ການສະໜັບສະໜູນຈາກ ປະເທດ ອົດສະຕຣາລີ, USAID ແລະອົງການ ຢູນິເຊັບ

 ການສະໜັບສະໜູນຈາກ ປະເທດ ອົດສະຕຣາລີ, USAID ແລະອົງການ ຢູນິເຊັບ                                                                           ໃນການພັດທະນາລະບົບການເກັບກໍາຂໍ້ມູນເພື່ອສົ່ງເສີມໃນວຽກງານດ້ານການສ້າງພັດທະນາການທີ່ດີໃຫ້ແກ່ເດັກນ້ອຍດ້ວຍການສະໜັບສະໜູນຈາກ ປະເທດ ອົດສະຕຣາລີ ແລະ USAID, ໄດ້ເຮັດໃຫ້ລັດຖະບານແຫ່ງ ສປປ ລາວ ແລະອົງການ ຢູນິເຊັບ ສາມາດສືບຕໍ່ພັດທະນາລະບົບການເກັບກໍາຂໍ້ມູນໃນບ້ານເປົ້າໝາຍທັງ 451 ບ້ານ, ໃນການສົ່ງເສີມການລ້ຽງດູເດັກໃນທາງບວກພາຍໃນຊູມຊົນໃຫ້ດີຂຶ້ນ.

ທີ່ນະຄອນຫຼວງວຽງຈັນ, ວັນທີ 16 ມັງກອນ 2025-ໃນການສ້າງຂະບວນການສົ່ງເສີມການລ້ຽງດູເດັກໃນທາງບວກໃຫ້ບັນດາຄອບຄົວຕ່າງໆໃຫ້ດີຂຶ້ນ, ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍການສະໜັບສະໜູນຈາກ ອົງການຢູນິເຊັບ, ລັດຖະບານແຫ່ງປະເທດອົດສະຕຣາລີ ແລະ USAID ໄດ້ມອບໂທລະສັບມືຖືຈໍານວນ 135 ໜ່ວຍ ໃຫ້ກັບອາສາສະໝັກຂັ້ນບ້ານ ໃນທົ່ວ​ 451 ບ້ານ ເພື່ອໃຫ້ເປັນອຸປະກອນທີ່ຊ່ວຍໃນການເກັບກໍາຂໍ້ມູນ.

ແຜນງານ ຮັກລູກໃຫ້ໃສ່ໃຈ: ຄອບຄົວຜາສຸກພ້ອມກັນພັດທະນາ  ແມ່ນແຜນງານທີ່ລິເລີ່ມຈັດຕັ້ງປະຕິບັດພາຍໃຕ້ການນໍາພາຂອງສູນກາງສະຫະພັນແມ່ຍິງລາວ ເພື່ອສົ່ງເສີມໃຫ້ພໍ່ແມ່ ແລະ ຜູ້ດູແລເດັກໄດ້ຮັບຄວາມຮູ້ ແລະ ອຸປະກອນທີ່ຈໍາເປັນທີ່ຈະຊ່ວຍໃຫ້ເດັກນ້ອຍມີການເຕີບໃຫຍ່ໄດ້ຢ່າງມີປະສິດທິພາບ ແລະ ມີສະພາບແວດລ້ອມທີ່ອຸດົມສົມບູນ. ໃນການມອບໂທລະສັບມືຖືໃນຄັ້ງນີ້ຈະຊ່ວຍໃຫ້ອາສາສະໝັກຂັ້ນບ້ານຂອງແຜນງານ ຮັກລູກໃຫ້ໃສ່ໃຈ ສາມາດຕິດຕາມການຈັດຕັ້ງປະຕິບັດ ແລະ ເກັບກໍາຂໍ້ມູນຕົວຈິງ, ລວມມີ: ອັດຕາການເຂົ້າຮ່ວມການເຝິກອົບຮົມ ແລະການໃຫ້ຄໍາແນະນໍາໄດ້ຢ່າງທັນເວລາ.

ໃນລະຫວ່າງພິມີມອບ-ຮັບ, ທ່ານນາງ ທໍາມາ ເພັດວິໄຊ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ສະແດງຄວາມຂອບໃຈມາຍັງປະເທດ ອົດສະຕຣາລີ, USAID ແລະ ອົງການ ຢູນິເຊັບ ທີ່ໄດ້ໃຫ້ ການສົ່ງເສີມການຈັດຕັ້ງປະຕິບັດແຜນງານ ຮັກລູກໃຫ້ໃສ່ໃຈ ດ້ວຍການມອບອຸປະກອນດັ່ງກ່າວໃນຄັ້ງນີ້ວ່າ ໂທລະສັບມືຖືແມ່ນອຸປະກອນທີ່ມີຄວາມສໍາຄັນຫຼາຍ ຕໍ່ກັບການຕິດຕາມ ແລະ ການປະເມີນຜົນ ໃນການຈັດຕັ້ງປະຕິບັດແຜນງານ ຮັກລູກໃຫ້ໃສ່ໃຈ”, ທັງຍັງເປັນການຮັບປະກັນວ່າພໍ່ແມ່ ແລະຜູ້ດູແລເດັກມີຊັບພະຍາກອນທີ່ຈໍາເປັນໃນເລີ່ມຊີວິດທີ່ດີທີ່ສຸດໃຫ້ກັບເດັກນ້ອຍ

ໂດຍໃນສົ່ງເສີມເຂົ້າໃນການນໍາໃຊ້ໂທລະສັບມືຖືນີ້, ຈະມີການສະໜັບສະໜູນເພີ່ມເຕີມຈະຖືກເພີ່ມເຂົ້າໃນການພັດທະນາເວັບໄຊທ໌ ທີ່ຈະເປັນຊ່ອງທາງໃຫ້ບັນດາຄູ່ຮ່ວມງານພາກສ່ວນຕ່າງໆ ສາມາດຕິດຕາມຄວາມຄືບຫນ້າຂອງແຜນງານ ແລະໃຫ້ຄໍາແນະນໍາໄດ້ຢ່າງວ່ອງໄວໃນແຕ່ລະເດືອນ.

