ບໍລິສັດ ພູເບ້ຍ ມາຍນິງ ສະໜັບສະໜູນຄອບຄົວຄົນລາວທີ່ເດີນທາງມານະຄອນຫຼວງວຽງຈັນເພື່ອຜ່າຕັດປາກແວ່ງ ເພດານໂວ່ປ່ຽນຊີວິດໃຫ້ລູກຂອງພວກເຂົາ
.
ບໍລິສັດ ພູເບ້ຍ ມາຍນິງ ພູມໃຈແຈ້ງໃຫ້ຊາບກ່ຽວກັບການໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງແກ່ຫຼາຍຄອບຄົວຈາກທົ່ວປະເທດລາວທີ່ໄດ້ເດີນທາງມານະຄອນຫຼວງວຽງຈັນເພື່ອທໍາການປິ່ນປົວປ່ຽນຊີວິດໃຫ້ລູກຂອງຕົນທີ່ມີປາກແວ່ງ ເພດານໂວ່. ຄອບຄົວດັ່ງກ່າວກໍາລັງພັກຢູ່ໂຮງໝໍມະໂຫສົດ ເພື່ອຮັບການປິ່ນປົວໂດຍບໍ່ເສຍຄ່າ, ຈາກຄວາມເອື້ອເຟື້ອເພື່ອແຜ່ຂອງມູນລະນິທິປະເທດໂຮນລັງ, Bridge the Gap ແລະ ບໍລິສັດ ພູເບ້ຍ ມາຍນິງ ໃຫ້ການຊ່ວຍເຫຼືອອໍານວຍຄວາມສະດວກໃນການເດີນທາງຂອງພວກເຂົາ ໂດຍການບໍລິຈາກຊຸດປິ່ນປົວເປັນພິເສດ.
ຊຸດປິ່ນປົວດັ່ງກ່າວນີ້, ຊຶ່ງລວມມີອາຫານ, ເຄື່ອງໃຊ້ໃນຫ້ອງນໍ້າ ແລະ ເຄື່ອງຈໍາເປັນອື່ນໆ, ມີເຈດຈໍານົງເພື່ອສະໜັບສະໜູນຄອບຄົວດັ່ງກ່າວໃນໄລຍະພັກອາໄສຢູ່ນະຄອນຫຼວງວຽງຈັນໃນຂະນະທີ່ລູກຂອງພວກເຂົາດໍາເນີນການຜ່າຕັດ ແລະ ຟື້ນຟູ. ແຜນລິເລີ້ມດັ່ງກ່າວນີ້ ສະແດງໃຫ້ເຫັນຄວາມມຸ້ງໝັ້ນຂອງບໍລິສັດ ພູເບ້ຍ ມາຍນິງໃນການສະໜັບສະໜູນບັນດາຊຸມຊົນທ້ອງຖິ່ນ ແລະ ປັບປຸງສະຫວັດດີພາບຂອງປະຊາຊົນລາວ.
ໂດຍເປັນສ່ວນໜຶ່ງຂອງເຫດການທີ່ມີຄວາມໝາຍໃນຄັ້ງນີ້, ນັກເຕະ ແລະພະນັກງານຈາກທີມບານເຕະຊ້າງນ້ອຍ, ຊຶ່ງເປັນສະໂມສອນບານເຕະທີ່ໄດ້ຮັບການອຸປະຖໍາໂດຍບໍລິສັດ ພູເບ້ຍ ມາຍນິງ, ໄດ້ເດີນທາງໄປໂຮງໝໍໂດຍບໍ່ໄດ້ນັດໝາຍເພື່ອມີສ່ວນຮ່ວມກັບເດັກນ້ອຍດັ່ງກ່າວ. ດາວດັງນັກເຕະລວມມີທັງນັກເຕະທີມຊາດ ແລະ ນັກເຕະຕ່າງຊາດ, ໄດ້ພົບປະກັບເດັກນ້ອຍ ແລະ ຄອບຄົວຂອງພວກເຂົາ ແລະ ມອບຂອງຂວັນຊຶ່ງປະກອບມີບານເຕະທີ່ມີລາຍເຊັນ, ກະເປົ່າທີມ ແລະ ເຄື່ອງທີ່ລະນຶກອື່ນໆ, ໃນຂະນະດຽວກັນກໍ່ມີການຖ່າຍຮູບກັບເດັກນ້ອຍ ແລະ ສະແດງທັກສະການເຕະບານຂອງພວກເຂົາ - ຊຶ່ງສ້າງປະສົບການທີ່ບໍ່ສາມາດລືມໄດ້ໃຫ້ຄົນເຈັບອາຍຸຍັງນ້ອຍເຫຼົ່ານີ້.
ເດັກນ້ອຍທີ່ທໍາການຜ່າຕັດແມ່ນຈະໄດ້ຮັບໄລຍະການປ່ຽນຊີວິດຢ່າງແທ້ຈິງ. ຂັ້ນຕອນປາກແວ່ງ ເພດານໂວ່ ຊຶ່ງຈະຊ່ວຍໃຫ້ພວກເຂົາສາມາດດໍາລົງຊີວິດໂດຍປາດສະຈາກສະພາບທີ່ຜິດຮູບຜິດຮ່າງ ທີ່ໄດ້ກະທົບຄວາມສາມາດຂອງພວກເຂົາໃນການເວົ້າ, ກິນ ແລະ ຕິດຕໍ່ພົວພັນກັບຄົນອື່ນ, ແມ່ນເຮັດໃຫ້ເປັນໄປໄດ້ໂດຍທີມງານຊ່ຽວຊານສະເພາະດ້ານທາງການແພດທີ່ອຸທິດຕົນຂອງ Bridge the Gap ຊຶ່ງໄດ້ອຸທິດເວລາຂອງພວກເຂົາໂດຍບໍ່ຄິດເງິນ. ສໍາລັບເດັກນ້ອຍເຫຼົ່ານີ້, ການຜ່າຕັດບໍ່ພຽງແຕ່ຊ່ວຍໃຫ້ຮູບຮ່າງໜ້າຕາຂອງພວກເຂົາກັບຄືນສູ່ສະພາບເດີມເທົ່ານັ້ນ ແຕ່ຍັງໃຫ້ອະນາຄົດທີ່ເຕັມໄປດ້ວຍຄວາມເປັນໄປໄດ້ຢ່າງມີຄວາມໝັ້ນໃຈຫຼາຍຂຶ້ນ.
