ປີແລ້ວ ແຂວງຫົວພັນລວມຍອດຜະລິດຕະພັນພາຍໃນບັນລຸ 5,347 ກວ່າຕື້ກີບ

       ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນ ແຂວງຫົວພັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 21 ມັງກອນ 2025 ນີ້ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ແຂວງຫົວພັນໄດ້ຍົກສູງຄວາມເອົາໃຈໃສ່ ວຽກງານແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ການຈັດຕັ້ງ ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ວຽກງານຈຸດສຸມທີ່ສຳຄັນອື່ນໆເປັນຕົ້ນແມ່ນ: ບັນຫາອັດຕາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າທີ່ ເພີ່ມຂຶ້ນສູງ ກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ, ບັນຫາໄພພິບັດທາງທຳມະຊາດ (ໄພນໍ້າຖ້ວມ) ເຊິ່ງແຂວງຫົວພັນ ໄດ້ປະເຊີນກັບໄພນໍ້າຖ້ວມຢ່າງໜັກໜ່ວງ ແລະ ເປັນຄັ້ງປະຫວັດສາດທີ່ນໍ້າຖ້ວມຕົວເມືອງຊຳເໜືອ ອັນໄດ້ສົ່ງຜົນກະທົບ ຕໍ່ກັບສິ່ງຂອງ, ຊັບສິນ, ເຮືອນຊານ, ໄຮ່ນາ, ສັດລ້ຽງ ແລະ ການດຳລົງຊີວິດຂອງປະຊາຊົນ ທັງທາງກົງ ແລະ ທາງອ້ອມຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫົວພັນ.

