ທ່ານ ທອງລຸນ ສີສຸລິດ ລົງຢ້ຽມຢາມພົບປະໂອ້ລົມພະນັກງານ ແລະປະຊາຊົນຊາວເມືອງນາກາຍ ແຂວງຄໍາມວ່ນ

ຕອນບ່າຍວັນທີ 16 ມັງກອນ 2025 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມດ້ວຍຄະນະຕິດຕາມຈາກສູນກາງລົງມາພົບປະໂອ້ລົມພະນັກງານ ແລະປະຊາຊົນ ເມືອງນາກາຍ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມວນ.

ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍໄດ້ລາຍງານກ່ຽວກັບສະພາບທີ່ຕັ້ງຈຸດພິເສດ ແລະສະພາບລວມຂອງການພັດທະນາເສດຖະກິດ-ສັງຄົມ, ເມືອງນາກາຍແມ່ນນອນໃນ 10 ຕົວເມືອງຂອງແຂວງຄໍາມ່ວນ ເຊິ່ງຫ່າງຈາກເທສະບານແຂວງ 77 ກິໂລແມັດ ຕັ້ງຢູ່ເທິງພູພຽງນາກາຍ ປະກອບມີ 6 ກຸ່ມບ້ານ, ມີ 31 ບ້ານ, ມີ 68 ຄຸ້ມ, ມີ 6,569 ຄອບຄົວ, ມີພົນລະເມືອງ 29,355 ຄົນ, ການຈັດຕັ້ງປະຕິບັດມະຕິກອງປະຊູມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ໄດ້ລະດົມແຫຼ່ງທຶນຈາກພາກລັດ, ໂຄງການ, ທຶນຊ່ວຍເຫຼືອ ແລະອົງການຈັດຕັ້ງສັງຄົມເຂົ້າໃນການພັດທະນາໄລຍະ 2020 ຮອດປະຈຸບັນສາມາດປະຕິບັດໄດ້ທັງໝົດ 165 ໂຄງການ ມູນຄ່າ 137.14 ຕື້ກີບ, ໂຄງການໃນແຜນສາມາດປະຕິບັດໄດ້ 77 ໂຄງການ, ທຶນຊ່ວຍເຫຼືອເພື່ອການພັດທະນາປະຕິບັດໄດ້ 88 ໂຄງການ, ການຈັດເກັບລາຍຮັບເຂົ້າງົບປະມານຕາມແຜນປີ 2024 ແມ່ນ 45.13 ຕື້ກວ່າກີບ; ສາມາດຈັດເກັບລາຍຮັບໄດ້ 56.71 ຕື້ກີບ ທຽບໃສ່ແຜນການປີເທົ່າກັບ 125.67%, ເສດຖະກິດ ຂະຫຍາຍຕົວສະເລ່ຍ 4.90% ຕໍ່ປີ. ສິ່ງທີ່ພົ້ນເດັ່ນໄດ້ມີການຈັດຕັ້ງເປັນກຸ່ມປະມົງຂັ້ນບ້ານ ສະເລ່ຍການຫາປາໃນອ່າງນໍ້າເທີນປະມານ 1 ໂຕ່ນຕໍ່ວັນ ເພື່ອຕອບສະໜອງຕະຫຼາດພາຍໃນ ແລະຕ່າງເມືອງ, ຕ່າງແຂວງ ເຊິ່ງໃນປະຈຸບັນ ສາມາດຮັບຮອງເອົາ ກາໜາຍ “ ໂອດ໋ອບ” ໄດ້ 2 ຜະລິດຕະພັນຄື: ຜະລິດຕະພັນປາ (ປາແຫ້ງ, ປາສົ້ມ, ປາແດກ) ແລະ ຜະລິດຕະພັນຫັດຖະກໍາຈັກສານ, ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມທິດ 3 ສ້າງ ແລະ 4 ເນື້ອໃນ 4 ຄາດໝາຍ ໃນນີ້ຕົ້ນຕໍ ເລັ່ງໃສ່ການນໍາພາປັບປຸງການຈັດຕັ້ງໃນລະບົບການເມືອງຕິດພັນກັບການຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ. ການປະເມີນຕາມດໍາລັດ 348/ລບ ໃນປີ 2023 - 2024 ມີບ້ານພົ້ນທຸກ 16 ບ້ານ ເທົ່າກັບ 51.61% , ຄອບຄົວພົ້ນທຸກ 3,755 ຄອບຄົວ ເທົ່າກັບ 85.93%, ບ້ານພັດທະນາ 8 ບ້ານເທົ່າກັບ 25.80 %.

