ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ.ສ) ຈັດກອງປະຊຸມວິສາມັນທົ່ວປະເທດ ເພື່ອຜ່ານຮ່າງຍຸດທະສາດການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ໃນວັນທີ 21 ມັງກອນນີ້ ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າ ຄອຄຂ.ສ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ທາງໄກ.
ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ຮູ້ວ່າ: ວຽກງານອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ເປັນໜຶ່ງໃນວຽກຈຸດສຸມໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຄວາມພະຍາຍາມໃນການຫຼຸດຜ່ອນເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການຂົນສົ່ງ ພ້ອມທັງແກ້ໄຂບັນຫາຕ່າງໆ ທີ່ປິ່ນອ້ອມຂອງພາກທຸລະກິດ ແລະ ເພື່ອສືບຕໍ່ປັບປຸງວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໂດຍສະເພາະ ການແກ້ໄຂບັນຫາຂອງພາກທຸລະກິດໃນປັດຈຸບັນ ແລະ ຕໍ່ໜ້າ ຕ້ອງໄດ້ມີການກໍານົດແຜນງານ, ກິດຈະກໍາ, ງົບປະມານ ຫຼື ໂຄງການຄັກແນ່ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມເປົ້າໝາຍ.
ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ຫົວໜ້າກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ສະເໜີຮ່າງຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ຊຶ່ງປະກອບມີ 12 ມາດຕະການ ແລະ 23 ແຜນງານ ແລະ ມີ 4 ເປົ້າໝາຍຫຼັກຄື: ເລັ່ງໃສ່ຫຼຸດຜ່ອນເວລາໃນການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງຂະແໜງການທີ່ກ່ຽວຂ້ອງ ໃຫ້ໄດ້ຢ່າງໜ້ອຍ 40%; ຫຼຸດຜ່ອນເວລາໃນການກວດປ່ອຍສິນຄ້ານໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ຢູ່ດ່ານສາກົນ ໃຫ້ໄດ້ຢ່າງໜ້ອຍ 50%; ປັບປຸງດັດສະນີີຕົວຊີ້ວັດປະສິດທິພາບດ້ານໂລຈິສຕິກ ຂອງ ສປປ ລາວ ໃຫ້ບັນລຸຢ່າງໜ້ອຍ 3.4 ຄະແນນ ແລະ ຫຼຸດຜ່ອນຈຸດກວດກາຕາມເສັ້ນທາງທີ່ບໍ່ຈໍາເປັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍ ແລະ ຂົນສົ່ງສິນຄ້າ ຢູ່ພາຍໃນປະເທດ ໃຫ້ໄດ້ຢ່າງໜ້ອຍ 50%. ນອກຈາກນີ້, ກອງປະຊຸມ ໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາ ຕໍ່ກັບຮ່າງຍຸດທະສາດອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ແລະ ໄດ້ເຫັນດີເປັນເອກະພາບສູງ ໃຫ້ມີການປັບປຸງຮ່າງຍູດທະສາດດັ່ງກ່າວ, ເພີ່ມເຕີ່ມ ໂດຍໃຫ້ກອງເລຂາຮຽບຮຽງຄືນດ້ານໂຄງສ້າງ, ເນື້ອໃນ ແລະ ຄໍາສັບຕ່າງໆໃຫ້ສອດຄ່ອງກັບຫຼັກການ ແລ້ວນໍາສົ່ງໃຫ້ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນມີຄໍາເຫັນ. ຫຼັງຈາກນັ້ນ, ໃຫ້ສັງລວມລາຍງານ ທ່ານຫົວໜ້າ ຄອຄຂ.ສ ພິຈາລະນາ ກ່ອນສະເໜີເອົາເຂົ້າວາລະກອງປະຊຸມລັດຖະບານ ໃນເດືອນ ກຸມພາ 2025 ເພື່ອພິຈາລະຮັບຮອງ ໃນຂັ້ນຕອນຕໍ່ໄປ.
ແຫຼ່ງຂ່າວ: ຂປລ