ໃນຕອນບ່າຍວັນທີ 17 ມັງກອນ 2025 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນຳ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ປອ. ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ; ບັນດາທ່ານຄະນະກົມ, ຫົວໜ້າຫໍ ປະຊຸມແຫ່ງຊາດ ແລະ ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ດອນ ໄພວົງ, ຫົວໜ້າກົມຄຸ້ມຄອງພະ ນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການຮັບອຸດໜູນບຳນານ ຈຳນວນ 01 ສະບັບ ຄື: ອະນຸມັດໃຫ້ທ່ານ ຮສ.ປອ ສົມກຽດ ພະສີ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກພັກການ-ຮັບອຸດ ໜູນບຳນານ; ຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ ຈຳນວນ 04 ສະບັບ ຄື: ແຕ່ງຕັ້ງທ່ານ ສຸຂັນໄຊ ອັກຄະວົງ, ເປັນຫົວໜ້າກົມ (ຄວບຕໍາແໜ່ງເປັນເລຂານຸການປະຈໍາກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ); ແຕ່ງຕັ້ງທ່ານ ປອ. ຊາຍຄໍາ ພຸດທະວົງ ເປັນຫົວໜ້າກົມຄົ້ນຄວ້າ-ສັງລວມ; ແຕ່ງຕັ້ງທ່ານ ນາງ ວິລະສະຕີ ສົມບູນຂັນ ເປັນຫົວໜ້າກົມປະຊາສຳພັນ ແລະ ແຕ່ງຕັ້ງທ່ານ ນາງ ສຸລິກັນ ພົມມະຈັນ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ.
ໃນໂອກາດທີ່ມີຄວາມໝາຍສຳຄັນຄັ້ງນີ້, ກອງປະຊຸມ ໄດ້ຮັບກຽດຢ່າງສູງ ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກທ່ານນາຍົກລັດ ຖະມົນຕີ ເຊິ່ງທ່ານ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຄຸນງາມຄວາມດີ ຂອງທ່ານ ທີ່ໄດ້ປະກາດພັກການຮັບອຸດໜູນບຳນານ ເຊິ່ງຕະຫຼອດໄລຍະທີ່ດຳລົງຕຳແໜ່ງໃນໄລຍະຜ່ານມາ ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຂອງຕົນພ້ອມກັບໝູ່ຄະນະ ໃນການເປັນເສນາທິການ ໃຫ້ແກ່ຂັ້ນເທິງເພື່ອແກ້ໄຂບັນຫາວຽກງານ ທີ່ໄດ້ຮັບຜິດຊອບ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ເຊື່ອໝັ້ນວ່າ ຈະຢູ່ໃນຖະນາໃດ ຈະໄປຢູ່ໃສ ກໍຍັງສືບຕໍ່ປະກອບສ່ວນຊ່ວຍພັກ-ລັດ ດ້ວຍຮູບການຕ່າງໆຕື່ມ ແລະ ສືບຕໍ່ເປັນແບບຢ່າງທີ່ດີ, ທັງສືບຕໍ່ອະທິບາຍຊີ້ແຈງແນວທາງນະໂຍບາຍຂອງພັກ-ລັດ ໃຫ້ຄົນອ້ອມຂ້າງໄດ້ເຂົ້າໃຈ, ຖືໂອກາດນີ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ລ້ວນແຕ່ແມ່ນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ເຄີຍໄດ້ຜ່ານການເຄື່ອນໄຫວ ແລະ ນໍາພາ-ຊີ້ນໍາວຽກງານຂົງເຂດທີ່ຕົນໄດ້ຮັບຜິດຊອບມາແລ້ວ, ມີບົດຮຽນ ແລະ ປະສົບການໃນການເຄື່ອນໄຫວວຽກງານ ຫຼາຍພໍສົມຄວນ ເຊິ່ງຈະເປັນທ່າແຮງອັນສໍາຄັນໃນການສືບຕໍ່ນໍາພາ-ຊີ້ນໍາ ແລະ ຂັບເຄື່ອນວຽກງານຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນຕໍ່ໜ້າ. ແນວໃດກໍຕາມ ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານຮອບດ້ານ ແລະ ທີ່ສໍາຄັນຕ້ອງເປັນແກນກາງຮັກສາຄວາມສາມັກຄີພາຍໃນໃຫ້ໄດ້. ສະຫຼຸບລວມແລ້ວ ຕຳແໜ່ງ ຍິ່ງສູງເທົ່າໃດ ຄວາມຮັບຜິດຊອບ ກໍຍິ່ງສູງ ແລະ ມີຄວາມເປັນແບບຢ່າງກວ່າເກົ່າ.
ໃນໂອກາດດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ລວມທັງ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕໍ່ການພັດທະນາເສດ ຖະກິດ-ສັງຄົມ ຂອງປະເທດເຮົາ ໃນໄລຍະຜ່ານມາ ແລະ ປະຈຸບັນ; ອັນສຳຄັນ, ທ່ານ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ ຫສນຍ ໃຫ້ເອົາໃຈ ໃສ່ວຽກງານໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ກະກຽມ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກ ຫສນຍ ໃຫ້ສໍາເລັດຕາມຄາດໝາຍທີ່ກຳນົດໄວ້; ສືບຕໍ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ຫສນຍ ໃຫ້ກະທັດຮັດ, ສົມເຫດສົມຜົນ, ເຄື່ອນ ໄຫວວຽກງານມີປະ ສິດທິພາບ ແລະ ປະສິດທິຜົນ; ສືບຕໍ່ປັບປຸງກົນໄກການປະສານງານ ກັບບັນດາຂະແໜງການ ແລະ ທ້ອງຖິ່ນ ໃຫ້ມີຄວາມໂລ່ງລ່ຽນ ແລະ ກົມກຽວກັນດີຂຶ້ນກວ່າເກົ່າ; ປະຕິບັດວຽກງານບໍລິຫານ ແລະ ບໍລິການຮັບໃຊ້ການນຳ ໃຫ້ມີຄວາມສະ ດວກ, ປອດໄພ, ຖືກຕ້ອງ, ວ່ອງໄວ ແລະ ທັນການ; ໃຫ້ສົມທົບກັບຂະແໜງກ່ຽວຂ້ອງ ຄົ້ນຄວ້າ ແລະ ສ້າງນິຕິກຳ ກ່ຽວກັບການ ຄຸ້ມຄອງ ແລະ ນຳໃຊ້ເອກະສານທາງລັດຖະການ ໃຫ້ຮັດກຸມ, ມີປະສິດທິພາບ ແລະ ປະສິດທິຜົນສູງ; ວຽກງານເສນາທິການ ໂດຍສະເພາະ ວຽກງານຄົ້ນຄວ້າວິໄຈບັນຫາ, ສັງລວມເອກະສານ, ຮ່າງບົດປາໄສຕ່າງໆ ໃຫ້ແກ່ທ່ານ ນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ຕ້ອງມີເນື້ອໃນຖືກຕ້ອງສອດຄ່ອງກັບແນວທາງຂອງພັກ, ນະໂຍບາຍຂອງລັດ, ແທດເໝາະກັບຄວາມ ເປັນຈິງ, ຖືກຈຸດ ແລະ ສາມາດປະຕິບັດໄດ້; ການບໍລິຫານ-ການຈັດການ ຕ້ອງວ່ອງໄວ, ຊັດເຈນ ເຊິ່ງພະນັກງານ-ລັດຖະກອນທຸກຄົນ ພາຍໃນ ຫສນຍ ຕ້ອງມີນໍ້າໃຈຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ, ມີຄວາມຮອບຄອບ, ບໍ່ອຸ້ມວຽກ, ບໍ່ປະໃຫ້ແກ່ຍາວເວລາ, ຕ້ອງຊື່ສັດບໍລິສຸດ ແລະ ກ້າຫານ ສະເໜີຄໍາເຫັນຕໍ່ຂັ້ນເທິງ ຢ່າງກົງໄປກົງມາ, ພາວະວິໄສ; ຕ້ອງປະຕິບັດໜ້າທີ່ວຽກງານ ຕາມລະບຽບການ ແລະ ກົນໄກເຮັດວຽກ; ຕ້ອງຮັກສາຄວາມລັບທາງລັດຖະການ; ບັນຫາທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມນາຍົກ -ຮອງນາຍົກລັດຖະມົນຕີ, ກອງປະຊຸມລັດຖະບານ ຕ້ອງຄົ້ນຄວ້າລະອຽດ ຕາມລະບຽບກົດໝາຍ, ກະກຽມເອກະສານໃຫ້ຄົບ ຖ້ວນ ແລະ ທັນຕາມກຳນົດເວລາ, ພ້ອມທັງແຈ້ງຜົນກອງປະຊຸມ ກໍຄື ທິດຊີ້ນຳຂອງຂັ້ນເທິງໃຫ້ຖືກຕ້ອງ, ທັນການ ແລະ ມີການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຂອງພາກສ່ວນກ່ຽວຂ້ອງ; ການໄປເຮັດວຽກຢູ່ທ້ອງຖິ່ນ ຕ້ອງມີຈຸດສຸມ, ແທດກັບສະພາບຕົວຈິງ, ໄປແລ້ວຈະຕົກລົງບັນຫາຫຍັງ; ສືບຕໍ່ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ, ປະຕິບັດແບບແຜນວິທີເຮັດວຽກລວມສູນ ຕາມຫຼັກການນໍາພາຂອງພັກ, ບໍ່ຫຼີກ ແລະ ບໍ່ໂຍນຄວາມຮັບຜິດຊອບ, ກ້າຕໍານິສົ່ງຂ່າວ ເພື່ອກໍ່ສ້າງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຮັດວຽກ ເພື່ອພ້ອມກັນຈັດຕັ້ງປະຕິບັດໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້ ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.