ວຽກງານພັກ-ພະນັກງານ ທົ່ວເມືອງມີ 95 ຮາກຖານພັກ,ມີ 82 ໜ່ວຍພັກ,ມີ 13 ຄະນະພັກຮາກຖານ ( ໜ່ວຍພັກເອກະລາດ 38 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 44 ໜ່ວຍ ) , ມີສະມາຊິກພັກທັງໝົດ 1,454 ສະຫາຍ, ໃນປະຈຸບັນ ມີໜ່ວຍພັກແຂງ 61 ໜ່ວຍ, ກາງ 18 ໜ່ວຍ, ບໍ່ໄດ້ຈັດປະເພດ 3 ໜ່ວຍ;ການດໍາເນີນກອງປະຊຸມໃຫຍ່ຮາກຖານພັກແມ່ນໄດ້ຈັດຕັ້ງປະຕິບັດ ສໍາເລັດ 100% ເພື່ອຮອງຮັບໃນການກະກຽມເປີດກອງໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງໃນທ້າຍເດືອນມັງກອນນີ້ ແລະດ້ານວຽກງານອື່ນໆກໍ່ມີຜົນສໍາເລັດ.

ໃນໂອກາດນີ້ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກທຸກຂັ້ນກໍ່ຄືພະນັກງານ ແລະປະຊາຊົນຊາວເມືອງນາກາຍ ຍາດມາໄດ້ໃນຕະຫລອດໄລຍະທີ່ຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຂວງ, ຂອງເມືອງ ເຊິ່ງສະແດງອອກບັນດາຄາດ ໜາຍທີ່ວາງໄວ້ແມ່ນຖືກຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ. ພ້ອມນີ້ທ່ານຍັງໄດ້ແນະນໍາບາງວຽກງານຕື່ມອີກ ເປັນຕົ້ນ:ເອົາໃຈໃສ່ການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ ແລະປະຊາຊົນຢ່າງທົ່ວເຖິງ; ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະກັດກັ້ນຢາເສບຕິດບໍ່ໃຫ້ເຂົ້າສູ່ລຸກຫລານຊາວຫນຸ່ມ; ເສີມຂະຫຍາຍທ່າແຮງ ແລະຄວາມສາມາດບົ່ມຊ້ອນຂອງເມືອງເຂົ້າໃນການພັດທະນາເປັນຕົ້ນດ້ານກະສິກໍາ, ການບໍລິການ, ການທ່ອງທ່ຽວ, ສ້າງລາຍຮັບໃຫ້ປະຊາຊົນ; ປົກປັກຮັກສາປ່າໄມ້, ຮັກສາສິ່ງແວດລ້ອມທໍາມະຊາດໃນເຂດປ່າສະຫງວນນາກາຍ-ນໍ້າເທີນ; ສົ່ງເສີມການສຶກສາໃຫ້ລູກຫຼານໄດ້ເຂົ້າໂຮງຮຽນ, ປັບປຸງຮາກຖານການເມືອງກໍ່ຄືການປົກຄອງຂັ້ນຮາກຖານໃຫ້ເຂັ້ມແຂງ, ຍູ້ຂະບວນການກະກຽມ ແລະດຳເນີນກອງປະຊຸມອົງຄະນະພັກເມືອງໃຫ້ມີຜົນສໍາເລັດ; ສະແດງຄວາມເຊື່ອຫມັ້ນພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກແຂວງ, ຄະນະພັກເມືອງຈະເຮັດໃຫ້ເມືອງນາກາຍມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.