່ນໃນການສ້າງເສດຖະກິດຄອບຄົວເພີ່ມ ດ້ວຍການປູກຝັງ-ລ້ຽງສັດ ເຊັ່ນ: ປູກເຂົ້ານາປີ - ນາ ແຊງ, ປູກໝາກເດືອຍ, ປູກມັນຕົ້ນ, ປູກໝາກແຕ່ງ, ຫ້ອມບົວ, ປູກພືດຜັກອື່ນໆອີກ ແລະ ລ້ຽງປະເພດ ງົວ, ເປັດ, ໄກ່ ເປັນອາຊີບເສີມ ເຊິ່ງສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ປີ 1 ສະເລ່ຍບໍ່ຕໍ່າກວ່າ 90,000,000 ກີບ/ປີ.

ສະຫາຍພັນຕີ ບຸນລອດ ສັນຍາແສດ ມີຖິ່ນກຳເນີດ ຢູ່ບ້ານ ຕະງອນ ເມືອງ ປາກແບງ ແຂວງ ອຸດົມໄຊ ຍ້ອນຄວາມມັກຮັກ ແລະ ຢາກອຸທິດຕົນເຂົ້າຮັບໃຊ້ຊາດ ສະຫາຍຈື່ງຕັດສິນໃຈເຂົ້າການປະຕິວັດ ໃນວັນທີ 16 ມິຖຸນາ 1995 ໃນເບື້ອງຕົ້ນສະຫາຍໄດ້ເປັນທະຫານຢູ່ກອງພັນນ້ອຍ 414 ທີ່ຂຶ້ນກັບກອງພົນທີ 3 ພາຍຫຼັງເຂົ້າການປະຕິວັດ ສະຫາຍກໍມີຄວາມຫ້າວຫັນຝຶກຝົນຫຼໍ່ຫຼອມຕົນເອງ ເປັນແບບຢ່າງນຳໜ້າໃນທຸກດ້ານ ຍ້ອນເຫັນຜົນງານດຸໝັ່ນຂະຫຍັນພຽນມີສິນທຳປະຕິວັດ ຄະນະພັກ - ຄະນະບັນຊາຈຶ່ງຄັດເລືອກສະຫາຍໄປຍົກລະດັບວັດທະນາທໍາ ຢູ່ໂຮງຮຽນເລກ 2 ວຽງໄຊ ເປັນເວລາ 1 ປີ ພາຍຫຼັງຈົບມາກັບສູ່ກົມກອງ ສະຫາຍໄດ້ຮັບໜ້າທີ່ຊ່ວຍວຽກຂະແໜງຈັດຕັ້ງພັກ ຍາມໃດສະຫາຍກໍພັດທະນາຕົນເອງຢ່າງບໍ່ຢຸດຢັ້ງຕິດພັນກັບວຽກງານວິຊາສະເພາະຂອງກົມກອງມອບໝາຍໃຫ້ ໃນໄລຍະເວລາ 8 ປີທີສະຫາຍຊ່ວຍວຽກຂະແໜງຈັດຕັ້ງພັກນັ້ນສະຫາຍກໍໄດ້ມີຜົນງານການເຄື່ອນໄຫວວຽກງານຕ່າງໆ ເປັນຕົ້ນແມ່ນການໄປທັດສະນະວຽກງານຈັດຕັ້ງພັກຢູ່ ສສ ຫວຽດນາມ, ໄປບຳລຸງວຽກງານກົດໝາຍຊັ້ນຕົ້ນຢ່ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ, ຈາກນັ້ນສະຫາຍກໍໄດ້ເລື່ອນຕໍາແໜງຂຶ້ນເປັນຫົວໜ້າຂະແໜງຈັດຕັ້ງພັກ ປີ 2023 ສະຫາຍກໍໄດ້ຄັດເລືອກໄປຮຽນຕໍ່ຢູ່ໂຮງຮຽນ ກົມມະດໍາ ເປັນເວລາ 1 ປີ ພາຍຫຼັງຈົບມາກົມກອງສະຫາຍໄດ້ແຕ່ງຕັ້ງເປັນຮອງການເມືອງກອງພັນນ້ອຍ 414 ກອງພັນໃຫຍ່ 301 ທີ່ຂຶ້ນກັບກອງພົນທີ 3 ຈົນເຖິງປັດຈຸບັນ.
