ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊພູທອງ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 21 ມັງກອນ 2025 ທີ່ສະໂມສອນຂອງເມືອງໄຊພູທອງ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ສະຫາຍ ບົວສອນ ມະຫາວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ນາງ ດາວວອນ ໄຊສູລຽນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊພູທອງ, ມີຄະນະພັກນະຄອນໄກສອນ ພົມວິຫານ,ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າພະແນກການ-ຮອງພະແນກການອ້ອມຂ້າງແຂວງ, ບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ ແລະ ຜູ້ແທນສົມບູນຈຳນວນ 167 ສະຫາຍ , ຍິງ 36 ສະຫາຍເຂົ້າຮ່ວມ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກຈຳນວນ 1,534, ຍິງ 530 ສະຫາຍ ໃນທົ່ວເມືອງ
ສະຫາຍ ນາງ ດາວວອນ ໄຊສຸລຽນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໄຊພູທອງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ຕະຫຼອດໄລຍະຍະ 5 ປີຜ່ານມາ ຄະນະບໍລິຫານງານພັກເມືອງໄຊພູທອງ ຊຸດທີ 5 ຂອງພວກເຮົາໄດ້ເອົາໃຈໃສ່ໃນການນໍາພາຊີ້ນໍາ ມະຫາຊົນ ແລະ ປະຊາຊົນພາຍໃນເມືອງສ້າງຂະບວນການໃນຫຼາຍດ້ານເປັນຕົ້ນແມ່ນ ຂະບວນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ, ຂະບວນການຜະລິດເປັນສິນຄ້າຂອງປະຊາຊົນ, ວຽກງານວັດທະນະທໍາ-ສັງຄົມ ແລະ ອື່ນໆ. ບັນຫາສໍາຄັນ ໃນນີ້ຍັງແມ່ນຂະບວນການຜັນຂະຫຍາຍວຽກງານສາມສ້າງ, ການຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ເພື່ອນໍາພາແກ້ໄຂຄວາມທຸກຍາກຂອງປະຊາຊົນ; ພ້ອມກັນນັ້ນ, ກໍ່ໄດ້ມີການຫ້າງຫາກະກຽມດ້ານເນື້ອໃນ ແລະ ບຸກຄະລາກອນ ເພື່ອດໍາເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກ, ຂັ້ນອົງຄະນະພັກເມືອງ ດ້ວຍຄວາມຮັບຜິດຊອບອັນສູງສົ່ງ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ກອງປະຊຸມໃຫຍ່ອົງຄະນະພັກເມືອງໄຊພູທອງຄັ້ງນີ້ແມ່ນຈະໄດ້ສຸມໃສ່ຫຼາຍເນື້ອໃນທີ່ສໍາຄັນເປັນຕົ້ນແມ່ນ ຈະໄດ້ຮັບຟັງ ແລະ ປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບັນຫາສໍາຄັນອື່ນໆອີກຈຳນວນໜຶ່ງ.
ຈາກນັ້ນສະຫາຍ ປອ ບົງສຸວັນ ມະນີວົງ ກຳມະການປະຈຳພັກເມືອງ ກໍ່ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ ເຊິ່ງຕະຫຼອດໄລຍະ 5 ປີຜ່ານມາ ອົງຄະນະພັກເມືອງໄຊພູທອງ ແມ່ນຍຶດໝັ້ນໃນແນວທາງປ້ອງກັນຊາດ - ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ແລະ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ດ້ວຍຮູບການຜັນຂະຫຍາຍໂຄສະນາເຂົ້າສູ່ລວງເລິກ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ໃຫ້ກາຍເປັນໜ້າທີ່ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ ປັບປຸງລະບົບກົງຈັກການຈັດຕັ້ງນໍາພາ - ບັນຊາ ຂັ້ນຕ່າງໆຂອງສອງກໍາລັງ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ແລະ ຄວບຄຸມໄດ້ສະພາບການແຕ່ລະໄລຍະ, ໄດ້ເອົາໃຈໃສ່ປະຕິບັດ ໃນການຄຸ້ມຄອງການນໍາໃຊ້ເຮືອປະເພດຕ່າງໆຕາມລໍາແມ່ນໍ້າຂອງ, ສາມາດແກ້ໄຂໄດ້ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນບໍລິເວນຊາຍແດນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ພ້ອມນັ້ນກໍ່ໄດ້ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ໃນຈໍານວນ 8 ກຸ່ມບ້ານພາຍໃນເມືອງ; ເປີດຊຸດຝຶກອົບຮົມຫັດແອບບ້ານປ້ອມໝັ້ນ ກຸ່ມບ້ານສູ້ຮົບຕິດລ່ຽນໄດ້ 1 ກຸ່ມບ້ານ, ສ້າງ ແລະ ປະເມີນບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີ ໄດ້ 41 ບ້ານ, ສ້າງ ແລະ ປະເມີນບ້ານບ້ານປອດຢາເສບຕິດໄດ້ 25 ບ້ານ, ສັງລວມແລ້ວທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ດ້ານວຽກງານເສດຖະກິດໄດ້ນໍາໃຊ້ທ່າແຮງ ແລະ ກໍາລັງແຮງຂອງທຸກພາກສ່ວນເຂົ້າໃນການພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຖືເອົາການຜະລິດກະສິກໍາ ການປູກ - ການລ້ຽງເປັນຫຼັກ ແລະ ຖືເອົາການບໍລິການທ່ອງທ່ຽວ ເປັນການສ້າງລາຍຮັບກັບທີ່ ເຊິ່ງໄດ້ປະກອບສ່ວນແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນ ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງິນກໍ່ຕາມ ແຕ່ຄະນະພັກແຕ່ລະຂັ້ນກໍ່ໄດ້ສຸມໃສ່ສ້າງແຜນພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນບູລິມະສິດຕົ້ນຕໍ ເຊິ່ງສາມາດເຮັດໃຫ້ເສດຖະກິດຂອງເມືອງມີທ່າຂະຫຍາຍຕົວ ແລະ ມີອັດຕາເຕີບໂຕສະເລ່ຍ 7.40 % ລວມຍອດມູນຄ່າຜະລິດຕະພັນພາຍໃນ ບັນລຸໄດ້ 1,595.05 ຕື້ກີບ, ສະເລ່ຍໃສ່ພົນລະເມືອງໄດ້ 37,01 ລ້ານກີບ/ຄົນ/ປີ ຫຼື ເທົ່າກັບ 1.682 ໂດລາສະຫາລັດ; ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງຕັ້ງໜ້າ, ໂດຍສະເພາະແມ່ນຂະແໜງກະສິກໍາ ເພີ້ມຂຶ້ນ 7.31% ກວມເອົາ 75.49%, ຂະແໜງອຸດສາຫະກໍາ ເພີ້ມຂຶ້ນ 7.50% ກວມເອົາ 14.41%, ຂະແໜງບໍລິການ ເພີ້ມຂຶ້ນ 8.20% ກວມເອົາ 10.10% ຂອງ GDP ; ການຈັດເກັບລາຍຮັບເຂົ້າງົບປະມານຂອງລັດປະຕິບັດໄດ້ 19.589 ຕື້ກີບ ເທົ່າກັບ 118%, ມາຮອດປະຈຸບັນເມືອງສາມາດກຸ້ມຕົນເອງທາງດ້ານງົບປະມານ ແລະສາມາດດຸ່ນໃຫ້ແຂວງໃນແຕ່ລະປີ ປະມານໜຶ່ງຕື້ກວ່າກີບ, ປະຕິບັດລາຍຈ່າຍໄດ້ 15.785 ຕື້ກີບ ເທົ່າກັບ 95.43% ຂອງແຜນການ;
ຈາກນັ້ນພາຍໃນກອງປະຊຸມ ກໍ່ໄດ້ຮັບຟັງການຜ່ານບົດສະລຸບ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ V (2020-2024) ແລະ ທິດທາງແຜນການ ຄັ້ງທີ VI (2025-2029) ຂອງເມືອງ ຈາກສະຫາຍ ເພີນ ທາມອນຕີ ກຳມະການພັກເມືອງ ຮອງເຈົ້າເມືອງໄຊພູທອງຕື່ມອີກ; ພ້ອມຮັບການປະກອບຄຳຄິດຄຳເຫັນຈາກຕາງໜ້າຂົງເຂດ ປກຊ-ປກສ, ເສດຖະກິດ, ຂົງເຂດພັກ-ພະນັກງານ, ຂົງເຂດວັດທະນະທຳ-ສັງຄົມ. ຜ່ານບົດລາຍງານການສ້າງບ້ານໃຫຍ່ ບ້ານມ່ວງໄຂ່ ໃຫ້ກາຍເປັນບ້ານຕົວແບບດ້ານການປູກ-ການລ້ຽງ; ຄອບຄົວຕົວແບບລາຍງານກ່ຽວກັບການປູກ-ການລ້ຽງ, ການປະກອບຄຳຄິດຄຳເຫັນຈາກເມືອງອ້ອມຂ້າງ ແລະ ດຳເນີນການປ່ອນບັດຂັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດ VI ຕື່ມອີກ ເຊິ່ງກອງປະຊຸມ ແມ່ນໄດ້ດຳເນີນໄປເປັນເວລາ 2 ວັນ ເລີ່ມແຕ່ວັນທີ 21-22 ມັງກອນ 2025 ຈຶ່ງສຳເລັດ.
ຂ່າວ - ພາບ: ວິລັດດາ ດວງຈັນທາ