ທ່ານ ດາລິງ ເຊັງ, ຜູ້ອໍານວຍການ ແລະ ປະທານບໍລິຫານຂອງບໍລິສັດ ແພນອອສ໌ ໃຫ້ຮູ້ວ່າ “ເຫດການສໍາຄັນໃນຄັ້ງນີ້ແມ່ນເປັນຫຼາຍກວ່າການປິ່ນປົວທາງການແພດ; ມັນເປັນການໃຫ້ຄວາມຫວັງ ແລະ ອະນາຄົດທີ່ສົດໃສ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງເຫດການສໍາຄັນທີ່ປ່ຽນແປງຊີວິດໃນຄັ້ງນີ້ ສໍາລັບເດັກນ້ອຍ ແລະ ຄອບຄົວຂອງພວກເຂົາ. ການສະໜັບສະໜູນຂອງພວກເຮົາດໍາເນີນໄປນອກເໜືອຊຸດປິ່ນປົວດັ່ງກ່າວ, ແລະ ພວກເຮົາຍິນດີສະໜັບສະໜູນແຜນລິເລີ້ມຂອງ Bridge the Gap ທີ່ຈະມີຄວາມແຕກຕ່າງທີ່ດີ, ຍືນຍົງ, ແລະ ສາມາດປ່ຽນແປງໄດ້ໃນຊີວິດຂອງເດັກນ້ອຍເຫຼົ່ານີ້. ສາຍພົວພັນອັນໃກ້ຊິດຂອງພວກເຮົາກັບທີມຄອງຂັນລິກລະດັບຊາດ, ສະໂມສອນຊ້າງນ້ອຍ, ແມ່ນໃຫ້ສັນຍານທີ່ດີ ແລະ ຊ່ວຍເພີ້ມຄວາມມຸ້ງໝັ້ນຂອງເດັກນ້ອຍໃນລະຫວ່າງສອງສາມມື້ທີ່ໜ້າຈົດຈໍາດັ່ງກ່າວນີ້.”
ການຮ່ວມມືກັບສະໂມສອນບານເຕະຊ້າງນ້ອຍ, ຊຶ່ງເປັນສະໂມສອນທີ່ມຸ້ງໝັ້ນມາຍາວນານຕໍ່ຄວາມດ້ອຍໂອກາດໃນຊຸມຊົນ ແລະ ການພັດທະນາໄວໜຸ່ມ, ໄດ້ນໍາເອົາຄວາມມ່ວນຊື່ນມາເພີ້ມເຂົ້າໃນເຫດການສໍາຄັນດັ່ງກ່າວ. ການມີສ່ວນຮ່ວມຂອງນັກເຕະບານກັບເດັກນ້ອຍຈະສ້າງແຮງບັນດານໃຈໃຫ້ພວກເຂົາ ແລະ ໃຫ້ໂອກາດໃນການແລກປ່ຽນທາງດ້ານວັດທະນາທໍາ ແລະ ແບ່ງປັນຄວາມຕື່ນເຕັ້ນ, ເປັນຂົວຕໍ່ຊ່ອງວ່າງລະຫວ່າງໂລກກິລາ ແລະຄວາມພະຍາຍາມດ້ານການປິ່ນປົວ.
ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ, ໃຫ້ຮູ້ຕື່ມອີກວ່າ “ການຮ່ວມມືຂອງບໍລິສັດ ພູເບ້ຍ ມາຍນິງ ກັບມູນລະນິທິ Bridge the Gap, ໃນໂຄງການນີ້ ສະແດງໃຫ້ເຫັນພະລັງຂອງການຮ່ວມມືລະຫວ່າງທຸລະກິດທ້ອງຖິ່ນ, ມູນລະນິທິສາກົນ ແລະ ທີມກິລາຊັ້ນນໍາ ໃນການສ້າງຜົນທີ່ຈັບຕ້ອງໄດ້ໃນຊີວິດຂອງຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດ. ຂ້າພະເຈົ້າພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງບໍລິສັດທີ່ສືບຕໍ່ມຸ້ງໝັ້ນເຮັດໃຫ້ຊີວິດຂອງປະຊາຊົນລາວຈາກທົ່ວປະເທດໄດ້ຮັບການປັບປຸງດີຂຶ້ນ.”
ເຫດການສໍາຄັນຄັ້ງນີ້ແມ່ນການຮ່ວມມືທີ່ອົບອຸ່ນຢ່າງແທ້ຈິງ, ຊຶ່ງລວມເອົາການສະໜັບສະໜູນທາງການແພດ, ການມີສ່ວນຮ່ວມຂອງຊຸມຊົນ ແລະນໍ້າໃຈນັກກິລາ ເພື່ອສ້າງຄວາມຈົດຈໍາອັນຍາວນານໃຫ້ບັນດາຄອບຄົວເຫຼົ່ານັ້ນ ແລະສິ່ງສໍາຄັນທີ່ສຸດແມ່ນເພື່ອໃຫ້ເດັກນ້ອຍລາວເຫຼົ່ານີ້ມີອະນາຄົດທີ່ສົດໃສ.