ປີນີ້ ບໍ່ແກ້ວ ມີງົບ 49.33 ຕື້ກີບ ໃນການພັດທະນາແຂວງ

ທ່ານ ຈອມແພງ ວິໄລສານ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍ່ແກ້ວ ໄດ້ລາຍງານກ່ຽວກັບ ແຜນການລົງທຶນຂອງລັດ ປະຈຳປີ 2025 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ວ່າ: ໃນຊຸມປີຜ່ານມາ ແຂວງບໍ່ແກ້ວ ໄດ້ຮັບຮອງແຜນການລົງທຶນຂອງລັດ ທັງໝົດ 138 ໂຄງການ ມູນຄ່າ 2,903.28 ຕື້ກີບ, ໃນນັ້ນ ສະເພາະເພດານທຶນ ທີ່ແຂວງບໍ່ແກ້ວໄດ້ຮັບໃນປີ 2024 ໃນມູນຄ່າ 44.78 ຕື້ກີບຄື: ບ້ວງທຶນເປົ້າໝາຍສະເພາະ 13 ໂຄງການ ມູນຄ່າ 20 ຕື້ກີບ, ທຶນແຜນງານໂຄງການປ້ອງກັນຕາຝັ່ງເຈື່ອນ 2 ໂຄງການ ມູນຄ່າ 2 ຕື້ກີບ, ບ້ວງໂຄງການປົກກະຕິ 89 ໂຄງການ ມູນຄ່າ 13.5 ຕື້ກີບ, ທຶນໂຄງການສົມທົບ ODA ມີ 3 ໂຄງການ ມູນຄ່າ 0.86 ຕື້ກີບ, ທຶນຟື້ນຟູໄພພິບັດ 12 ໂຄງການ ມູນຄ່າ 5.4 ຕື້ກີບ, ທຶນພັດທະນະຊົນນະຊົນ ແລະ ລຶບລ້າງຄວາມທຸກຍາກ 15 ໂຄງ ການ ມູນຄ່າ 2.35 ຕື້ກີບ, ທຶນຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນ 4 ໂຄງການ ມູນຄ່າ 0.76 ຕື້ກີບ, ຜ່ານ ການຈັດຕັງປະຕິບັດໄດ້ 100% ຂອງແຜນການອະນຸມັດ( ແຜນອະນຸມັດ 44.78 ຕື້ກີບ).
ສຳລັບແຜນການລົງທຶນຂອງລັດ ປະຈຳປີ 2025 ນີ້: ງົບປະມານການລົງທຶນ ຢູ່ແຂວງບໍ່ແກ້ວມີທັງໝົດ 49.33 ຕື້ກີບ (ຕາມແຜນການຂອງກະຊວງແຜນການ ແລະ ການລົງທຶນ ) ບ້ວງທຶນໂຄງການປົກກະຕິ ມູນຄ່າ 15 ຕື້ກີບ, ທຶນເປົ້າໝາຍສະເພາະ ມູນຄ່າ 20 ຕື້ກີບ, ທຶນແຜນງານໂຄງການປ້ອງກັນຕາຝັ່ງເຈື່ອນ ມູນຄ່າ 5.3 ຕື້ກີບ, ທຶນໂຄງການສົມທົບ ODA ມູນຄ່າ 0.32 ຕື້ກີບ, ທຶນຟື້ນຟູໄພພິບັດ ມູນຄ່າ 5.6 ຕື້ກີບ, ທຶນພັດທະນະຊົນນະຊົນ ແລະ ລຶບລ້າງຄວາມທຸກຍາກ ມູນຄ່າ 2.35 ຕື້ກີບ, ທຶນຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນ 4 ໂຄງການ ມູນຄ່າ 0.76 ຕື້ກີບ. ສຳຫຼັບການລົງທຶນຂອງເອກະຊົນ ເປັນໃຈກາງການບໍລິການປະຕູດຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ. ໃນປີ 2025 ຄາດຄະເນຈະມີການລົງທຶນ 27 ໂຄງການ, ມູນຄ່າການລົງທຶນແມ່ນ 60 ລ້ານໂດລາສະຫະລັດ.
ທ່ານ ຈອມແພງ ວິໄລສານ ໄດ້ໃຫ້ຮູ້ອີກວ່າ: ມາດຕະການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ແລະ ໜ້າທີຕົ້ນຕໍທີ່ໄດ້ກຳນົດໄວ້ໃນແຜນການປີ 2025 ໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ ທຸກພາກສ່ວນຫົວໜ່ວຍທຸລະກິດ, ປະກອບການຕ້ອງໄດ້ເອົາໃຈໃສ່ປະຕິບັດບາງມາດຕະການເປັນຕົ້ນແມ່ນ: ດ້ານເສດຖະກິດມະຫາພາກ ທຸກພາກສ່ວນຕ້ອງໄດ້ເພີ່ມຄວາມເອົາໃຈໃສ່ໃນການປະສານງານກັນຢ່າງກົມກຽວ, ສ້າງນະໂຍບາຍແຕ່ລະດ້ານໃຫ້ສອດຄ່ອງໄປລວງດຽວກັນ ເພື່ອຮັບປະກັນຄວາມໝັ້ນຄົງຂອງເສດຖະກິດໃຫ້ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານງົບປະມານ ຕ້ອງເອົາໃຈໃສ່ຊຸກຍູ້ຈັດເກັບລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ, ຄົ້ນຄວ້າສ້າງຖານລາຍຮັບໃຫ້ເພີ່ມຂຶ້ນ ດ້ວຍການປັບປຸງກົນໄກຢ່າງເຂັ້ມງວດ, ຄຸ້ມຄອງຫົວໜ່ວຍທຸລະກິດ ແລະ ຖານລາຍຮັບຢ່າງຖືກ ຕ້ອງຕາມລະບຽບກົດໝາຍ, ດ້ານການສົ່ງເສີມການລົງທຶນ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃຫ້ມີຄວາມສະດວກ ເພື່ອເອື້ອອຳນວຍໃຫ້ແກ່ນັກລົງທຶນ ໂດຍສຸມໃສ່ທຶນຮອນເຂົ້າໃສ່ໃນການພັດທະນາພື້ນຖານໂຄງລ່າງ ເພື່ອພັດທະນາແບບຍືນຍົງ ເຮັດໃຫ້ແຂວງບໍ່ແກ້ວ ໄດ້ມີການພັດທະນາເທື່ອລະກ້າວ%.
ໂດຍ: ບຸນຈັນ ມະນີໄຊ