ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ

       ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ໄດ້ຈັດຂຶ້ນ ໃນວັນທີ 22 ມັງກອນ 2025, ທີ່ ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ; ມີ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ປະທານສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ແລະ ບັນດາແຂກຖືກເຊີນຈາກທັງສອງຝ່າຍເຂົ້າຮ່ວມ.

    ສປປ ລາວ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ແຕ່ວັນທີ 05 ມີນາ 1955, ເຊິ່ງຖືເປັນຂີດຫມາຍສໍາຄັນທາງດ້ານປະຫວັດສາດຂອງສອງປະເທດ ແລະ ນັບຈາກນັ້ນເປັນຕົ້ນືມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ. ມາຮອດປີ 2010, ສປປ ລາວ ແລະ ຍີ່ປຸ່ນ ໄດ້ຍົກລະດັບການພົວພັນເປັນ ຄູ່ຮ່ວມມືຮອບດ້ານ ແລະ ຕໍ່ມາໃນປີ 2015 ໃນໂອກາດຄົບຮອບ 60 ປີ ແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ, ສອງປະເທດ ກໍໄດ້ຍົກລະດັບການພົວພັນຂຶ້ນມາເປັນ ຄູ່ຮ່ວມຍຸດທະສາດ. ພິເສດ, ໃນປີ 2025 ນີ້, ບໍ່ພຽງແຕ່ແມ່ນ ຄົບຮອບ 70 ປີ ແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ແລະ ຄົບ ຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ໄປປະຕິບັດໜ້າທີ່ຢູ່ ສປປ ລາວ ເທົ່ານັ້ນ, ແຕ່ຍັງແມ່ນປີແຫ່ງການ ຍົກລະດັບກ້າວສູ່ການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານນໍາກັນອີກດ້ວຍ.

      ໃນພິທີດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຂຶ້ນມີຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງໝາກຜົນຂອງການພົວພັນ ແລະ ຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດໄລຍະ 7 ທົດສະວັດທີ່ຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຫຼາຍຂົງເຂດ ແລະ ນໍາຜົນສໍາເລັດມາສູ່ປະຊາຊົນສອງຊາດ ເປັນ ຕົ້ນແມ່ນ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ ໄດ້ຮັບການພັດທະນາດີຂຶ້ນ ໂດຍຜ່ານການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນລະດັບຕ່າງໆ; ການຮ່ວມມືເພື່ອການພັດທະນາ ສປປ ລາວ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ, ປ່າໄມ້ ແລະ ພື້ນຖານໂຄງລ່າງ; ພິເສດ ແມ່ນການຊ່ວຍເຫຼືອໃນຂະແໜງການເກັບກູ້ລະເບີດບໍ່ທັນແຕກ (UXO), ເຊິ່ງເປັນໜຶ່ງໃນໂຄງການບູລິມະສິດຂອງ ສປປ ລາວ ທີ່ ຍີ່ປຸ່ນ ເປັນຜູ້ໃຫ້ທຶນສະໜັບສະໜູນຫຼັກມາແຕ່ດົນນານ ລວມເຖິງການຊ່ວຍເຫຼືອໃນໂຄງການປັບປຸງສະໜາມກິລາເຈົ້າອານຸວົງ, ເຊິ່ງເປັນສັນຍາລັກໜຶ່ງ ໃນການສະເຫຼີມສະຫຼອງ 70 ປີ ຂອງສອງປະເທດ; ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໄດ້ຮັບການພັດທະນາຂຶ້ນຢ່າງເປັນກ້າວໆ ແລະ ພາຍຫຼັງທີ່ສອງຝ່າຍໄດ້ມີສົນທິສັນຍາປົກປ້ອງການລົງທຶນໃນປີ 2008, ຈໍານວນບໍລິສັດຂອງຍີ່ປຸ່ນ ທີ່ມາລົງທຶນໃນ ສປປ ລາວ ກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ; ການຮ່ວມມືໃນເວທີພາກ ພື້ນ ແລະ ສາກົນ ກໍໄດ້ມີການສະໜັບສະໜູນ ແລະ ຮ່ວມມືຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ເປັນຢ່າງດີ; ພິເສດ ຍີ່ປຸ່ນຍັງໄດ້ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແກ່ ສປປ ລາວ ເປັນອັນດັບຕົ້ນໆ ມາຫຼາຍສິບປີ ສະເລ່ຍ 90-100 ລ້ານໂດລາສະຫະລັດຕໍ່ປີ.

    ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໃຫ້ຮູ້ອີກວ່າ: ໃນປີ 2025 ນີ້ ຈະມີຫຼາຍກິດຈະກໍາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ຍີ່ປຸ່ນ ຄົບ ຮອບ 70 ປີ ຢ່າງເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນ ງານບຸນມະໂຫລານຍີ່ປຸ່ນ, ງານບຸນລາວ, ງານວາງສະແດງພິເສດ ເພື່ອເຜີຍແຜ່ວັດທະນະທໍາຂອງສອງປະເທດ ແລະ ກິດຈະກໍາອື່ນໆ, ເຊິ່ງຈະຈັດຂຶ້ນທັງໃນ ສປປ ລາວ ແລະ ຍີ່ປຸ່ນ.