ສະຫາຍພັນຕີ ບຸນລອດ ສັນຍາແສດ ສ້າງຄອບຄົວ ໃນປີ 2002 ກັບ ນາງ ວຽນ ທອງແພງ ປັດຈຸບັນຢູ່ ບ້ານ ແກ່ນ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ມີລູກຮ່ວມກັນ 3 ຄົນ, ຊາຍ 1 ຍິງ 2 ຄົນ ກ່ອນທີ່ຈະມາລິເລີ່ມເອົາການປູກຝັງ-ລ້ຽງສັດ ເປັນອາຊີບເສີມ ນີ້ກໍ່ຍ້ອນວ່າ ລາຍຮັບ - ລາຍຈ່າຍຂອງຄອບຄົວເພີ່ມສູງຂຶ້ນລວມກັບຄ່າຄອງທີສູງຂຶ້ນ ຈະອາໄສ່ແຕ່ເງິນເດືອນພຽງຢ່າງດຽວແມ່ນບໍ່ພຽງພໍກັບລາຍຈ່າຍໃນຄອບຄົວ ເພາະລູກແຕ່ລະຄົນແມ່ນຍັງນ້ອຍ ແລະ ກໍາລັງຮຽນຢູ່ຈຶ່ງມີຄ່າໃຊ້ຈ່າຍຫຼາຍເຮັດໃຫ້ຄອບຄົວພົບກັບຄວາມຫຍຸ້ງຍາກ, ເມື່ອເຫັນສະພາບຄວາມຫຍຸ້ງຍາກຂອງຄອບຄົວຄືແນວນັ້ນຈຶ່ງໄດ້ປຶກສາຫາລືກັບຄອບຄົວເພື່ອຊອກຫາວິທີສ້າງລາຍຮັບເພີ່ມເຂົ້າຄອບຄົວດ້ວຍຫຼາຍວິທີສຸດທ້າຍຈຶ່ງໄດ້ຕັດສິນໃຈມາທົດລອງ ປູກຝັງ - ລ້ຽງສັດ ເລີ່ມແຕ່ປີ 2021 ເປັນຕົ້ນມາ, ເພາະຕົນເອງກໍ່ມັກຮັກໃນການປູກຝັງ-ລ້ຽງສັດ ແລະກໍມີສະຖານທີ່ເໝາະສົມ ຢູ່ໃກ້ກັບບ້ານເຊິ່ງສະດວກສະບາຍ ໃນການເບິ່ງແຍງ ແລະເປັນສະຖານທີ່ຕິດກັບຫ້ວຍນໍ້າ,ໂດຍການຍາດເວລານອກໂມງລັດຖະການເພື່ອບົວລະບັດຮັກສາເຊົ້າ,ແລງໃນແຕ່ລະມື້ ແລະວັນເສົາ,ອາທິດ ເພື່ອມາເຮັດກິດຈະກໍາດັ່ງກ່າວຮ່ວມກັບຄອບຄົວ. ໃນເບື້ອງຕົ້ນໄດ້ ບຸກເບີກເນື້ອທີ່ສວນ ມາປູກໝາກແຕງ ຫຼັງຈາກປູກ ໄດ້ໄລຍະໜຶ່ງເຫັນວ່າສາມາດສ້າງລາຍຮັບເພີ່ມເຂົ້າສູ່ຄອບຄົວໄດ້ດີພໍສົມຄວນ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວມີທ່າກ້າວພັດທະນາດີຂຶ້ນເລື້ອຍໆຈຶ່ງສືບຕໍ່ເຮັດກິດຈະກໍາດັ່ງກ່າວຈົນມາຮອດປັດຈຸບັນ,ສໍາລັບແຮງງານທີ່ຊ່ວຍໃນການເຮັດວຽກແມ່ນສະມາຊິກທຸກຄົນໃນຄອບຄົວຊ່ວຍກັນແຕ່ແຮງງານຫຼັກຈະແມ່ນ 2 