 ແຕ່ເຖິງຢ່າງໃດກໍ່ຕາມ ພາຍໃຕ້ການນຳພາ-ຊີ້ນຳຢ່າງ ໃກ້ຊິດຂອງອົງການປົກຄອງແຂວງຫົວພັນກໍ່ຄືການຕິດຕາມກວດກາຢ່າງເປັນປົກກະຕິຂອງສະພາປະຊາຊົນແຂວງ ເພື່ອ ສືບຕໍ່ສຸມໃສ່ຜັນຂະຫຍາຍມະຕິ XI ຂອງສູນກາງພັກ ແລະ ມະຕິ X ຂອງອົງຄະນະພັກແຂວງຫົວພັນ ຈິ່ງເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ແລະ ສາມາດປະຄັບປະຄອງການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະ ຄາດໝາຍທີ່ວາງໄວ້, ຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ ເຊິ່ງສະແດງອອກຢູ່ໃນແຕ່ລະຂົງເຂດວຽກງານ ໃນປີ 2024 ລວມຍອດມູນຄ່າຜະລິດ ຕະພັນພາຍໃນ (GDP) ສາມາດບັນລຸໄດ້ 5,347 ກວ່າຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນ 16.9 ລ້ານກີບ/ຄົນ/ປີ ຈັງຫວະອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 4.73% ທຽບໃສ່ແຜນການປີປະຕິບັດໄດ້ລື່ນຄາດ ໝາຍ 0.06%. ເຊິ່ງໂຄງປະກອບທາງດ້ານເສດຖະກິດມີການຫັນປ່ຽນໃນທ່າອ່ຽງທີ່ດີຂຶ້ນ, ຂະແໜງກະສິກຳ ແລະ ປ່າໄມ້ເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າ, ສາມາດເກັບກ່ຽວຜົນລະລິດໄດ້ 493,492.9 ໂຕນ ທຽບໃສ່ແຜນການປີປະຕິບັດໄດ້ລື່ນຄາດໝາຍ 0.88%. ສະເລ່ຍເພີ່ມຂຶ້ນທັງໝົດ 5.03% ກວມເອົາ 57.69% ຂອງ GDP, ຂະແໜງອຸດສາຫະກໍາສາມາດປະຕິບັດໄດ້ 42.6 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ລື່ນຄາດໝາຍ 10.69%, ການຈຳໜ່າຍຫັດຖະກຳ ສາມາດປະຕິບັດໄດ້ 456.08 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ລື່ນຄາດໝາຍ 0.01%. ສະເລ່ຍເພີ່ມຂຶ້ນທັງໝົດ 4.37% ກວມເອົາ 21.33% ຂອງ GDP, ຂະແໜງບໍລິການສະເລ່ຍເພີ່ມຂຶ້ນທັງໝົດ 4.40% ກວມເອົາ 20.98% ຂອງ GDP. ໃນປີ 2024 ສາມາດເກັບລາຍຮັບງົບປະມານໄດ້ທັງໝົດ 292.9 ຕື້ກີບ ທຽບໃສ່ແຜນດັດແກ້ລື່ນຄາດໝາຍ 83.61%, ໄດ້ຮັບການອະນຸມັດໂຄງການລົງທຶນຂອງລັດທັງໝົດ 536 ໂຄງການ, ມູນຄ່າ 325.2 ຕື້ກີບ ທຽບໃສ່ແຜນອະນຸມັດເບື້ອງຕົ້ນປະຕິບັດໄດ້ລື່ນຄາດໝາຍ 76 ຕື້ກີບ, ສາມາດປະຕິບັດໄດ້ ມູນຄ່າ 325.03 ຕື້ກີບ ຫຼື ເທົ່າກັບ 99,94%, ສາມາດຂຸດຄົ້ນ, ປຸງແຕ່ງ ແລະ ຈຳໜ່າຍແຮ່ທາດ ປະເພດ: ແຮ່ອະໂລຫະສໍາລັບຫີນກໍ່ສ້າງໄດ້ 55,957 ແມັດກ້ອນ, ມູນຄ່າ 6.7 ຕື້ກີບ ທຽບໃສ່ແຜນການປີ ປະຕິບັດໄດ້ລື່ນຄາດໝາຍ 11.83%; ແຮ່ເຫຼັກໄດ້ 254,483.5 ໂຕນ, ມູນຄ່າ 17,3 ລ້ານໂດລາ ປະຕິບັດໄດ້ລື່ນ ຄາດໝາຍ 44.83%; ແຮ່ຫາຍາກໄດ້ 4,493.32 ໂຕນ, ມູນຄ່າ 26.26 ລ້ານໂດລາ ທຽບໃສ່ ແຜນການປີປະຕິບັດໄດ້ 42.08% (ສໍາລັບແຮ່ກົ່ວ, ແຮ່ຊືນ, ແຮ່ສັງກະສີ, ແຮ່ມັງການ ແມ່ນຍັງບໍ່ທັນໄດ້ສົ່ງອອກເທື່ອ).

     ໃນປີ 2025 ອຳນາດການປົກຄອງແຂວງຈະສືບຕໍ່ໃຫ້ມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມ ສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ແນໃສ່ຮັບປະກັນທາງດ້ານເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂື້ນກວ່າເກົ່າ; ສົ່ງເສີມການຜະລິດກະສິກຳພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ການຜະລິດ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມເເຂງ ເເລະ ຍືນຍົງ; ພັດທະນາການບໍລິການ ໃຫ້ເຂັ້ມແຂງ ແລະ ຫັນເປັນທັນສະໄໝເທື່ອລະກ້າວ; ເອົາໃຈໃສ່ດຶງດູດການລົງທຶນຈາກທຸກພາກສ່ວນ ໂດຍສະເພາະການສ້າງສິ່ງອໍານວຍ ຄວາມສະດວກ ແລະ ກາລະໂອກາດຂອງທ່າແຮງບົ່ມຊ້ອນ ເພື່ອສ້າງລາຍຮັບທີ່ໝັ້ນຄົງ ແລະ ພັດທະນາພື້ນຖານໂຄງລ່າງ ໃຫ້ນັບມື້ນັບດີຂື້ນ.

ຂ່າວ: ສີອຳພອນ