ໃນປີ 2024 ຜ່ານມາ, ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ທັງໝົດ 150 ເລື່ອງ. ໃນນີ້, ແກ້ໄຂສໍາເລັດແລ້ວ 122 ເລື່ອງ ເທົ່າກັບ 81.33%, ຍັງຄ້າງ 28 ເລື່ອງ ເທົ່າກັບ 18.67% ຂອງຄະດີທັງໝົດ.
ທ່ານ ນາງ ສີວິໄລ ຜາວິໄລ ຮັກສາປະທານສານປະຊາຊົນແຂວງເຊກອງ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ໃນວັນທີ 16 ມັງກອນ 2025 ວ່າ: ໃນໄລຍະຜ່ານມາ, ຄະນະພັກ, ຄະນະນໍາສານປະຊາຊົນແຂວງ ແລະ ສານປະຊາຊົນເຂດ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ແນໃສ່ສ້າງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຈັນຍາບັນ-ຈັນຍາທໍາ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເຄື່ອນໄຫວປະຕິບັດໜ້າວຽກງານວິຊາສະເພາະ ແກ້ໄຂຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ. ພ້ອມນັ້ນ ໄດ້ເອົາໃຈໃສ່ບໍາລຸງ-ກໍ່ສ້າງພະນັກງານທາງດ້ານທິດສະດີ, ການເມືອງ-ການປົກຄອງ ຕິດພັນກັບຍົກລະດັບວິຊາສະເພາະ ໄລຍະສັ້ນ ແລະ ໄລຍະຍາວ ທັງໝົດ 10 ຄົນ, ຍິງ 2 ຄົນ. ປັດຈຸບັນ, ສານປະຊາຊົນແຂວງ ມີພະນັກງານທັງໝົດ 26 ຄົນ, ຍິງ 7 ຄົນ ໃນນີ້ ມີຜູ້ພິພາກສາ 7 ຄົນ; ສານປະຊາຊົນເຂດ I ມີພະນັກງານທັງໝົດ 16 ຄົນ, ຍິງ 6 ຄົນ ໃນນີ້ ມີຜູ້ພິພາກສາ 5 ຄົນ ແລະ ສານປະຊາຊົນເຂດ II ມີພະນັກງານທັງໝົດ 3 ຄົນ, ຍິງ 1 ຄົນ.
ທ່ານ ນາງສີວິໄລ ຜາວິໄລ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການແກ້ໄຂຄະດີມີປະສິດທິພາບ-ປະສິດທິຜົນ. ໃນປີ 2025 ນີ້, ສານປະຊາຊົນແຂວງຈະສືບຕໍ່ປັບປຸງແບບແຜນການນຳພາ-ວິທີເຮັດວຽກ ຕິດພັນກັບການປັບປຸງລະບົບການຈັດຕັ້ງ, ການບໍລິຫານສານໃຫ້ມີຄຸນນະພາບ ແລະເຂັ້ມແຂງ, ສືບຕໍ່ບຳລຸງພະນັກງານ, ສ້າງຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາໃຫ້ມີຄວາມຊຳນານງານໃນການຄົ້ນຄວ້າ, ເກັບກໍາຂໍ້ມູນຫລັກຖານ ແລະ ພິຈາລະນາຕັດສິນຄະດີໃຫ້ຖືກຕ້ອງ, ໂປ່ງໃສ ແລະຍຸຕິທໍາ. ໃນນີ້, ສູ້ຊົນແກ້ໄຂຄະດີໃຫ້ບັນລຸໄດ້ 85% ຂອງຄະດີທັງໝົດ ແລະເຮັດໃຫ້ອັດຕາການຂໍອຸທອນບໍ່ໃຫ້ກາຍ 15% ຂອງຄະດີຖືກແກ້ໄຂແລ້ວ.
ຂ່າວ: ສັນຍາ, ພາບ: ອັດສະວິນ