ກອງປະຊຸມທາບທາມຄຳເຫັນໃສຮ່າງລັດຖະທຳມະນູນ ຢູ່ສູນກາງ

ກອງປະຊຸມທາບທາມຄຳເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025 ຈັດຂຶ້ນໃນວັນທີ 16 ມັງກອນ 2025 ຢູ່ນະຄອນວຽງຈັນ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ (ຄລຊ), ມີຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ, ການນຳຂັ້ນສູງຈາກທຸກກະຊວງ, ອົງການອ້ອມຂ້າງສູນກາງ, ພະນັກງານບຳນານ, ມະຫາວິທະຍາໄລ, ສະພາການຄ້າ ແລະອຸດສາ ຫະກຳແຫ່ງຊາດລາວເຂົ້າຮ່ວມ.

ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ການທາບທາມຄຳເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025 ຢູ່ບັນດາກະຊວງ ແລະ ອົງການອ້ອມຂ້າງສູນກາງ ຄັ້ງນີ້ ເປັນໜຶ່ງໃນ 3 ຈຸດທີ່ໄດ້ດຳເນີນກອງປະຊຸມພ້ອມກັນໃນເວລາດຽວກັນ ຄື: ບັນດາກະຊວງ ແລະ ອົງການອ້ອມຂ້າງສູນກາງ; ແຂວງຊຽງຂວາງ, ແຂວງຫົວພັນ ແລະ ແຂວງໄຊສົມບູນ; ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງຈຳປາສັກ. ຈຸດປະສົງຕົ້ນຕໍຂອງກອງປະຊຸມຄັ້ງນີ້ ເພື່ອປະກອບຄຳເຫັນເຂົ້າໃສ່ເນື້ອໃນຮ່າງລັດຖະທຳມະນູນສະບັບປັບປຸງ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບໂຄງການການເມືອງ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ຮ່າງລັດຖະທຳມະນູນ ກາຍເປັນສະບັບສົມບູນ; ສ້າງໂອກາດໃຫ້ປະຊາຊົນ ແລະ ຕົວແທນຂອງບັນດາຊັ້ນຄົນ ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025 ແທດກັບຕົວຈິງ, ຮັບປະກັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລັດຖະທຳມະນູນ ແລະ ກົດໝາຍ ຢ່າງມີປະສິດທິພາບ, ປະສິດທິຜົນ.

ບັນດາຜູ້ແທນກອງປະຊຸມ ໄດ້ຮັບຟັງບົດອະທິບາຍການປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນ ແລະ ປະກອບຄຳເຫັນທີ່ເປັນປະໂຫຍດສູງໃຫ້ແກ່ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ນຳໄປຄົ້ນ ຄວ້າ ແລະ ສືບຕໍ່ປັບປຸງໃຫ້ເປັນສະບັບສົມບູນ ເຊິ່ງກອງເລຂາກອງປະຊຸມ ໄດ້ບັນທຶກບັນດາຄຳເຫັນ ແລະ ສະຫລຸບຜົນຂອງກອງປະຊຸມຄັ້ງນີ້ ເພື່ອລາຍງານໃຫ້ຄະນະປະຈຳການ ຄລຊ ລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອຂໍທິດຊີ້ນຳໃນຂັ້ນຕອນຕໍ່ໄປ.

ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ໄດ້ສຳເລັດລົງຢ່າງຈົບງາມ, ແຕ່ການປັບ ປຸງຮ່າງລັດຖະທຳມະນູນ ໃຫ້ເປັນສະບັບສົມບູນນັ້ນ ຍັງເປັນວຽກງານໜຶ່ງທີ່ສຳຄັນຂອງລັດເຮົາ ທີ່ຍັງຕ້ອງສືບຕໍ່ຮີບຮ້ອນເອົາໃຈໃສ່ຄົ້ນຄວ້າ ແລະ ຮຽບຮຽງ ພາຍຫລັງສຳເລັດບັ້ນທາບທາມຄຳເຫັນໃສ່ຮ່າງລັດຖະທຳມະນູນໃນທົ່ວປະເທດ ເພື່ອສາມາດນຳໄປສະເໜີຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນທ້າຍເດືອນມີນານີ້ ພິຈາລະນາ, ຮັບຮອງເອົາ.

ທ່ານຮອງນາຍົກລັດຖະມົນຕີ ຍັງກ່າວອີກວ່າ: ການສ້າງ ແລະປັບປຸງລັດຖະທຳມະນູນເປັນວຽກງານທີ່ສຳຄັນທີ່ສຸດ, ແຕ່ການຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນເປັນຈິງ, ການນຳເອົາລັດຖະທຳມະນູນ ແລະ ກົດໝາຍ ເຂົ້າສູ່ຊີວິດຕົວຈິງຂອງທົ່ວສັງຄົມນັ້ນ ເປັນວຽກງານໜຶ່ງທີ່ມີຄວາມໝາຍສຳຄັນກວ່າການສ້າງ ແລະ ປັບປຸງລັດຖະທຳມະນູນ ຫລາຍສິບເທົ່າ. ພ້ອມນັ້ນ, ທ່ານຍັງຮຽກຮ້ອງທຸກກະຊວງ, ອົງການ, ທ້ອງຖິ່ນ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳມະກອນ, ທະຫານ, ຕຳຫລວດ, ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນຍົກສູງສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ເຂັ້ມງວດ ແລະ ສັກສິດກວ່າເກົ່າ; ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໃນທົ່ວພັກ, ທົ່ວລັດ, ທົ່ວປວງຊົນບົນພື້ນຖານລັດຖະທຳມະນູນ ແລະ ກົດໝາຍ, ເດັດດ່ຽວໜຽວແໜ້ນສູ້ຊົນຜ່ານຜ່າອຸປະສັກຕ່າງໆ ເພື່ອປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງ ແລະບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິ ຍົມຢ່າງໜັກແໜ້ນ ແລະມີໄຊ.
ຂ່າວ: ສພຊ