ເພື່ອການສະໜັບສະໜູນການຈັດຕັ້ງປະຕິບັດແຜນງານໃນຄັ້ງນີ້, ປະເທດອົດສະຕຣາລີ ມີຄວາມຕັ້ງໜ້າສືບຕໍ່ລົງທຶນເຂົ້າໃຈການພັດທະນາອະນາຄົດຂອງຊາດ ກໍ່ຄື ເດັກນ້ອຍ ແລະ ສົ່ງເສີມບັນດາຄອບຄົວຕ່າງໆ ໃຫ້ມີສຸຂະພາບທີ່ດີ ແລະມີຄວາມສະເໝີພາບ ໃນຊຸມຊົນໃຫ້ຫຼາຍຂຶ້ນ ກ່າວໂດຍ ທ່ານນາງ ເບັນນິຕາ ຊໍາເມີວິວ, ຮອງເອກອັກຄະລັດຖະທູດ ແຫ່ງ ປະເທດ ອົດສະຕຣາລີ ປະຈໍາ ສປປ ລາວ. ນອກນີ້, ທ່ານຍັງໄດ້ກ່າວຕື່ມອີກວ່າ ໂທລະສັບມືຖືຈະເປັນອຸປະກອນສົ່ງເສີມເຂົ້າໃນການຕິດຕາມ ແລະ ການປະເມີນຜົນ ໃນການຈັດຕັ້ງປະຕິບັດແຜນງານ ຮັກລູກໃຫ້ໃສ່ໃຈໄດ້ຢ່າງມີ ປະສິດທິພາບ ແລະປະສິດທິຜົນໃຫ້ກັບທຸກຄອບຄົວ.

ຜູ້ຕາງໜ້າ USAID ປະຈໍາ ສປປ ລາວ, ທ່ານ ໄມໂຄ ແມັກຄອດສ,ຍັງໄດ້ຍໍ້າໃຫ້ເຫັນເຖີງຄວາມມຸ່ງໝັ້ນຂອງ USAID ຕໍ່ການສົ່ງເສີມຕໍ່ການສຶກສາ, ການພັດທະນາແບບຍືນຍົງ ແລະ ການເປັນຄູ່ຮ່ວມມືທີ່ສໍາຄັນວ່າ: “ໃນຮ່ວມມືໃນຄັ້ງນີ້ແມ່ນສະແດງເຖິງບາດກ້າວທີ່ສໍາຄັນ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ສົ້ງເສີມຄວາມໝັ້ນຄົງໃຫ້ບັດດາຄອບຄົວຕ່າງໃນ ສປປ ລາວ”. ພ້ອມກັນນີ້, ທ່ານຍັງໄດ້ກ່າວຕື່ມວ່າ “ປີນີ້ເປັນປີຄົບຮອບ 70 ປີ ທີ່ສະຫະລັດອາເມລິກາ ໄດ້ເປີດສະຖານເອກອັກຄະລັດຖະທູດທີ່ນະຄອນຫຼວງວຽງຈັນ ແລະ ຄົບຮອບ 75 ປີ ທີ່ນັກການທູດສະຫະລັດອາເມລິກາຄົນທຳອິດໄດ້ມາປະຈຳການທີ່ ສປປ ລາວ. ການລິເລີ່ມນີ້ເປັນເປັນການຢັ້ງຢືນ ໃຫ້ແກ່ການຮ່ວມ ມືທີ່ເຂັ້ມແຂງ, ຍາວນານ ແລະ ນັບມື້ນັບຂະຫຍາຍໂຕລະຫວ່າງສອງ ປະເທດພວກເຮົາ.“

ການຮ່ວມມືໃນຄັ້ງນີ້ໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາໃນການນໍາໃຊ້ຂໍ້ມູນ ແລະເທັກໂນໂລຊີ ເຂົ້າໃນການແກ້ໄຂບັນດາບົນພື້ນຖານຂໍ້ມູນຫຼັກຖານຕົວຈິງ ທີ່ຈະເປັນສິ່ງທີ່ຊ່ວຍສົ່ງເສີມການປ່ຽງແປງພຶດຕິກໍາຂອງພໍ່ແມ່ ແລະ ການພັດທະນາເດັກກ່ອນໄວຮຽນໄປໃນທາງທີ່ດີຫຼາຍຂຶ້ນກ່າວໂດຍທ່ານ ບີລາລ ດູຣານີ, ຜູ້ຕາງໜ້າຂອງ ອົງການຢູນິເຊັບ ປະຈໍາ ສປປ ລາວ,ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຮັດວຽກຮ່ວມກັບສູນກາງສະຫະພັນແມ່ຍິງລາວ,ປະເທດອົດສະຕຣາລີ ແລະ USAID, ໃນຖານະຄູ່ຮ່ວມພັດທະນາທີ່ມີຄວາມມຸ່ງໝັ້ນຕໍ່ການສົ່ງເສີມຄວາມເປັນຢູ່ທີ່ດີໃຫ້ເດັກ ແລະຄອບຄົວຂອງເຂົາເຈົ້າ.