ໃນວັນທີ 15 ມັງກອນ 2025 ທີ່ຫ້ອງປະຊຸມພະແນກແຜນການແລະການລົງທຶນ ໄດ້ຈັດກອງປະຊຸມເສວະນາ ກ່ຽວກັບການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ທີ່ຕິດພັນກັບການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ 2025-2029 ຊຶ່ງເປັນໜຶ່ງໃນແຜນປະຕິຮູບຂອງລັດວິສາຫະກິດໄຟຟ້າລາວໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຈັນທະບູນ ສຸກອາລຸນ ກຳມະການປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່, ທ່ານ ສຸຫວັດ ມະຫາວົງສະນັ່ນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງອຸດົມໄຊ, ທ່ານ ປອ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍແຂກເຊີນຈາກ ພະແນກການອ້ອມຂ້າງແຂວງ, ສະພາການຄ້າແຂວງ, ອົງການທຽບເທົ່າ, ສອງກອງບັນຊາການ, ບັນດາຫົວໜ່ວຍທຸລະກິດເຂົ້າຮ່ວມ.
ການຈັດກອງປະຊຸມ ເພື່ອທຳຄວາມເຂົ້າໃຈໃຫ້ເລິກເຊິ່ງກ່ຽວກັບການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວເຊິ່ງເປັນວິສາຫະກິດຍຸດທະສາດຂອງປະເທດຢູ່ໃນການຄຸ້ມຄອງດ້ານເຕັກນິກ-ວິຊາການ ໂດຍກະຊວງພະລັງງານ ແລະ ບໍ່ແຮ່, ເປັນວິສາຫະກິດ ທີ່ປະຕິບັດ ພາລະບົດບາດ ຮັບຜິດຊອບໜ້າທີ່ການເມືອງກໍ່ຄືການປະຕິບັດໜ້າທີ່ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະໃຫ້ເປັນຮູບປະທຳ, ໂດຍສະເພາະແມ່ນຮັບປະກັນການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າ ສາມາດມີໄຟຟ້າຊົມໃຊ້ຢ່າງພຽງພໍ ແລະທົ່ວເຖິງຕາມທິດທາງນະໂຍບາຍທີ່ລັດຖະບານກໍານົດໄວ້ເຊິ່ງມາຮອດປະຈຸບັນ ປະຊາຊົນລາວ ສາມາດມີໄຟຟ້າໃຊ້ແລ້ວ 95% ຂອງຈໍານວນຄົວເຮືອນທັງໝົດໃນທົ່ວປະເທດ. ການດຳເນີນທຸລະກິດມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກໍາໄຟຟ້າໃຫ້ເປັນຂະແໜງການຫຼັກໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງຊຸກຍູ້ສົ່ງເສີມຂະແໜງການປິ່ນອ້ອມໃຫ້ມີການພັດທະນາໄຟຄຽງຄູ່ກັນເພື່ອສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວບັນດາເຜົ່າໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ສົມເຫດສົມຜົນ.
ແນ່ນອນວ່າການປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສອດຄ່ອງກັນເປັນພາລະໜ້າທີ່ອັນໜັກໜ່ວງຂອງລັດວິສາຫະກິດໄຟຟ້າລາວ ແລະຈໍາເປັນຕ້ອງໃຊ້ທຶນຮອນອັນມະຫາສານເຂົ້າໃນການພັດທະນາລະບົບໂຄງລ່າງພື້ນຖານ ນັບຕັ້ງແຕ່ການລົງທຶນກໍ່ສ້າງແຫຼ່ງຜະລິດ ສ່ວນໃຫຍ່ແມ່ນການລົງທຶນໂດຍນັກລົງທຶນຕ່າງປະເທດການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າແຮງສູງ, ກໍ່ສ້າງຕາຂ່າຍໄຟຟ້າແຮງກາງ ແລະແຮງຕໍ່າ, ຈົນຮອດໝໍ້ນັບໄຟທີ່ຕິດຕັ້ງຢູ່ຕາມຄົວເຮືອນຂອງປະຊາຊົນຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕຕົວຂອງລັດວິສາຫະກິດໄຟຟ້າລາວຍັງມີບັນຫາຫລາຍອັນທີ່ຍັງຄົງຄ້າງທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂ ເຊັ່ນ: ການປັບປຸງລະບົບສະໜອງໄຟໃຫ້ມີຄວາມໝັ້ນຄົງ ພະລັງງານ ພາຍໃນປະເທດ ໃຫ້ມີຄວາມດຸ່ນດ່ຽງ ແລະລາຄາໄຟຟ້າໃຫ້ສົມເຫດສົມຜົນ.
ປະຈຸບັນ ລັດວິສາຫະກິດໄຟຟ້າລາວຊື້ພະລັງງານໄຟຟ້າຈາກແຫຼ່ງຜະລິດພາຍໃນ 96 ແຫ່ງ, ມີກໍາລັງຕິດຕັ້ງ 4,491 MW, ມີສະຖານີໄຟຟ້າ 76 ແຫ່ງ, ມີສາຍສົ່ງໄຟຟ້າຍາວປະມານ 9,729 Km ວົງຈອນ, ສາມາດສະໜອງພະລັງງານໄຟຟ້າໄດ້ 95 % ຂອງຈໍານວນຄົວເຮືອນທົ່ວປະເທດ.
ສຳລັບແຂວງອຸດົມໄຊ ປະກອບມີທັງໝົດ 7 ເມືອງ, ມີ 470 ບ້ານ, ມີໄຟຟ້າໃຊ້ແລ້ວ 414 ບ້ານ ເຊິ່ງກວມເອົາ 88.09%, ມີ 60,683 ຄົວເຮືອນ, ມີໄຟຟ້າໃຊ້ແລ້ວ 52,818 ຄົວເຮືອນ ກວມ 87.04%. ເພື່ອຮັບປະກັນການດໍາເນີນທຸລະກິດໃຫ້ມີປະສິດທິຜົນລັດວິສາຫະກິດໄຟຟ້າລາວກຳລັງດໍາເນີນການປະຕິຮູບຮອບດ້ານເພື່ອສະໜອງນະໂຍບາຍຂອງລັດຖະບານໃນການຫັນເອົາພະລັງງານໄຟຟ້າໃຫ້ກາຍເປັນກະດູກສັນຫຼັງຂອງການພັດທະນາປະເທດຕາມທິດຫັນເປັນອຸດສາຫະກຳ ແລະທັນສະໄໝຕອບສະໜອງການປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ສະພາແຫ່ງຊາດໄດ້ຮັບຮອງໃຫ້ມີປະສິດທິຜົນ ແລະປະກົດຜົນເປັນຈິງ.
.
ດວງຕາ ແສງມະນີ