ຜົວ-ເມຍ, ປະຈຸບັນໄດ້ຂະຫຍາຍເນື້ອທີ່ປູກເພີ່ມ ຈາກ 0, 5 ເຮັກຕາ ເປັນ 0,8 ເຮັກຕາ ແລະ ປູກຜັກຫ້ອມບົ່ວ ຈໍານວນ 13 ໜານແຕ່ລະໜານ ຍາວ 27 ແມັດ ນອກຈາກນີ້ ຍັງປູກເຂົ້ານາປີ, ນາແຊງ, ປູກໝາກເດືອຍ, ປູກມັນຕົ້ນ ແລະ ຜັກຫຼາຍຊະນິດ ເພື່ອໄວ້ກິນ - ຂາຍຕື່ມອີກ ພ້ອມນັ້ນສະຫາຍຍັງໄດ້ລ້ຽງງົວ ຈໍານວນ 8ໂຕ ແລະ ລ້ຽງເປັດ - ໄກ່ ຈໍານວນ 40 ໂຕ ສ່ວນການຈໍາໜ່າຍຜົນຜະລິດແຕ່ລະປະເພດແມ່ນຈະຈໍາໜ່າຍໃຫ້ປະຊາຊົນຢູ່ພາຍໃນບ້ານ ແລະມີແມ່ຄ້າ, ພໍ່ຄ້າ ມາຊື້ຢູ່ກັບທີ່, ສ່ວນຄ່າລາແມ່ນຂຶ້ນກັບການຂຶ້ນລົງຂອງລາຄາຕາມທ້ອງຕະຫຼາດ ໃນແຕ່ລະໄລຍະແລະໃນປີ 2024 ທີ່ຜ່ານມານີ້ ສາມາດສ້າງລາຍຮັບຈາກການຂາຍ ໝາກແຕ່ງ ຈໍານວນ 50,000,000 ກີບ, ເຂົ້ານາປີ ແລະ ນາແຊງ 5000 ກິໂລ ເປັນເງິນ 32,000,000 ກີບ, ຈາກການຂາຍໝາກເດືອຍ 14,000,000 ກີບ ເຊິ່ງສັງລວມແລ້ວສາມາດສ້າງລາຍຮັບເພີ່ມເຂົ້າສູ່ຄອບຄົວ ຈໍານວນ 96,000,000 ກີບ ຈາກຄວາມດຸໜັ່ນ, ອົດທົນ, ບຸກບືນ, ສູ້ຊົນ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວ ມີການພັດທະນາດີຂຶ້ນເປັນກ້າວໆ ແລະ ເຮັດໃຫ້ຄອບຄົວມີລາຍຮັບທີ່ໜັ້ນຄົງ, ສາມາດປຸກເຮືອນຢູ່ແບບຖາວອນ 1 ຫຼັງ, ຊື້ລົດໃຫຍ່ 1 ຄັນ,ມີວັດຖຸອຸປະກອນອໍານວຍຄວາມສະດວກໃນຄົວເຮືອນ, ມີທຶນໃນການສົ່ງລູກຮໍ່າຮຽນ, ມີທຶນໝູນວຽນ ແລະ ມີເງິນເກັບໄວ້ໃຊ້ຈ່າຍໃນຍາມຈໍາເປັນຕື່ມອີກ ຍ້ອນເຫັນຜົນງານຄວາມດີຄືແນວນັ້ນສະຫາຍຈຶ່ງໄດ້ຮັບຍ້ອງຍໍຕ່າງໆຈາກຂັນເທິງ ຄື: ຍ້ອງຍໍລັດຖະບານ ຈໍານວນ 3 ໃບ, ຍ້ອງຍໍກະຊວງປ້ອງກັນປະເທດ 2 ໃບ, ຍ້ອງຍໍກົມໃຫຍ່ການເມືອງກອງທັບ 3 ໃບ, ລຽນກາແຮງງານ ຊັ້ນ 3 ຈໍານວນ 3 ໜ່ວຍ ແລະ ລຽນກາຕ່າງໆ ຈໍານວນ 5 ໜ່ວຍ.

