ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ວັນທີ 16 ມັງກອນນີ້, ງານສົນທະນາເຈົ້າຄອງນະຄອນທົ່ວໂລກ ໄດ້ຈັດຂຶ້ນຢູ່ນະຄອນ ໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ເຈົ້າຄອງນະຄອນ ແລະຜູ້ຕາງໜ້າທີ່ມາຈາກ 12 ນະຄອນ ຂອງ 8 ປະເທດ ຄື: ຈີນ, ລາວ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ເຂົ້າຮ່ວມງານຄັ້ງນີ້ ໂດຍຜ່ານການສົນທະນາ ແລະ ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງເພື່ອປະກອບສ່ວນດ້ານສະຕິປັນຍາເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາ ຈີນ-ອາຊຽນ ທີ່ແໜ້ນແຟ້ນກວ່າເກົ່າ.
ທ່ານ ໜົງເຊີ່ງເວີນ ເລຂາຄະນະພັກ ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ສປ ຈີນ ໄດ້ກ່າວຄໍາປາໄສວ່າ: ນະຄອນໜານໜິງ ຍິນດີຮ່ວມກັບບັນດາຝ່າຍລົງເລິກການໄປມາຫາສູ່ກັນແບບໄມຕີຈິດມິດຕະພາບ, ການເຊື່ອມໂຍງເຊື່ອມຈອດກັນ, ການຮ່ວມມື ດ້ານອຸດສາຫະກໍາຂ້າມຊາດ ແລະການແລກປ່ຽນດ້ານວັດທະນະທໍາຕື່ມອີກ. ຊຸກຍູ້ການສ້າງເຂດການຄ້າເສລີ ຈີນ-ອາຊຽນ ສະບັບ 3.0 ເພື່ອບັນລຸການ ພັດທະນາຮ່ວມກັນ ແລະ ຄວາມຈະເລີນຮຸ່ງເຮືອງນໍາກັນໃນຂະບວນການ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນ” ທີ່ມີຄຸນນະພາບສູງ.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ກ່າວວ່າ: ການເປີດປະຕູ ແລະການຮ່ວມມືລະຫວ່າງນະຄອນຕ່າງໆ ມີຜົນດີຕໍ່ການບັນລຸສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ. ຫວັງວ່າຈະລົງເລິກການແລກປ່ຽນກັບບັນດາຝ່າຍຕື່ມອີກ ເພື່ອຮ່ວມກັນຂຸດຄົ້ນກໍາລັງບົ່ມຊ້ອນດ້ານການພັດທະນາຂອງແຕ່ລະຝ່າຍ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ສົ່ງເສີມການເຊື່ອມໂຍງ ເຊື່ອມຈອດກັນ ລະຫວ່າງ ອາຊຽນ-ຈີນ ແລະ ຊຸກຍູ້ການພັດທະນາ ເສດຖະກິດພາກພື້ນ.
ໃນງານຄັ້ງນີ້, ຜູ້ຕາງໜ້ານະຄອນຂອງບັນດາປະເທດໄດ້ຮ່ວມກັນຖະແຫລງ “ຂໍ້ລິເລີ່ມໜານໜິງ” ໂດຍສະເໜີວ່າ: ລົງເລິກການໄປມາຫາສູ່ກັນແບບໄມຕີຈິດມິດຕະພາບ ລະຫວ່າງ ນະຄອນ, ລົງເລິກການ ຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ ນະຄອນ, ລົງເລິກການເຊື່ອມ ສານຈິດໃຈ ລະຫວ່າງ ປະຊາຊົນບັນດານະຄອນ. ນອກນີ້, ຍັງໄດ້ຈັດພິທີ ເຊັນສັນຍາຮ່ວມມື 14 ໂຄງການກ່ຽວກັບເສດຖະກິດການຄ້າ, ການຈໍລະຈອນສິນຄ້າ, ການສຶກສາ ແລະການທ່ອງທ່ຽວເປັນຕົ້ນ.