ຕາມການລາຍງານຂອງ ທ່ານ ພົງສະຫວັດ ສິງຫາລາດ ຮອງເຈົ້າເມືອງທ່າແຕງ ເມື່ອບໍ່ດົນຜ່ານມາ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງທ່າແຕງ ແຂວງເຊກອງ ມີຜົນສໍາເລັດພົ້ນເດັ່ນຫລາຍດ້ານ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 5,4% ລວມຍອດຜະລິດຕະພັນພາຍໃນ (GO) ບັນລຸໄດ້ 972,48 ຕື້ກີບ. ໃນນີ້, ຂະແໜງກະສີກໍາ ແລະປ່າໄມ້ ກວມເອົາ 42,16%, ຂະແໜງອຸດສະຫະກໍາ ກວມເອົາ 31,27% ແລະ ຂະແໜງບໍລິການ ກວມເອົາ 26,57%; ເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 26,23 ຕື້ກີບ ທຽບໃສ່ແຜນລື່ນແຜນ 8%; ການຜະລິດສະບຽງອາຫານ ແລະການຜະລິດເປັນສິນຄ້າຂະຫຍາຍຕົວ ສາມາດຕອບສະໜອງການບໍລິໂພກພາຍໃນໄດ້ໂດຍພື້ນຖານ.
ພ້ອມນີ້, ບັນດາພື້ນຖານໂຄງລ່າງທີ່ຈໍາເປັນໄດ້ຮັບການປັບປຸງ-ສ້ອມແປງ ເຮັດໃຫ້ການຄົມມະນາຄົມສະດວກສະບາຍສາມາດທຽວໄດ້ສອງລະດູໄປທົ່ວທຸກບ້ານ, ຊຶ່ງສາມາດຍາດແຍ່ງດຶງດູດການລົງທຶນເຂົ້າໃນການພັດທະນາໄດ້ທັງໝົດ 350,12 ຕື້ກີບ ກວມເອົາ 36% ຂອງ GO. ໃນນີ້, ການລົງທຶນຂອງລັດ 71,31 ຕື້ກີບ ກວມເອົາ 20,36%, ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 44,87 ຕື້ກີບ ກວມເອົາ 12,81%, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 115,83 ຕື້ກີບ ກວມເອົາ 33,08% ແລະ ການລົງທຶນສິນເຊື່ອທະນາຄານ 119,44 ຕື້ກີບ ກວມເອົາ 34,14%; ສາມາດຜະລິດເຂົ້າເປືອກໄດ້ທັງໝົດ 93,065.4 ໂຕນ ທຽບໃສ່ແຜນປະຕິບັດໄດ້ 97,62%, ພຶດສະບຽງອາຫານ 212,064 ໂຕນ ທຽບໃສ່ແຜນ ລື່ນແຜນ 79,58% ແລະ ການຜະລິດເປັນສິນຄ້າ 1,310,404 ໂຕນ ທຽບໃສ່ແຜນ ລື່ນແຜນ 85,39%. ນອກນີ້, ຍັງມີສັດລ້ຽງປະເພດຄວາຍ 2,811 ໂຕ, ງົວ 18,965 ໂຕ, ໝູ 19,622 ໂຕ, ແບ້ 3,752 ໂຕ ແລະ ສັດປີກ 162,845 ໂຕ ຊຶ່ງສາມາດສະໜອງຊີ້ນ, ປາ ແລະ ໄຂ່ໄດ້ທັງໝັດ 10,616 ໂຕນ, ທຽບໃສ່ແຜນ ລື່ນແຜນ 361,56%.
ທ່ານ ພົງສະຫວັດ ສິງຫາລາດ ຍັງໃຫ້ຮູ້ອີກວ່າ: ຄຽງຄູ່ກັບຜົນສຳເລັດ ກໍຍັງມີຈຸດອ່ອນ ແລະຂໍ້ຄົງຄ້າງຈໍານວນໜຶ່ງທີ່ຈະຕ້ອງສຸມໃສ່ແກ້ໄຂເປັນຕົ້ນ, ການພັດທະນາເສດຖະກິດ ເມື່ອທຽບໃສ່ທ່າແຮງບົ່ມຊ້ອນເຫັນວ່າ ມີການຂະຫຍາຍຕົວຊ້າ, ການຜະລິດເປັນສິນຄ້າຍັງບໍ່ທັນເຂັ້ມແຂງ, ການຜະລິດກະສິກຳ, ອຸດສາຫະກໍາປຸງແຕ່ງ, ການປ່ອຍສິນເຊື່ອ ຂອງທະນາຄານເຂົ້າໃນການຜະລິດນໍາໃຊ້ບໍ່ຖືກເປົ້າໝາຍ, ການຄຸ້ມຄອງ, ຕິດຕາມ ແລະປະເມີນຜົນໂຄງການລົງທຶນຂອງລັດ, ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງເຮັດບໍ່ທັນໄດ້ດີ, ບາງໂຄງການບໍ່ທັນໄປຕາມຂັ້ນຕອນ ແລະ ລະບຽບການຢ່າງເຂັ້ມງວດ, ການເກັບລາຍຮັບເຂົ້າງົບປະມານຍັງບໍ່ທັນສາມາດຂຸດຄົ້ນໄດ້ໝົດຕາມເງື່ອນໄຂ ແລະທ່າແຮງຖານລາຍຮັບຕົວຈິງ. ສະນັ້ນ, ອົງການປົກຄອງເມືອງກໍຄືບ້ານຕ່າງໆໃນທົ່ວເມືອງຕ້ອງເພີ່ມທະວີຄວາມຮັບຜິດຊອບ ຂອງຕົນເຂົ້າໃນການຄົ້ນຄວ້າ, ຊອກວິທີການ ແລະ ມາດຕະການແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນເປັນກ້າວໆ.
ຂ່າວ-ພາບ: ສັນຍາ