ເມືອງວຽງທອງ ເສດຖະກິດຂະຫຍາຍຕົວໃນລະດັບ 4.99% ຕໍ່ປີ

ສະຫາຍ ອາລຸນສັກ ປະທຳມະວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງວຽງທອງ ໄດ້ຕາງໜ້າໃຫ້ແກ່ອົງຄະນະພັກເມືອງ ຜ່ານບົດລາຍງານການເມືອງທັງສອງພາກຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວຽງທອງ ຄັ້ງທີ VIII ທີ່ໄດ້ໄຂຂຶ້ນໃນລະຫວ່າງວັນທີ 21-22 ມັງກອນ 2025 ນີ້, ເຊິ່ງມີບາງຕອນໄດ້ຍົກໃຫ້ເຫັນເຖິງຜົນງານການຊີ້ນຳ-ນຳພາຂອງອົງຄະນະພັກເມືອງວຽງທອງ ຕະຫຼອດໄລຍະ 5 ປີ ຜ່ານມາ ເຫັນວ່າໄດ້ສຸມຈິດໃຈຜັນຂະຫຍາຍມະຕິຂອງອົງຄະນະພັກເມືອງຊຸດທີ VII ຂອງຕົນຢ່າງຕັ້ງໜ້າ, ໂດຍຍົກສູງຄວາມສາມາດນຳພາ, ປັບປຸງແບບແຜນວິທີເຮັດວຽກ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຂອງພັກ, ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ພັດທະນາເສດຖະກິດເຂັ້ມແຂງ, ສັງຄົມມີຄວາມສະຫງົບ, ຄຸ້ມຄອງລັດ- ຄຸ້ມສັງຄົມ ດ້ວຍລະບຽບກົດໝາຍຢ່າງໜັກແໜ້ນ ແລະຍຸຕິທໍາ, ເສດຖະກິດຂະຫຍາຍຕົວໃນລະດັບສະເລ່ຍ 4,99% ຕໍ່ປີ, ຜະລິດຕະພັນພາຍໃນ 807 ຕື້ກວ່າກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 20 ລ້ານກວ່າກີບ/ຄົນ/ປີ ຫຼື 940 ກວ່າໂດລາ, ສຳເລັດການປະກາດຮັບຮອງວັດທາດພູວຽງ, ຂັບເມີ້ຍ ແລະ ຊຸດເຜົ່າເມີ້ຍເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ,ສ້າງຄອບຄົວວັດທະນະທຳໄດ້94,07%, ຄອບຄົວທຸກຍາກຍັງເຫຼືອ 5,54%, ບ້ານທຸກຍາກຍັງເຫຼືອ 26,4%, ອັນພົ້ນເດັ່ນແມ່ນການລະດົມທຶນໃນການກໍ່ສ້າງເຮືອນໃຫ້ຄອບຄົວອານາຖາຈຳນວນ 13 ຫຼັງ, ສ້າງ ແລະ ປະກາດຮັບຮອງບ້ານຈອມທອງເປັນຕົວເມືອງໃນຊົນນະບົດໃນທ້າຍປີ 2023.
ຂ່າວ-ພາບ: ຄຳຟອງ
.