ສະຫາຍ ພັນຕີ ບຸນລອດ ສັນຍາແສດ ຍັງໃຫ້ຮູ້ຕື່ມອີກວ່າ: ການປູກຝັງ-ລ້ຽງສັດໃນໄລຍະຜ່ານມາກໍ່ຄືໃນປັດຈຸບັນແມ່ນມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄື: ຂໍ້ສະດວກຄື: ສະຖານທີ່ຢູ່ຕິດກັບຫ້ວຍນໍ້າ, ແລະ ຢູ່ຕິດກັບບ້ານສະດວກສະບາຍໃຫ້ກັບພໍ່ຄ້າ - ແມ່ຄ້າ ທີ່ສາມາດມາຊື້ຮອດສວນ. ວິທີການເບິ່ງແຍງບົວລະບັດໂດຍສະເພາະກໍ່ແມ່ນວິທີປ້ອງກັນ ບໍ່ໃຫ້ສັດຕູຜຶດມາທຳລາຍ, ສໍາລັບຂໍ້ຫຍຸ້ງຍາກ ເມື່ອຜະລິດອອກມາຫຼາຍພັດບໍ່ມີຕະຫຼາດຮອງຮັບເຮັດໃຫ້ຖືກກົດລາຄາຈາກແມ່ຄ້າ, ຍັງຂາດເຄື່ອງມືທີ່ທັນສະໄໝໃນການບຸກເບີກເນື້ອທີ່ທຳການຜະລິດ. ເຖິງຢ່າງໃດກໍ່ຕາມຄອບຄົວຂອງເພິ່ນກໍ່ບໍ່ເຄີຍຫຍໍ້ທໍ້ຕໍ່ອຸປະສັກຕ່າງໆ ແລະ ຍັງຈະສືບຕໍ່ເຮັດກິດຈະກໍາດັ່ງກ່າວນີ້ຕໍ່ໄປ ພ້ອມທັງມີແຜນຈະຂະຫຍາຍ ການປູກ-ການລ້ຽງ ຂອງຕົນໃຫ້ໄດ້ຫຼາຍຂຶ້ນກວ່າເກົ່າ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກໃຫ້ພຽງພໍ້ພ້ອມທັງຊອກຫາຕະຫຼາດຮອງຮັບໃຫ້ກ້ວາງຂວາງຕື່ມອີກ.

ຈາກຜົນງານດັ່ງກ່າວໄດ້ຮັບການຢັ້ງຢືນຈາກ ສະຫາຍ ພັນໂທ ຄໍາສີ ແສນມະນີ ເລຂາຄະນະພັກຮາຖານ ຫົວໜ້າການເມືອງກອງພັນນ້ອຍ 414 ສະຫາຍໄດ້ກ່າວວ່າ: ສະຫາຍພັນຕີ ບຸນລອດ ສັນຍາແສດ ສົມແລ້ວທີ່ເປັນບຸກຄົນດີເດັ່ນພາຍໃນກົມກອງໃນທຸກດ້ານ ເປັນຕົ້ນແມ່ນທາງການ ວຽກງານການປູກຝັງ - ລ້ຽງສັດ ເພື່ອສ້າງເສດຖະກິດຄອບ ພັດທະນາຄອບຄົວ ແລະ ສະຫາຍຍັງໄດ້ປະຕິບັດບຽບຂອງກົມກອງ, ກໍ່ຄືກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ ເຮັດລອນທຸກທີທີການຈັດຕັ້ງຂັນເທິງມອບໝາຍໃຫ້ ສະຫາຍສົມແລ້ວທີ່ເປັນບຸກຄົນແບບຢ່າງ ໃຫ້ຄະນະພັກ - ຄະນະບັນຊາ ແລະ ພະນັກງານ - ນັກຮົບພາຍໃນກົມກອງອີກດ້ວຍ.
ໂດຍ: ຈອມແສງ ແສງມະນີ