+ ເປີດໂຄງການເຝິກອົບຮົມກຳມະຖານ ໃຫ້ນັກຮຽນມັດທະຍົມສົງ 3 ແຫ່ງ ຈໍານວນ 300 ອົງ
ຫົວຂໍ້: ເປີດໂຄງການເຝິກອົບຮົມກຳມະຖານ ໃຫ້ນັກຮຽນມັດທະຍົມສົງ 3ແຫ່ງຄື: ມັດທະຍົມສົງໂສກປ່າຫຼວງ, ມັດທະຍົມສົງດົງໂດກ ແລະມັດທະຍົມສົງນາຊາຍທອງ ຈໍານວນ 300 ອົງ ທີວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 18-26 ມັງກອນ 2025.
+ ສໍານັກປະຕິບັດວິປັດສະນາກໍາມະຖານວັດປ່ານາຄູນນ້ອຍ ຮ່ວມກັບກຳມາທິການສຶກສາສົງນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງທົ່ວເມືອງນາຊາຍທອງ ຈັດຕັ້ງໂຄງການເຝິກອົບຮົມກຳມະຖານ ໃຫ້ນັກຮຽນມັດທະຍົມສົງ 3ແຫ່ງໃນຂອບເຂດເມືອງນາຊາຍທອງ ແລະ ໄດ້ເປີດຂຶ້ນໃນວັນທີ 19 ມັງກອນ 2025 ທີວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ພະອາຈານ ວັນຄໍາ ວົງສາສຸລິນ ຮອງປະທານອົງການພຸດທະສາສະໜາສຳພັນລາວ ນວ ຫົວໜ້າກຳມາທິການສຶກສາສົງ ນວ, ພະອາຈານ ສີທົນ ໄຊຍະວົງສອນ ຫົວໜ້າກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະທານ ສູນກາງ ເຈົ້າອະທິການວັດປ່ານາຄູນນ້ອຍ, ພ້ອມດ້ວຍບັນການນຳເມືອງ ແລະ ພະສົງສາມະເນນເຂົ້າຮ່ວມ.
+ ການເຝິກອົບຮົມດັ່ງກ່າວ ແມ່ນເພື່ອເປັນການສົ່ງເສີມໃຫ້ສາມະເນນໄດ້ຮູ້ວິທີປະຕິບັດໃນທາງພຸດທະສາສະໜາຢ່າງຖືກຕ້ອງ ໂດຍສອດຄ່ອງກັບຫຼັກພຣະທໍາວິໄນທີ່ໄດ້ຮຽນຮູ້ມາຈາກໂຮງຮຽນຂອງຕົນ ຈົນສາມາດນໍາໄປປະຕິບັດ ແລະ ນໍາໃຊ້ໃນຊີວິດປະຈຳວັນຢ່າງເໝາະສົມ ສາມາດສືບທອດແນວທາງປະຕິບັດອັນດີງາມ ຈົນກາຍເປັນສາມະເນນທີ່ດີ ແລະ ເປັນຜູ້ສືບທອດພຣະພຸດທະສາສະໜາ, ສົ່ງເສີມສາມະເນນໄດ້ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ຫ່າງໄກສິ່ງເສບຕິດ. ພ້ອມທັງຈະໄດ້ຮຽນຮູ້ເທົ່າທັນກັບສື່ຕ່າງໆ, ຮູ້ໂທດໄພ ແລະ ຫ່າງໄກຢາເສບຕິດ, ຮັບຮູ້ ແລະ ເຂົ້າໃຈຕໍ່ໜ້າທີ່ໃນການປະຕິບັດຕົນກັບຄູບາອາຈານ, ສາມາດປ່ຽນແປງພຶດຕິກຳຈົນກາຍເປັນລູກທີ່ດີຂອງພໍ່ແມ່, ເປັນສິດທີ່ດີຂອງຄູອາຈານ, ເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ເປັນທາຍາດທີ່ດີຂອງພຣະພຸດທະສາສະໜາ.
+ ຮູບແບບບຫຼັກສູດ ແລະ ກິດຈະກຳຂອງໂຄງການແມ່ນຈະໄດ້ຮຽນຢູ່ທັງໝົດ 3 ພາກ ຄື: ພາກທິດສະດີ, ພາກປະຕິບັດ ແລະ ພາກກິດຈະກຳເພື່ອເຮັດໃຫ້ສາມະເນນນັ້ນໃດ້ມີຄວາມຮູ້ຄວາມເຂົ້າໃຈຕໍ່ຫລັກທໍາຄໍາສອນ ແລະ ສາມາດນໍາຫລັກທໍາໃນທາງພຣະພຸດທະສາດສະໜາໄປໃຊ້ໃນຊີວິດປະຈຳວັນໄດ້ເຊິ່ງຈະເປັນການຊ່ວຍ ແກ້ໄຂບັນຫາໄພສັງຄົມໄດ້ເຊັ່ນ: ແກ້ໄຂບັນຫາຄວາມບໍ່ສະຫງົບໃນວັດ, ແກ້ໄຂບັນຫາຢາເສບຕິດ, ແກ້ໄຂບັນຫາການໜີໂຮງຮຽນ ແລະແກ້ໄຂບັນຫາການປະພຶດຜິດຕໍ່ຫລັກທໍາວິໄນຂອງສົງ.
ຂ່າວ:ບຸນພະຈັນ